
ກົມອາຫານ ແລະ ຢາ ຂຽນຫຍໍ້ “ ກອຢ ”ຊື່ເປັນພາສາຝຣັ່ງ: Departement de l’Alimentation et de la Pharmacie(DAP), ແລະ ພາສາອັງກິດ: Food and Drug Department (FDD) ແມ່ນກົມໜຶ່ງສັງກັດໃນໂຄງປະກອບກົງຈັກຂອງກະຊວງສາທາລະນະສຸກ, ມີພາລະບົດບາດເປັນເສນາທິການ ແລະ ຊ່ວຍລັດຖະມົນຕີວ່າການກະຊວງສາທາລະນະສຸກ ໃນການຄຸ້ມຄອງບໍລິຫານລັດກ່ຽວກັບອາຫານ ແລະ ຢາໃນຂອບເຂດທົ່ວປະເທດ, ທັງເປັນກອງເລຂາປະຈຳການຂອງຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ແລະ ຄະນະກຳມະການກົດລະຫັດອາຫານລາວ.
ກົມອາຫານ ແລະ ຢາ ມີໂຄງປະກອບການຈັດຕັ້ງດັ່ງລຸ່ມນີ໊:
-
ພະແນກຄຸ້ມຄອງບໍລິຫານ
-
ພະແນກຄຸ້ມຄອງຢາສາກົນ
-
ພະແນກຄຸ້ມຄອງອາຢາພື້ນເມືອງ
-
ພະແນກຄຸ້ມຄອງການຢາໂຮງໝໍ
-
ພະແນກຄຸ້ມຄອງຢາເສບຕິດ, ເຄມີ ແລະ ເຄື່ອງສໍາອາງ
-
ພະແນກຄຸ້ມຄອງອາຫານ
-
ພະແນກຄຸ້ມຄອງການໂຄສະນາຂ່າວສານ
ນອກຈາກນັ້ນ, ຍັງມີບັນດາຫົວໜ່ວຍການຈັດຕັ້ງວິຊາການຈຳນວນໜຶ່ງທີ່ຂຶ້ນກັບກົມ (ສະຖາບັນ, ກອງ, ສູນ, ໂຮງງານຜະລິດຢາ (ລັດວິສາຫະກິດ)).