Lao National Military's Day 20/01/1949-20/01/2024 ; Lao Trade Union's Day 01/02/1966-01/02/2024 ; International Woman's Day 08/3/1910-08/3/2024 ; Lao People's Revolutionary Party Day 22/3/1955-22/3/2024 LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
ກອງປະຊຸມເຜີຍແຜ່ຍຸດທະສາດວ່າດ້ວຍ ການຕ້ານຕໍ່ເຊື້ຶອຈຸລະຊີບທີ່ຕ້ານຕໍ່ຢາຕ້ານເຊື້ອຂອງ ສປປ ລາວ
Posted By: ທ້າວ ຊົ່ງ, Date: 25/11/2019

ໃນວັນທີ 19/11/2019, ຕອນເຊົ້າເວລາ 8:30 ໂມງ ໄດ້ຈັດກອງປະຊຸມເຜີຍແຜ່ຍຸດທະສາດວ່າດ້ວຍການຕ້ານຕໍ່ເຊື້ຶອຈຸລະຊີບທີ່ຕ້ານຕໍ່ຢາຕ້ານເຊື້ອ ແຕ່ປີ 2019 – 2023 ຂຶ້ນ ຢູ່ທີ່ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ຄະນະປະທານຮ່ວມ ໂດຍ ທ່ານ ດຣ. ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສີກໍາ ແລະ ປ່າໄມ້, Dr. Mark JACOBS ຜູ້ຕາງໜ້າອົງການອະນາໄມໂລກປະຈໍາ ສປປ ລາວ ແລະ Mr. Hassar Hayat ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ປະຈໍາ ສປປ ລາວ. ເຊິ່ງມີບັນດາຄະນະພະແນກສາທາລະນະສຸກແຂວງ, ຄະນະອຳນວຍການໂຮງໝໍສູນກາງ ແລະ ແຂວງ, ຄະນະພະແນກກະກຳ ແລະ ປ່າໄມ້ແຂວງ ຈາກ 17 ແຂວງ ແລະ ນະຄອນຫຼວງ ໃນທົ່ວປະເທດ ພ້ອມບັນດາຕາງໜ້າກົມ, ສູນ ແລະ ວິຊາການກ່ຽວຂ້ອງຢູ່ຂັ້ນສູນກາງຈາກ 02 ກະຊວງ ເຂົ້າຮ່ວມ ລວມທັງໝົດຈໍານວນ  85   ທ່ານ.

ຈາກນັ້ນໃນເວລາ 13.30 ໂມງໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ດຣ. ບຸນຊູ ແກ້ວຫາວົງ ຮອງຫົວໜ້າກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ແລະ ທ່ານ ດຣ. ສີທອງ ພິພັກຂະວົງ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງກະຊວງກະສິກຳ ແລະ ປ່າໄມ້ ໄດ້ສືບຕໍ່ເຜີຍແຜ່ຍຸດທະສາດວ່າດ້ວຍການຕ້ານຕໍ່ເຊື້ຶອຈຸລະຊີບທີ່ຕ້ານຕໍ່ຢາຕ້ານເຊື້ອຂອງ ສປປ ລາວປິ 2019-2023 ໃຫ້ແກ່ຜູ້ປະກອບການຮ້ານຂາຍຍ່ອຍຢາເອກະຊົນ ຈໍານວນໜຶ່ງ ຢູ່ພາຍໃນນະຄອນຫຼວງວຽງຈັນ, ຜູ້ປະກອບການດ້ານການລ້ຽງສັດ ແລະ ການປະມົງ, ນັກສຶກສາຈາກມະຫາວິທະຍາໄລກະເສດສາດ ແລະ ບັນດາສື່ມວນຊົນ, ມີຜູ້ເຂົ້າຮ່ວມຮັບຟັງການເຜີຍແຜ່ຄັ້ງນີ້ 150 ທ່ານ.
ຈຸດປະສົງຂອງກອງປະຊຸມແມ່ນເພື່ອໃຫ້ຜູ້ປະກອບການຮ້ານຂາຍຢາ ແລະ ຜູ້ປະກອບການດ້ານການລ້ຽງສັດ ແລະ ການປະມົງ ຮັບຮູ້ຢ່າງເລິກເຊິ່ງກ່ຽວກັບແຜນຍຸດທະສາດດັ່ງກ່າວ ແລ້ວນໍາໄປຜັນຂະຫຍາຍຈັດຕັ້ງປະຕິບັດ ເພື່ອຫຼຸດຜ່ອນການນຳໃຊ້ຢາຕ້ານເຊື້ອໂດຍບໍ່ຈຳເປັນ ແລະ ບໍ່ໃຫ້ເກີດມີສະພາບເຊື້ອຈຸລະຊີບຕ້ານຕໍ່ຢາຕ້ານເຊື້ອ ເຮັດໃຫ້ມີການນຳໃຊ້ຢາຕ້ານເຊື້ອຢ່າງເໝາະສົມ ຢູ່ໃນຂະແໜງສຸຂະພາບຄົນ ແລະ ສັດ.
ເຊິ່ງເນື້ອໃນຂອງຍຸດທະສາດວ່າດ້ວຍການຕ້ານຕໍ່ເຊື້ຶອຈຸລະຊີບທີ່ຕ້ານຕໍ່ຢາຕ້ານເຊື້ອຂອງ ສປປ ລາວ ປິ 2019-2023 ປະກອບດ້ວຍ 5 ຍຸດທະສາດດັ່ງນີ້:


1. ການຍົກລະດັບຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບເຊື້ອຈຸລະຊີບຕ້ານຕໍ່ຢາ.
2. ການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການເຝົ້າລະວັງກ່ຽວກັບເຊື້ອຈຸລະຊີບຕ້ານຕໍ່ຢາ.
3. ການຫຼຸດຜ່ອນອັດຕາການເກີດເປັນພະຍາດຊືມເຊື້ອ.
4. ການເພີ້ມປະສິດທິພາບໃນການນຳໃຊ້ຢາຕ້ານເຊື້ອໃນຂະແໜງການສຸຂະພາບຄົນ ແລະ ສັດ.
5. ການປັບປຸງລະບົບການຄຸ້ມຄອງ, ການປະສານງານ ແລະ ການສະໜອງຫງົບປານ.
 

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA