-
ຄົ້ນຄ້ວາ ແລະ ນໍາສະເໜີຫົວໜ້າກົມກ່ຽວກັບຮ່າງ ແລະ ປັບປຸງບັນດານິຕິກຳກ່ຽວກັບການຄຸ້ມຄອງການຜະລິດ, ນຳເຂົ້າ-ສົ່ງອອກ, ສົ່ງຜ່ານ, ຈໍລະຈອນ, ຈຳໜ່າຍຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ, ເຄມີຕົ້ນ ວັດຖຸເຄມີອັນຕະລາຍທີ່ໃຊ້ໃນຄົວເຮືອນ ແລະ ເຄື່ອງສໍາອາງ;
-
ຄົ້ນຄ້ວາ ແລະ ສະເໜີຫົວໜ້າກົມພິຈາລະນາ ການຜະລິດ, ນຳເຂົ້າ-ສົ່ງອອກ, ສົ່ງຜ່ານ, ຈໍລະຈອນ, ຈຳໜ່າຍ, ອອກ ຫຼື ລົບລ້າງໃບອະນຸຍາດນໍາເຂົ້າ, ຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ, ເຄມີຕົ້ນ, ຂຶ້ນທະບຽນ ວັດຖຸເຄມີອັນຕະລາຍທີ່ໃຊ້ໃນຄົວເຮືອນ ແລະ ຈົດແຈ້ງເຄື່ອງສໍາອາງ;
-
ຄົ້ນຄ້ວາ ແລະ ນໍາສະເໜີຫົວໜ້າກົມໃນການຂໍແຜນການນໍາເຂົ້າ, ລາຍງານປະເພດຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ນໍາອົງການຄວບຄຸມຢາເສບຕິດສາກົນ (INCB);
-
ເປັນຈຸດປະສານງານໃນການຄຸ້ມຄອງການແຈ້ງເຕືອນການນໍາເຂົ້າສານເຄມີຕົ້ນ ກ່ອນການນໍາເຂົ້າກັບປະເທດຜູ້ສົ່ງອອກ (PEN-Online) ແລະ ລາຍງານການນໍາເຂົ້າ ການນໍາໃຊ້ສານເຄມີຕົ້ນປະຈໍາປີ ໃຫ້ແກ່ອົງການຄວບຄຸມຢາເສບຕິດສາກົນ (INCB);
-
ປະສານງານກັບພາກພື້ນ ແລະ ສາກົນ ກ່ຽວກັບການແຈ້ງເຕືອນແບບຮີບດ່ວນ ຜະລິດຕະພັນເຄື່ອງສຳອາງປອມແປງ ແລະ ບໍ່ໄດ້ມາດຕະຖານຄຸນນະພາບ (PMAS);
-
ຕິດຕາມ, ຊຸກຍູ້, ກວດກາ ແລະ ປະເມີນຜົນ ທຸກຫົວໜ່ວຍການຈັດຕັ້ງທີ່ດຳເນີນກິດຈະກຳກ່ຽວກັບການຜະລິດ, ນຳເຂົ້າ-ສົ່ງອອກ, ນຳຜ່ານ, ຈໍລະຈອນແຈກຢາຍ, ຈຳໜ່າຍ ແລະ ນຳໃຊ້ຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ, ຢາເບື່ອ-ຢາອັນຕະລາຍ, ເຄມີຕົ້ນ (ສານເຄມີຄວບຄຸມ), ວັດຖຸເຄມີອັນຕະລາຍທີ່ໃຊ້ໃນຄົວເຮືອນ ແລະ ເຄື່ອງສຳອາງໃຫ້ຖືກຕ້ອງຕາມກົດໝາຍ;
-
ສະຫຼຸບສັງລວມ ລາຍງານການນຳເຂົ້າ, ການປຸງແຕ່ງ-ການຜະລິດ, ການສົ່ງຜ່ານ, ການຈໍລະຈອນຈຳໜ່າຍ ແລະ ການນຳໃຊ້ຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ, ເຄມີຕົ້ນ ແລະ ເຄື່ອງສໍາອາງ;
-
ຊຸກຍູ້-ສົ່ງເສີມ ແລະ ສະເໜີຫົວໜ້າກົມພິຈາລະນາຢັ້ງຢືນ ການຜະລິດເຄື່ອງສໍາອາງທີດີ (CGMP);
-
ສະຫລຸບລາຍງານສະພາບການເຄື່ອນໄຫວຂອງພະແນກໃນແຕ່ລະໄລຍະໃຫ້ພະແນກບໍລິຫານເພື່ອສັງລວມ;
-
ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຄະນະກົມ.
ໂຄງຮ່າງການຈັດຕັ້ງ

|