ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ສະຖາບັນການແພດ ແລະ ການຢາພື້ນເມືອງ ແລະ ກົມອາຫານ ແລະ ຢາ ໄດ້ເປັນຈັດກອງກອງປະຊຸມ ຜ່ານຮ່າງຄູ່ມືແຫ່ງຊາດກ່ຽວກັບການກະສິກຳ ແລະ ການເກັບກູ້ພືດທີ່ເປັນຢາ (Good Agriculture and Collection Practices : GACP) ຂື້ນແຕ່ວັນທີ 8-9 ເມສາ 2024
ປະກາດໂດຍ: ກີລາ ບູນປະເສີດ, ວັນທີ: 22/04/2024

ກອງປະຊຸມ ຜ່ານຮ່າງຄູ່ມືແຫ່ງຊາດກ່ຽວກັບການກະສິກຳ ແລະ ການເກັບກູ້ພືດທີ່ເປັນຢາ

(Good Agriculture and Collection Practices : GACP)

ນຳສະເໜີຂ່າວໂດຍ: ກິລ່າ ບຸນປະເສີດ ພະແນກຄຸ້ມຄອງໂຄສະນາ ແລະ ຂ່າວສານ

        ສະຖາບັນການແພດ ແລະ ການຢາພື້ນເມືອງ ແລະ ກົມອາຫານ ແລະ ຢາ ໄດ້ເປັນຈັດກອງກອງປະຊຸມ ຜ່ານຮ່າງຄູ່ມືແຫ່ງຊາດກ່ຽວກັບການກະສິກຳ ແລະ ການເກັບກູ້ພືດທີ່ເປັນຢາ (Good Agriculture and Collection Practices : GACP) ຂື້ນແຕ່ວັນທີ 8-9 ເມສາ 2024 ທີ່ ຣີສອດ ນາປ່າກວາງ, ເມືອງ ທຸລະຄົມ, ແຂວງ ວຽງຈັນ. ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ດຣ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ ແລະ ທ່ານ ດຣ ສຸກສົມຄວນ ຈັນທະມາດ ຮອງຫົວໜ້າກົມອາຫານ ແລະ ຢາ. ກອງປະຊຸມໃນຄັ້ງນີ້ມີບັນດາແຂກຜູ້ເຂົ້າຮ່ວມຕາງໜ້າຈາກພາກສ່ວນ ກົມປ່າໄມ້ ແລະ ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້, ຄະນະວິທະຍາສາດທໍາມະຊາດ ມະຫາວິທະຍາໄລແຫ່ງຊາດ, ຄະນະເພສັຊສາດ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ສະມາຄົມອານຸລັກຢາພື້ນເມືອງລາວ, ບໍລິສັດ SPC ຈຳກັດ, ກົມອາຫານ ແລະ ຢາ ແລະ ບັນດາພະແນກການຂອງສະຖານບັນການແພດ-ການຢາພື້ນເມືອງ ເຂົ້າຮ່ວມລວມທັງໝົດ 29 ທ່ານ.

 

         ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອຄົ້ນຄວ້າ ແລະ ປະກອບຄຳເຫັນຕໍ່ກັບຮ່າງຄູ່ມືແຫ່ງຊາດກ່ຽວກັບການກະສິກຳ ແລະ ການເກັບກູ້ພືດທີ່ເປັນຢາ, ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍນະໂຍບາຍແຫ່ງຊາດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການແພດ ແລະ ການຢາພື້ນເມືອງ. ເຊິ່ງໃນວາລະຂອງກອງປະຊຸມໄດ້ມີການທົບທວນຄືນການຈັດຕັ້ງປະຕິບັດຄູ່ມືແຫ່ງຊາດ ການປະຕິບັດຫຼັກການກະສິກຳ ແລະ ການເກັບກູ້ພືດເປັນຢາທີ່ດີ ແລະ ໄດ້ມີການກຳນົດທິດທາງ ແລະ ແຜນການດໍາເນີນງານຂອງຄູ່ມືດັ່ງກ່າວ. ພ້ອມນັ້ນ ຍັງໄດ້ມີການຈັດແບ່ງກຸ່ມຄົ້ນຄວ້າອອກເປັນ 03 ກຸ່ມເພື່ອ ປຶກສາຫາລື ແລະ ສົນທະນາແລ້ວນຳສະເໜີ ຕໍ່ກອງປະຊຸມ. ບັນດາແຂກທີ່ເຂົ້້າຮ່ວມໄດ້ມີການສົນທະນາ ປະກອບຄຳຄິດເຫັນ ແລກປ່ຽນຂໍ້ມຸນເຊີ່ງກັນ ແລະ ກັນ ໃສ່ຮ່າງຄູ່ມືດັ່ງກ່າວດ້ວຍຄວາມເປັນເອກະພາບ.

        ຈາກນັ້ນ, ທ່ານປະທານໄດ້ມີຄຳເຫັນຕໍ່ກອງປະຊຸມ ແລະ ໄດ້ກ່າວສະແດງຄວາມຊົມເຊີຍບັນດາທ່ານທີ່ເຂົ້້າຮ່ວມທີ່ມີຄວາມເອົາໃຈໃສ່ປະກອບຄຳຄິດຄຳເຫັນໃສ່ຮ່າງຄູ່ມືນີ້, ຄະນະຈັດຕັ້ງກອງປະຊຸມຈະນໍາເອົາເນື້ອໃນທັງໝົດຮ່າງຄູ່ມືນີ້ໄປປັບປຸງໃຫ້ລະອຽດຕື່ມ

 

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA