Lao National Military's Day 20/01/1949-20/01/2024 ; Lao Trade Union's Day 01/02/1966-01/02/2024 ; International Woman's Day 08/3/1910-08/3/2024 ; Lao People's Revolutionary Party Day 22/3/1955-22/3/2024 LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
ໜ່ວຍ​ພັກ​ຮາກ​ຖານ​ກົມ​ອາ​ຫານ ແລະ ຢາ ຈັດ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ VI
Posted By: ສຸກສົມຄວນ ຈັນທະມາດ, Date: 09/01/2022

ໜ່ວຍພັກຮາກຖານກົມ​ອາ​ຫານ ແລະ ຢາ ຈັດ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ຕົນ​ຂຶ້ນ​ໃນ​ວັນ​ທີ 27 ທັນ​ວາ 2021 ທີ່​ຫ້ອງ​ປະ​ຊຸມ​ໃຫຍ່​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ ແລະ ເປັນ​ປະ​ທານ​ໂດຍ ທ່ານ ປອ. ດ​ຣ ບຸນແຝງ ພູມ​ມະ​ໄລ​ສິດ ກຳ​ມະ​ການ​ສູນ​ກາງ​ພັກ, ເລ​ຂາ​ຄະ​ນະ​ພັກ​ກະ​ຊວງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ. ກອ​ງ​ປະ​ຊຸມ​ໄດ້​ຮັບ​ກຽດ​ເຂົ້າ​ຮ່ວມ​ໂດຍ​ສະ​ຫາຍ​ເລ​ຂາ, ຮອງ​ເລ​ຂາ, ຕາງ​ໜ້າ​ຈາກໜ່ວຍ​ພັກ​ແຮກ​ສ່ຽວ ເຊັ່ນ: ໜ່ວຍ​ພັກ​ຮາກ​ຖານ ຫ້ອງ​ການ​ກະ​ຊວງ​ສາ​ທາ​ລະ​ສຸກ, ກົມ​ຈັດ​ຕັ້ງ-ພະ​ນັກ​ງານ, ກົມ​ກວດ​ກາ, ແຜນ​ການ ແລະ ການ​ຮ່ວມມື, ກົມ​ອະ​ນາ​ໄມ​ ແລະ ສົ່ງ​ເສີມ​ສຸ​ຂະ​ພາບ, ກົມ​ປິ່ນ​ປົວ ແລະ ຟື້ນ​ຟູ​ໜ້າ​ທີ່​ການ, ໜ່ວຍ​ພັກ​ຮາກ​ຖານ​ຂອງ​ສາຍ​ແຜນ​ງານ​ອາ​ຫານ ແລະ ຢາ ເປັນ​ຕົ້ນ: ສະ​ຖານ​ບັນ​ການ​ແພດ​ການ​ຢາ​ພື້ນ​ເມືອງ, ສູນ​ວິ​ໄຈ​ອາ​ຫານ ແລະ ຢາ, ສູນ​ສະ​ໜອງ​ຢາ-ອຸ​ປະ​ກອນ​ການ​ແພດ, ກອງກວດ​ກາ​ອາ​ຫານ ແລະ ຢາ, ໂຮງ​ງານ​ຜະ​ລິດ​ຢາ​ເລກ 2, ໂຮງ​ງານ​ຜະ​ລິດ​ຢາ​ເລກ 3.

ໃນ​ວາ​ລະ​ຂອງກອງ​ປະ​ຊຸມ​ໃຫຍ່​ຂອງ​ໜ່ວຍ​ພັກ​ກົມ​ອາ​ຫານ ແລະ ຢາ ຄັ້ງ​ທີ່ VI ​ຄັ້ງ​ນີ້, ໄດ້​ຜ່ານ​ບົດ​ລາຍ​ງານ​ກ່ຽວ​ກັບ​ຜົນ​ສຳ​ເລັດ​ຂອງ​ການ​ຈັດ​ຕັ້ງ​ປະ​ຕ​ິ​ບັດ​ວຽກ​ງານ​ຂອງ​ໜ່ວຍ​ພັກ ແຕ່​ປີ 2017-2021 ແລະ ທິດ​ທາງ​ແຜນ​ການ 2022-2026 ແລະ ຜ່າ​ນ​ບົດ​ລາຍ​ງານ​ການ​ນຳ​ພາຂອງ​ຄະ​ນະ​ໜ໋ວຍ​ພັກ ປີ 2017-2021 ໂດຍ​ສະ​ຫາຍ​ເລ​ຂາ ປອ. ດ​ຣ. ບຸນ​ຊູ ແກ້ວ​ຫາ​ວົງ ກຳ​ມະ​ການ​ຄະ​ນະ​ພັກ​ກະ​ຊວງ, ຫົວ​ໜ້າ​ກົມ​ອາ​ຫານ ແລະ ຢາ. ກອງ​ປະ​ຊຸມ​ຄັ້ງ​ນີ້ ຍັງ​ໄດ້​ດຳ​ເນີນ​ການ​ເລືອກ​ຕັ້ງ​ເອົາ​ຄະ​ນະ​ໜ່ວຍ​ພັກຊຸດ​ໃໝ່ (ຊຸດ​ທີ VI) ຂອງ​ໜ່ວຍ. ກອ​ງ​ປະ​ຊຸມ ໄດ້​ເລືອກ​ເອົາ​ຄະ​ນະ​ຊຸດໃໝ່ ເຊິ່ງ​ປະ​ກອບ​ມີ ສະ​ຫາຍ ປ​ທ. ສຸກ​ສົມ​ຄວນ ຈັນ​ທະ​ມາດ ເປັນ​ເລ​ຂາ​, ສະ​ຫາຍ ປ​ທ ນາງ ວຽງ​ໄຊ ວັນ​ສີ​ລາ​ລົມ ເປັນ​ຮອງ​ເລ​ຂາ ແລະ ສະ​ຫາຍ ປ​ທ ນາງ ພຸດ​ທະ​ວັນ ອິນ​ລໍ​ຄຳ ເປັນ​ກຳ​ມະ​ການ.

ກອງ​ປະ​ຊຸມ​ໄດ້​ດໍ​າ​ເນີນ​ໄປ​ເປັນ​ເວ​ລາ​ເຄື່ອງ​ມື ແລະ ສຳ​ເລັດ​ຕາມ​ຈຸດ​ປະ​ສົງ ແລະ ຄາດ​ໝາຍ ​ທີ່​ໄດ້​ວາງ​ໄວ້. 

 
 

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA