ຊົມເຊີຍວັນກຳມະກອນສາກົນ ຄົບຮອບ 137 ປີ (01/05/1886-01/05/2023) ; ຊົມເຊີຍວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 73 ປີ (01/06/1950-01/06/2023) ; ຊົມເຊີຍວັນແພດລາວ ຄົບຮອບ 58 ປີ (18/06/1965-18/06/2023) ; ຊົມເຊີຍວັນຄ້າຍວັນເກີດຂອງທ່ານປະທານສຸພານຸວົງ ຄົບຮອບ 113 ປີ (13/07/1909-13/07/2023) ; ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2023) ; ຊົມເຊີຍວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 32 ປີ (15/08/1975-15/08/2023) ; ຊົມເຊີຍວັນຍຶດອຳນາດທົ່ວປະເທດ ຄົບຮອບ 48 ປີ (23/08/1975-23/08/2023) ; LAO ENG   
 
 
 
 
 
 
 
 
 

ສະຖິຕິການຢ້ຽມຊົມ
 ກໍາລັງຊົມເວັບໄຊທ໌ຂະນະນີ້ 23
 ມື້ນີ້ 1,353
 ມື້ວານນີ້ 1,660
 ເດືອນນີ້ 3,544
 ເດືອນແລ້ວນີ້ 46,722
 ປີນີ້ 204,449
 ປີກາຍນີ້ 167,903
 ທັງໝົດ 809,092
 

ພາລະບົດບາດຂອງກົມອາຫານ ແລະ ຢາ

 

 

  1. ປະຕິບັດກົດໝາຍ, ນິຕິກໍາອື່ນຂອງຂັ້ນເທິງ ແລະ ນິຕິກໍາຕ່າງໆຂອງກະຊວງສາທາລະນະສຸກ;

  2. ຄົ້ນຄວ້າ, ເຊື່ອມຊຶມ, ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ, ແຜນຍຸດທະສາດປະຕິຮູບສາທາລະນະສຸກ ກ່ຽວກັບວຽກງານອາຫານ ແລະ ຢາ ມາເປັນແຜນງານ, ແຜນງານຍ່ອຍ, ໂຄງການ ແລະ ກິດຈະກໍາ ລະອຽດຂອງຕົນເອງ ພ້ອມທັງຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ;

  3. ຄົ້ນ​ຄວ້າ, ສ້າງ, ປັບປຸງ ແລະ ເຜີຍແຜ່ ກົດ​ໝາຍ, ນິຕິກຳ, ນະ​ໂຍ​ບາຍ, ມາດ​ຕະ​ຖານ​-ເຕັກ​ນິກ ແລະ ລະ​ບຽບການຕ່າງໆ ທີ່​ກ່ຽວຂ້ອງກັບ​ຂົງເຂດວຽກ​ງານ​ອາຫານ, ຢາ ແລະ ຜະລິດຕະພັນການແພດ​;

  4. ສ້າງແຜນການ ແລະ ງົບປະມານໃນການຈັດຕັ້ງປະຕິບັດການເຄື່ອນໄຫວຕາມກຳນົດເວລາ;

  5. ຄົ້ນຄວ້າ​ກຳນົດ ຫຼື ລົບລ້າງ​ບັນ​ຊີ​ອາ​ຫານ, ຢາ, ຢາພື້ນເມືອງ, ຜະລິດຕະພັນເສີມສຸຂະພາບ, ອຸປະກອນການແພດ,  ອາ​ຫານ​ເສີມ​ການ​ແພດ, ເຄື່ອງ​ສຳ​ອາງ, ຢາ​ເສບ​ຕິດ, ວັດ​ຖຸ​ອອກ​ລິດ​ຕໍ່ຈິດ​ປະ​ສາດ, ເຄ​ມີ​ຄວບ​ຄຸມ, ຢາ​ເບື່ອ, ຢາ​ຕ້ອງ​ຫ້າມ ແລະ  ​ເຄມີອັນຕະລາຍ​ທີ່​ນໍາ​ໃຊ້​ໃນ​ຄົວ​ເຮືອນ;

  6. ຊີ້ນໍາ, ຊຸກຍູ້, ຕິດຕາມຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນງານຂອງກົມ, ສາຍແຜນງານ ນັບແຕ່ສູນກາງ ຮອດທ້ອງຖິ່ນ ແລະ ລາຍງານໃຫ້ການນໍາຂອງກະຊວງສາທາລະນະສຸກ ເປັນແຕ່ລະໄລຍະ;

  7. ຄົ້ນ​ຄວ້າ ແລະ ນຳສະເໜີລັດຖະມົນຕີກະຊວງສາທາລະນະສຸກ ເພື່ອຂໍອະນຸຍາດ ຫຼື ລົບ​ລ້າງ​ໃບ​ທະບຽນ​ວິຊາຊີບເພສັດຊະກຳ ແລະ ໃບອະນຸຍາດວິຊາສະເພາະ ເພື່ອດໍາເນີນທຸລະກິດກ່ຽວກັບຜະລິດຕະພັນທີ່ມີຄວາມສ່ຽງຕໍ່ສຸຂະພາບ ເປັນຕົ້ນ ​ຜະລິດຕະພັນອາ​ຫານ, ອາຫານເສີມການແພດ, ຢາຫຼວງ, ຢາພື້ນເມືອງ, ຜະລິດຕະພັນເສີມສຸຂະພາບ, ຊັບພະຍາກອນທຳມະຊາດທີ່ເປັນຢາ, ອຸປະກອນການແພດເຄື່ອງສຳອາງ, ຢາເບື່ອ, ຢາ​ເສບ​ຕິດ, ວັດຖຸ​ອອກ​ລິດ​ຕໍ່​ຈິດ-​ປະສາດ, ​ເຄມີຄວບ​ຄຸມ ແລະ ເຄມີອັນຕະລາຍ​ທີ່​ນໍາ​ໃຊ້​ໃນ​ຄົວ​ເຮືອນ ແລະ ຫ້ອງທົດລອງ;

  8. ຄົ້ນຄວ້າການຂຶ້ນ​ທະບຽນ, ຈົດແຈ້ງ, ອະນຸມັດ​ໃຫ້​ຜະລິດ, ຈຳ​ໜ່າຍ, ນຳ​ເຂົ້າ-ສົ່ງ​ອອກ, ສົ່ງຜ່ານ​ຜະລິດ​ຕະພັນ​ອາຫານ, ອາຫານເສີມການແພດ, ຢາຫຼວງ, ຢາພື້ນເມືອງ, ຜະລິດຕະພັນເສີມສຸຂະພາບ, ຊັບພະຍາກອນ ທຳມະຊາດທີ່ເປັນຢາ, ອຸປະກອນ​ການ​ແພດ, ເຄື່ອງສຳອາງ ແລະ ວັດຖຸ​ເຄມີອັນຕະລາຍ​ທີ່ໃຊ້​ໃນ​ຄົວ​ເຮືອນ;

  9. ຄົ້ນຄວ້າ, ກວດກາ ແລະ ປະເມີນຜົນ ເພື່ອຢັ້ງຢືນ ກ່ຽວກັບລະບົບການຜະລິດທີ່ດີ (GMP), ການປະຕິບັດຫ້ອງທົດລອງທີ່ດີ (GLP), ການເກັບຮັກສາທີ່ດີ (GSP), ລະບົບວິເຄາະ ແລະ ຄວບຄຸມຈຸດອັນຕະລາຍ (HACCP) ສໍາລັບຜະລິດຕະພັນອາຫານ, ການຂາຍຍົກທີ່ດີ (GWP), ການຂາຍຍ່ອຍທີ່ດີ (GPP) ສໍາລັບຢາຫຼວງ, ຢາພື້ນເມືອງ, ຜະລິດຕະພັນເສີມສຸຂະພາບ ແລະ ເຄື່ອງສໍາອາງ;

  10. ຕິດຕາມຄວາມປອດໄພຂອງຢາ ແລະ ຜະລິດຕະພັນການແພດ; ແຈ້ງເຕືອນຮີບດ່ວນດ້ານອາຫານ, ຢາ ແລະ ຜະລິດຕະພັນການແພດ ແລະ ເຜີຍແຜ່ຂໍ້ມູນຂ່າວສານໃຫ້ແກ່ສາທາລະນະ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;

  11. ປະຕິບັດພາລະບົດບາດໃນນາມກອງເລຂາຄະນະກຳມະການແຫ່ງຊາດເພື່ອຄຸ້ມຄອງອາຫານ ແລະ ຢາ ແລະ ເປັນຈຸດປະສານງານຂອງຄະນະກຳມະການກົດລະຫັດອາຫານລາວ;

  12. ຕິດ​ຕາມ, ຊຸກຍູ້ ແລະ ສົ່ງ​ເສີມທຸກ​ຫົວ​ໜ່ວຍ​ການ​ຈັດ​ຕັ້ງ​ຂອງ​ລັດ, ເອ​ກະ​ຊົນ​ທີ່​ດຳ​ເນີນ​ທຸ​ລະ​ກິດການຜະລິດ, ຈຳໜ່າຍ, ນຳເຂົ້າ-ສົ່ງອອກ, ສົ່ງຜ່ານ ດ້ານ​ອາ​ຫານ,  ​ຢາ ແລະ ຜະ​ລິດ​ຕະ​ພັນ​ການ​ແພດ;

  13. ຄົ້ນຄວ້າ, ສັງລວມ ​ແລະ ວິໄຈສະພາບ ກ່ຽວກັບຄຸນ​ນະພາ​ບ, ມາດຕະຖານ ແລະ ຄວາມ​ປອດ​ໄພອາຫານ, ຢາ ແລະ ຜະລິດຕະພັນການແພດ ໃນຂອບເຂດທົ່ວປະເທດ;

  1. ຊີ້ນຳວຽກງານສົ່ງເສີມການອະນຸລັກ​ຊັບ​ພະ​ຍາ​ກອນທຳ​ມະ​ຊາດ​ທີ່​ເປັນ​ຢາ ແລະ ສົ່ງເສີມການຜະລິດຢາພື້ນເມືອງສົມທົບເຂົ້າໃນການ​ກັນ​ ແລະ ປິ່ນ​ປົວ​ພະ​ຍາດໃຫ້ກ້ວາງຂວາງ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;

  2. ຊີ້ນຳວຽກງານຮັບປະກັນການມີຢາ ແລະ ຜະ​ລິດ​ຕະ​ພັນ​ການ​ແພດໃຫ້ພຽງພໍ, ສອດຄ່ອງກັບນະໂຍບາຍການນຳໃຊ້, ມີລາຄາທີ່ເໝາະສົມ ແລະ ສົ່ງເສີມການນໍາໃຊ້ຢາ ຢ່າງສົມເຫດສົມຜົນ ໃນຕາໜ່າງການບໍລິການສາທາລະນະສຸກ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ;

  3. ຊີ້ນຳວຽກງານກວດກາອາຫານ, ຢາ ແລະ ຜະລິດຕະພັນການແພດ ປະຈໍາດ່ານ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;

  4. ຊຸກຍູ້, ສົ່ງ​ເສີມ​ການ​ຜະ​ລິດ​ພາຍ​ໃນ​ດ້ານ​ອາ​ຫານ,  ຢາ ແລະ ຜະລິດຕະພັນການແພດ ບົນພື້ນຖານ​ມາດຕະຖານຄຸນ​ນະ​ພາບ​​ການ​ຜະ​ລິດ​ທີ່​ດີ​ເພື່ອນຳໃຊ້ພາຍໃນ ແລະ ​ເປັນ​ສິນ​ຄ້າ​ສົ່ງ​ອອກທົດ​ແທນ​ການ​ນຳ​ເຂົ້າ​ເທື່ອ​ລະ​ກ້າວ;

  5. ຄົ້ນຄວ້າ ແລະ ສະເໜີການດຸ່ນ​ດ່ຽງ ລະ​ຫວ່າງ​ຄວາມ​ຕ້ອງ​ການ​ຊົມໃຊ້​ກັບການ​ຜະ​ລິດພາຍໃນ ແລະ ການ​ນຳ​ເຂົ້າດ້ານ​ອາຫານ, ຢາ ແລະ ຜະລິດຕະພັນການແພດ;

  6. ​ຄົ້ນ​ຄວ້າ, ​ແກ້​ໄຂ ແລະ ປະຕິບັດມາດຕະການ ກ່ຽວກັບຜະລິດຕະພັນອາຫານ, ຢາ ແລະ ຜະລິດຕະພັນການແພດ ທີ່ມີບັນຫາດ້ານມາດຕະຖານ, ຄຸນນະພາບ ແລະ ຄວາມປອດໄພ;

  7. ຄຸ້ມຄອງ, ພັດທະນາລະບົບຖານຂໍ້ມູນ ​ແລະ ​​​​​​ເຜີຍ​ແຜ່ຂໍ້​ມູນ​​ຂ່າວສານດ້ານອາຫານ, ຢາ ແລະ ຜະ​ລິດ​ຕະ​ພັນ​ການ​ແພດ;

  8. ຄຸ້ມຄອງງົບປະມານ, ເງິນເດືອນ, ເງິນບໍລິຫານ, ຈັດຊື້-ຈັດຈ້າງ, ຄຸ້ມຄອງບັນຊີ, ຄັງເງິນສົດ, ຄຸ້ມຄອງຊັບສິນ, ພາຫະນະ, ວັດຖຸອຸປະກອນທີ່ຮັບໃຊ້ເຂົ້າໃນວຽກງານຂອງກົມ;

  9. ຄົ້ນຄວ້າ ແລະ ສະເໜີແຕ່ງຕັ້ງ, ຍົກຍ້າຍ, ຍ້ອງຍໍ, ເລື່ອນຊັ້ນຂັ້ນ ແລະ ປະຕິບັດວິໄນຕໍ່ລັດຖະກອນຂອງກົມ ຕາມກົດໝາຍ ແລະ ລະບຽບການທີ່ກຳນົດໄວ້;

  10. ພົວພັນ, ປະສານງານ ແລະ ຮ່ວມມືກັບອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບວຽກງານຄຸ້ມຄອງອາຫານ, ຢາ ແລະ ຜະລິດຕະພັນການແພດ;

 
ຊື່ເອກະສານ ພາສາ Action
ENGLISH
ALL
         
ID ຊື່ຜະລິດຕະພັນ ໂຮງງານຜູ້ຜະລິດ ປະສິດທິພາບດ້ານ ຄລີນິກຢັ້ງຢືນ ຈາກໂຮງງານ ປະສິດທິພາບດ້ານ ຄລີນິກຢັ້ງຢືນ ໂດຍສູນວິເຄາະລະບາດວິທະຍາ ເລກທີ ໄດ້ຮັບອານຸຍາດ EUA ຈາກກົມອາຫານ ແລະ ຢາ ວັນທີ ໄດ້ຮັບອານຸຍາດ EUA ຈາກກົມອາຫານ ແລະ ຢາ ບໍລິສັດນຳເຂົ້າ ຮູບພາບ ແລະ ວິທີການນໍາໃຊ້
1Sure Status COVID-19 Antigen Card Test (Nasopharyngeal Swab)Premier Medical Corporation Private Limited (India)ຄວາມໄວ 94.4% (Sensitivity), ຄວາມຈຳເພາະ100% (Specificity)ບໍ່ໄດ້ທົດສອບຄືນ ເນື່ອງຈາກເປັນເຄື່ອງທົດສອບແບບໄວທີ່ຢູ່ໃນ EUL ຂອງອົງການອະນາໄມໂລກEUA-01-0101/11/2021ບໍລິສັດ ວຽງທອງການຢາ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວPREVIEW
2Panbio COVID-19 Ag Rapid Test Device (Nasal)Abbott Rapid Diagnostic Jena GmbH (Germany) ຄວາມໄວ 98.1% (Sensitivity) ຄວາມຈຳເພາະ 99.8% (Specificity)ບໍ່ໄດ້ທົດສອບຄືນ ເນື່ອງຈາກເປັນເຄື່ອງທົດສອບແບບໄວທີ່ຢູ່ໃນ EUL ຂອງອົງການອະນາໄມໂລກEUA-01-0201/11/2021ບໍລິສັດ ຊີບີເອັຟ ຟາຣມາ ຈຳກັດPREVIEW
3Standard Q COVID-19 Ag Test (Nasopharyngeal Swab)SD Biosensor, Inc (Korea)- ທົດສອບໃນປະເທດເຢຍລະມັນ ຄວາມໄວ 100% (Sensitivity) ຄວາມຈຳເພາະ 99.3% (Specificity), ທົດສອບໃນປະເທດເຢຍບຣາຊີນ ຄວາມໄວ 95.9% (Sensitivity) ຄວາມຈໍາເພາະ 97.6% (Specificity)ບໍ່ໄດ້ທົດສອບຄືນ ເນື່ອງຈາກເປັນເຄື່ອງທົດສອບແບບໄວທີ່ຢູ່ໃນ EUL ຂອງອົງການອະນາໄມໂລກEUA-01-0318/11/2021ບໍລິສັດ ເອັສເຄເອັນການຄ້າ ຂາອອກ-ຂາເຂົ້າຈຳກັດ ຜູ້ດຽວPREVIEW
4COVID-19 (SARS-CoV-2) Antigen Test Kit (Kolloidal Gold)Anhui DeepBlue Medical Technology,Co.,Ltd (China)ຄວາມໄວ 96.4% (Sensitivity)ຄວາມຈຳເພາະ 99,8% (Specificity)ບໍ່ໄດ້ທົດສອບຄືນEUA-02-0722/02/2022ບໍລິສັດ ພອນທິດາ ຂາເຂົ້າ - ຂາອອກPREVIEW
5Covid-19 Antigen CARD KitFosun Diagnostics (Shanghai) Co.,Ltd (China)ຄວາມໄວ 96.1% (Sensitivity) ຄວາມຈຳເພາະ 99,5% (Specificity)ບໍ່ໄດ້ທົດສອບຄືນEUA-02-0218/02/2022ບໍລິສັດ ການຢາມິດຕະພາບ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວPREVIEW
6SARS-CoV-2 Rapid Antigen Test Kit (Colloidal Gold)Genrui Biotech Inc. (China)ຄວາມໄວ 98.13% (Sensitivity) ຄວາມຈຳເພາະ100% (Specificity)ບໍ່ໄດ້ທົດສອບຄືນEUA-02-0418/02/2022ບໍລິສັດ ເຄເອັສດີການຢາ ຂາອອກ - ຂາເຂົ້າ ຈຳກັດຜູ້ດຽວPREVIEW
7One Step Rapid Test, SARS-CoV-2 Rapid Antigen Test (Immunochromatograpphy Assay)Qingdao Hightop Biotech Co.,Ltd (China)ຄວາມໄວ 93% (Sensitivity) ຄວາມຈຳເພາະ 99% (Specificity)ບໍ່ໄດ້ທົດສອບຄືນEUA-02-0318/02/2022ບໍລິສັດ ເອັນເອັນຊີ ຟາກມາຈຳກັດPREVIEW
8Sure Status COVID-19 Antigen Card Test (Home Test)Premier Medical Corporation Private Limited (India)ຄວາມໄວ 95% (Sensitivity) ຄວາມຈຳເພາະ100% (Specificity)ບໍ່ໄດ້ທົດສອບຄືນEUA-02-0118/02/2022ບໍລິສັດ ວຽງທອງການຢາ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວPREVIEW
92019-nCoV Antigen Test, W634P0009 (Lateral Flow Method)Guangzhou Wondfo Biotech Co.,Ltd (China)ຄວາມໄວ 97,83% (Sensitivity) ຄວາມຈຳເພາະ99,08% (Specificity)ບໍ່ໄດ້ທົດສອບຄືນEUA-02-0622/02/2022ບໍລິສັດ ໄຊມັງກອນການຢາ ຈຳກັດຜູ້ດຽວPREVIEW
102019-nCoV Antigen Test, W196P0010 (Lateral Flow Method)Guangzhou Wondfo Biotech Co.,Ltd (China)ຄວາມໄວ 97,83% (Sensitivity) ຄວາມຈຳເພາະ99,08% (Specificity)ບໍ່ໄດ້ທົດສອບຄືນEUA-02-0522/02/2022ບໍລິສັດ ໄຊມັງກອນການຢາ ຈຳກັດຜູ້ດຽວPREVIEW
11SARS-CoV-2 Antigen Test Kit (LFIA)Jiangsu Medomic Medical Technology Co.,Ltdຄວາມໄວ 95,83% (Sensitivity) ຄວາມຈຳເພາະ 100% (Specificity)N/AEUA-02-0827/04/2022ບໍລິສັດ ດີເຄເອັດສເຮັດສ ລາວ ຈຳກັດ (DKSH)PREVIEW
122019-nCoV Antigen Rapid Test Cassette Anterior Nasal SwabBeijing Applied Biological Technologies Co.,Ltdຄວາມໄວ 95,83% (Sensitivity) ຄວາມຈຳເພາະ 100% (Specificity)N/AEUA-02-0926/04/2022ບໍລິສັດ ເຄເອັສດີການຢາ ຂາອອກ - ຂາເຂົ້າ ຈຳກັດຜູ້ດຽວPREVIEW
13SARS-CoV-2 Rapid Antigen Test Kit (Colloidal Gold Method)Nanjing Qiitianying Biotech Co., Ltdຄວາມໄວ 96,25% (Sensitivity) ຄວາມຈຳເພາະ 99% (Specificity)N/AEUA-02-1011/05/2022ບໍລິສັດ ຄ່າງອານອິນເຕີເນເຊີນນໍ ຂາເຂົ້າ ແລະ ຂາອອກ ຈຳກັດຜູ້ດຽວPREVIEW

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA