ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນລາວ ຢ່າງສຸດໃຈ !                                                                                                                                                                                                      ເພີ້ມຄວາມເຂັ້ມແຂງ ຂອງວຽກງານຄຸ້ມຄອງອາຫານ ແລະ ຢາ, ເພື່ອຈັດຕັ້ງປະຕິບັດວຽກງານເຊື່ອມໂຍງປະຊາຄົມເສດຖະກິດອາຊຽນຢ່າງມີປະສິດທິຜົນ.!                                                                                                                                                                                                       LAO  ENG 
 

ສະຖິຕິການຢ້ຽມຊົມ
 ກໍາລັງຊົມເວັບໄຊທ໌ໃນຂະນະນີ້ 18
 ມື້ນີ້ 61
 ມື້ວານນີ້ 153
 ເດືອນນີ້ 1,856
 ເດືອນແລ້ວນີ້ 3,675
 ປີນີ້ 1,856
 ປີກາຍນີ້ 49,413
 ທັງໝົດ 101,255

 

ຂ່າວສານ ອາຫານ ແລະ ຢາ


ທາດເຄມີທີ່ເປັນຢາຢູ່ໃນພືດປອດໄພຫຼືບໍ່?
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 23/01/2017

ໂດຍ ນາງ ດາວອນ ດວງດານີ

ນັກສຶກສາປະລິນຢາເອກ, ພະແນກຄຸ້ມຄອງຢາຫຼວງ

 

ຜົນ​ຈາກ​ການ​ຄົ້ນຄວ້າ​ຂອງ​ນັກວິທະຍາສາດ ​​ໄດ້​ມີ​ຫລັກ​ຖານ​ອ້າງ​ອີງ​ວ່າ ມະນຸດ​ຮູ້ຈັກ​ນຳ​ໃຊ້​ພືດ​ເຂົ້າ​ໃນ​ການ​ປິ່ນປົວ​ຮັກສາພະຍາດແມ່ນມີ​ປະຫວັດສາດ​ອັນ​ຍາວ​ນານມາຫຼາຍ​ກ່ວາ 60,000 ປີ​ມາ​ແລ້ວ, ​ໂດຍ​ເລີ້ມ​ຈາກ​ທີ່ມະນຸດ​ເຂົ້າ​ສູ່​ຍຸກການ​ຮູ້ຈັກ​ນຳ​ໃຊ້​ໃບ​ໄມ້​ຕ່າງໆ ມາ​​ເປັນ​ວັດຖຸ​ດິບ​ປຸງ​ແຕ່ງ​ໃຫ້​ເຄື່ອງກິນ​ມີ​ລົດ​ຊາດ, ສີ, ກິ່ນ, ຫຼັງ​ຈາ​ກນັ້ນ ຈຶ່ງ​ຮູ້​ໄດ້​ວ່າ​ພືດ​ບາງ​ຊະນິດ​ສາມາດ​ປິ່ນປົວ​ອາການ​ໄຂ້, ຖອກ​ທ້ອງ ​ແລະ ອາການ​ເຈັບ​ປວດ​ໄດ້. ​​ຜ່ານ​​ໄລຍະ​ເວລາ​ອັນ​ຍາວນານ ​ໂດຍ​ຜ່ານ​ການ​ຕົກ​ທອດ​ສູ່​ລຸ້ນຕໍ່​ລຸ້ນ ​ມະນຸດ​ຈຶ່ງ​ສາມາດ​ຈຳ​ແນ​ກ ​ແລະ​ ຮູ້​ໄດ້​ວ່າ ພືດ​ໃດ​ກິນ​ໄດ້ ພືດ​ໃດ​ມີ​ພິດ​ເບື່ອ ​ແລະ ອັນຕະລາຍ​ເຖິງ​ຊີວິດ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທາດ​ເຄມີ​​ທີ່ຢູ່​ໃນ​ພືດ​ມີ​ຄວາມຫຼາກ​ຫຼາຍ ​ແລະ ສະຫຼັບສັບຊ້ອນ  ນອກຈາກ​ທາດ​ທີ່​ທຸກ​ຊະນິດ​ພືດ​ມີ​ສ່ວນປະກອບຄື​ກັນ​ເຊັ່ນ: ​ໄຟ​ເບີ(fibre), ​ແປ້ງ, ທາດ​ສີ ​ແລ້ວ, ສ່ວນ​ໃຫຍ່​ທາດ​ທີ່​​ເປັນ​ຢາ​ໃນ​ພືດເກີດ​ຈາກ secondary plant metabolites ຫຼື ​ເອີ້ນ​ວ່າ ​ເປັນ​ທາດ​ທີ່​ໄດ້​ມາ​ຈາກ​ການວິວັດທະນາ​ການ​ຂອງ​ພືດ​ເພື່ອ​ໃຫ້​ແທດ​ເໝາະກັບ​ສະພາບ​ແວດ​ລ້ອມ​ທີ່​ມັນ​ຢູ່ ​ເພື່ອ​ປ້ອງ​ກັນ​ແມງ​ໄມ້, ​ແບັກ​ທີ​ເຣຍ ​ແລະ ​ເພື່ອ​ຍາດ​ແຍ່ງ​ກັບ​ພືດຊະນິດ​ອື່ນ​ເພື່ອ​ການ​ຢູ່​ລອດ ​ເຊິ່ງທາດ​ເຫຼົ່າ​ນີ້​ສ່ວນ​ຫຼາຍ​ແມ່ນ​ຈຳພວກ: flavonoids, alkaloids, cardenolides, triterpenes, isothiocyanates, iridoids ​​ເປັນ​ຕົ້ນ, ​ພືດແຕ່​ລະ​ຊະນິດ​ຈະ​ມີ​ທາດ​ແຕກ​ຕ່າງ​ກັນ​​ເຊິ່ງນອນ​ຢູ່ໃນ​ໝວດ​ທາດ​ເຄມີ​ທີ່​ກ່າວ​ມາ​ນັ້ນ ​​​ໃນປະລິ​ມານ ​ແລະ ຄວາມ​ແຮງ​ທີ່​ແຕກ​ຕ່າງ​ກັນ​ແລ້ວ​ແຕ່​ສະພາບ​ແວດ​ລ້ອມ​ທີ່​ມັນ​ຢູ່.

ດັ່ງ​ນັ້ນ ໃນ​ພືດ​ຊະນິດ​ໜຶ່ງ​ຈຶ່ງ​ມີ​ຫຼາຍ​ຫຼາຍ​ທາດ​ໃນ​ໃບ, ດອກ, ກິ່ງ, ກ້ານ, ຮາກ ​ເຊິ່ງ​ເຮົາ​ບໍ່​ສາມາດ​ຮູ້​ໄດ້​ວ່າ ທາດ​ທີ່​ມີທັງ​ໝົດ​ໃນ​ພືດ​​ນັ້ນ​ປອດ​ໄພ​ຫຼື​ບໍ່ ​​​ເນື່ອງ​ຈາກ​ທາດ​ບາງ​ທາດ​ມັນ​ສະ​ສົມ​ເປັນ​ເວລາ​ດົນ​ນານ​ອາດ​ຈະ​ເກີດ​ຜົນ​ເສຍ​ຫາຍ​​ໃນ​ໄລຍະ​ຍາວ ​ເຊິ່ງມະນຸດ​ໃນ​ຍຸກ​ກ່ອນ​ກໍ່​ບໍ່​ໄດ້​ມີ​ການ​ຕິດຕາມ ​ແລະ ກໍ່​ຍາກ​ທີ່​ຈະ​ຕິດຕາມ​ໄດ້​ໃນ​ຍຸກ​ປະຈຸ​ບັນ ຫຼື ​ໃນ​ອີກ​ກໍລະ​ນີ ສຳລັບ​ພືດທີ່​ຮູ້​ແລ້ວ​ວ່າ​ເປັນ​ພິດ​ເບື່ອ ​ແຕ່​ວ່າ​ພືດນັ້ນ​ອາດ​ຈະ​ສາມາດ​ຮັກສາ​ຫຼື​ປິ່ນປົວ​ບາງພະຍາດ​ຢ່າງ​ມີ​ປະສິດ​ທິຜົນ,  ຍ້ອນ​ແນວ​ນັ້ນ ນັກວິທະຍາສາດຈຶ່ງ​ຕ້ອງ​ໄດ້​ສະກັດ​ເອົາ​ທາດ​ທີ່​ເປັນ​ຢາ​ນັ້ນ​ອອກ​ມາ​ໃຫ້​ໄດ້​ທາດ​ດ່ຽວ ທີ່​ມີ​ຄວາມ​ສົດ ​ເພື່ອ​​ວິ​ໄຈ​ຫາ​ສູດ​ເຄມີ, ​​ໂຄງ​ສ້າງ​ໂມ​ເລ​ກຸນ​ຂອງ​ມັນ​ກໍ່​ເພື່ອ ການ​ສຶກສາ​ທາງ​ດ້ານ​ພິດ​ວິທະຍາ, ທົດ​ລອງ​ກັບ​ສັດ, ຄົນ ​ເມື່ອ​ຮັບປະກັນ​ໄດ້​ເຖິງ​ປະສິດທິພາບ ​ແລະ ຄວາມ​ປອດ​ໄພ​ຂອງ​ມັນ​ ​ແລະ ຜ່ານ​ການ​ຢັ້ງຢືນ​ຮັບຮອງ​ຈາກ​ໜ່ວຍ​ງານ​ຄຸ້ມ​ຄອງ​ດ້ານ​ຜະລິດ​ຕະພັນ​ຢາ​ແລ້ວ ຈຶ່ງ​ສາມາດ​ນຳ​ໃຊ້​ເຂົ້າ​ໃນ​ການ​ປິ່ນປົວ.

ດັ່ງ​ທີ່​ຜ່ານ​ມາທາດ​ທີ່​ສະກັດ​ໄດ້​ຈາກ​ພືດ​ ຜ່ານ​ການ​ວິ​ໄຈ​ຮັບຮອງ​​ເຖິງ​ຄວາມ​ປອດ​ໄພ​ແລ້ວ​ນຳ​ໄປ​ໃຊ້​ປິ່ນປົວ​ພະຍາດ​ໂດຍ​ກົງ​ເຊັ່ນ: quinine, artemisinin (ຢາ​ປົວ​ໄຂ້ຍຸງ), reserpine( ຢາ​ຫຼຸດ​ຄວາມດັນ​ເລືອດ​ສູງ), digoxin (ຢາປົວ​ໂລກ​ຫົວ​ໃຈ), ​ແລະ ກໍລະນີ​ສະກັດ​​ໄດ້​ທາດ​ທີ່​ມີ​ປະສິດທິພາບ​ໃນ​ການ​ປິ່ນປົວ​ແຕ່​ມີ​ພິດ​ຕໍ່​ຕັບ​ສູງ ນັກວິທະຍາສາດ​ກໍ່​ສາມາດ​ດັດ​ແປງ​ໂຄງ​ສ້າງ​ເຄມີ​ຂອງ​ທາດ​ນັ້ນ​ດ້ວຍ​ວິທີ​ສັງ​ເຄາະ​ໃຫ້​ເກີດ​ເປັນ​ທາດ​ໃໝ່ ທີ່​ຍັງ​ມີ​ປະສິດທິພາບ​ໃນ​ການ​ປິ່ນປົວ ​ແຕ່​ຫຼຸດຜ່ອນ​ການ​ເປັນ​ພິດ​ຕໍ່​ຕັບ​ລົງ ​ເຊັ່ນ metformin (ຢາ​ຫຼຸດ​ລະດັບ​ນ້ຳຕານ​ໃນ​ເລືອດ). ດັ່ງ​ທີ່​​ໄດ້​ກ່າວ​ມາ​ຂ້າງ​ເທິງ​ນັ້ນ ທຸກ​ສິ່ງ​ທີ່​ມີ​ຊີວິດ​ຢູ່​ເທິງ​ໜ້າ​ໂລກ ລ້ວນ​ແລ້ວ​ແຕ່​ສາມາດ​ວິວັດທະນາ​ການ​ໂຕ​ມັນ​ເອງ​ໃຫ້​ມີ​ຊີວິດ​ຢູ່​ລອດ​ໄດ້ ​ໃນ​ສະພາບ​ແວດ​ລ້ອມ​ນັ້ນໆ. ມາ​ໃນ​ຍຸກ​ປະຈຸ​ບັນ ​ເຊິ່ງ​ເປັນ​ຍຸກ​ອຸດສາຫະກຳ, ພູມ​ອາກາດ ​ແລະ ສະພາບ​ແວດ​ລ້ອມ​ທີ່​ນັບ​ມື້​ນັບ​ປ່ຽນ​ແປງ, ການຈະ​ເລີ​ນ​ເຕີບ​ໂຕ ​ແລະ ການ​ເກີດ​ແບັກ​ທີ​ເຣຍສາຍ​ພັນ​ໃໝ່ ລ້ວນ​ແລ້ວ​ແຕ່​ມີ​ຜົນ​ກະທົບ​ຕໍ່​ລະບົບ​ນິ​ເວດ, ພືດ​ກໍ່​ອາດ​ຈະ​ມີ​ການ​ປ່ຽນ​ແປງ​ທາງ​ດ້ານ​ປະລິມານ​ຂອງ​ທາດ​ບາງ​ຊະນິດ​ໃນ​ໂຕ​ມັນ, ດັ່ງ​ນັ້ນ ການຈະ​ນຳ​ເອົາ​ພືດ​ຊະນິດ​ໃດ​ໜຶ່ງ​ມາ​ປິ່ນປົວ​ໂດຍ​ກົງ ມັນ​ກໍ່​ຍັງ​ຄົງ​ມີ​ຄວາມ​ສ່ຽງ​ທາງ​ດ້ານ​ຄວາມປອດ​ໄພ ​ແລະ ບໍ່​ຮັບປະກັນ​ດ້ານ​ປະສິດທິພາບ.

ມາ​ຮອດ​ປະຈຸ​ບັນ ນັກວິທະຍາສາດ​ໄດ້​ພາກັນ​ເລັ່ງ​ໃສ່​ການ​ວິ​ໄຈ​ຫາ​ທາດ​ໃໝ່​ທີ່​ເປັນ​ຢາ​ໃນ​ພືດຂັ້ນ​ສູງ, ​ໃນ​ທົ່ວ​ໂລກ​ພືດ​ຂັ້ນ​ສູງມີ​ຢູ່​ປະມານ 250,000 ຊະນິດ ​ໃນ​ນັ້ນ​ພືດ​ຂັ້ນ​ສູງທີ່​ໄດ້​ຮັບ​ການ​ວິ​ໄຈ​ແລະ​ບຸກ​ເບີກ​​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ປິ່ນປົວ​ພະຍາດ​ແລ້ວ ກວມ​ເອົາ​ພຽງ 6%​ ​ເທົ່າ​ນັ້ນ. ດັ່ງ​ນັ້ນ, ການວິ​ໄຈ​ຫາ​ທາດ​ທີ່​ເປັນ​ຢາ​ໃນ​ພືດ ຈຶ່ງ​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ຢ່າງ​ຍິ່ງ ​ແລະ ມີ​ໂອກາດ​ສູງທີ່​ຈະ​ວິ​ໄຈ​ໄດ້ທາດໃໝ່​ເພື່ອ​ນຳ​ໃຊ້​ເຂົ້າ​​ໃນ​ການປິ່ນປົວ​ພະຍາດ​ ​ໃນ​ອະນາຄົດ.

 

​ເອກະສານອ້າງ​ອີງ

Fabricant DS, Fransworth NR. The value of plants used in Traditional Medicine for Drug Discovery. Environ.Health Perspect, 2001.

 

 

 

ສະກັດ​ໄດ້ digoxin ຈາກ Digitalis purpurea L.

 

 

ສະກັດ​ໄດ້ reserpine ຈາກ Rauvolfia verticillata L.

 

 
             
 
 
         
  ASIAN DEVELOPMENT BANK Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA