Lao National Military's Day 20/01/1949-20/01/2024 ; Lao Trade Union's Day 01/02/1966-01/02/2024 ; International Woman's Day 08/3/1910-08/3/2024 ; Lao People's Revolutionary Party Day 22/3/1955-22/3/2024 LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
ຄະນະກົມອາອຫານ ແລະ ຢາ ແລະ ພະນັກງານຫຼັກແຫຼ່ງລົງຕິດຕາມຊຸກຍູ້ວຽກງານສາຍອາຫານ ແລະ ຢາ ຂັ້ນສູນກາງ
Posted By: , Date: 30/04/2022

ໃນຕອນເຊົ້າຂອງວັນທີ 29 ເມສາ 2022, ຄະນະກົມອາຫານ ແລະ ຢາ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ໄດ້ລົງຕິດຕາມຊຸກຍູ້ວຽກງານກວດກາອາຫານ ແລະ ຢາ ຂອງກອງກວດກາອາຫານ ແລະ ຢາ ເຊິ່ງນໍາພາໂດຍ ທ່ານ ປອ. ດຣ. ບຸນຊູ ແກ້ວຫາວົງ ກໍາມະການຄະນະພັກກະຊວງ ຫົວໜ້າກົມອາຫານ ແລະ ຢາ. ເປັນກຽດຕ້ອນຮັບຄະນະກົມ ແລະ ທິມງານຄັ້ງນີ້ ໂດຍແມ່ນທ່ານ ດຣ. ບຸນເລື່ອນ ພະຍາດຊະໂຍທາ ແລະ ມີພະນັກງານຫຼັກແຫຼ່ງຈາກກອງກວດກາອາຫານ ແລະ ຢາ ເຂົ້າຮ່ວມ. ໃນວາລະກອງປະຊຸມ ທ່ານຫົວໜ້າກອງກວດກາອາຫານ ແລະ ຢາ ໄດ້ ລາຍງານຫຍໍ້ຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານກວດກາໃນໜຶ່ງປີທີ່ຜ່ານມາ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ແຜນການທິດທາງຕໍ່ໜ້າ. ກອງປະຊຸມໄດ້ເປີດໂອກາດໃຫ້ບັນດາຜູ້ເຂົ້າຮ່ວມທັງສອງພາກສ່ວນ ໄດ້ຍົກບັນຫາຕ່າງໆ ທີ່ເຫັນວ່າຍັງບໍ່ໂລ່ງລ່ຽນ ໃນການຈັດຕັ້ງປະຕິບັດທີ່ຜ່ານມາ ເພື່ອສົນທະນາ, ປຶກສາຫາລື ແລະ ສະເໜີວິທີແກ້ໄຂ. ກອງປະຊຸມເຫັນດີເປັນເອກະພາບ ເພື່ອນໍາເອົາບັນຫາຄົ້ງຄ້າງ ເພື່ອສືບຕໍ່ຄົ້ນຄ້ວາ, ວິເຄາະວິໄຈບັນຫາຢ່າງເລິກເຊິ່ງເຖິງຕົ້ນເຫດຂອງບັນຫາ ໃຫ້ຊັດເຈນ ແລະ ຮ່ວມກັນແກ້ໄຂ.

          ການລົງຕິດຕາມຊຸກຍູ້ຄັ້ງນີ້ ແມ່ນການຈັດຕັ້ງປະຕິບັດແຜນກິດຈະກໍາ ປະຈໍາປີ 2022 ເພື່ອຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນງານປົກປ້ອງຜູ້ບໍລິໂພກອາຫານ, ຢາ ແລະ ຜະລິດຕະພັນການແພດ ຂອງສາຍແຜນງານອາຫານ ແລະ ຢາ ຂັ້ນສູນກາງ. ກົມອາຫານ ແລະ ຢາ ໄດ້ສໍາເລັດການລົງຕິດຕາມຊຸກຍູ້ວຽກງານການວິໄຈອາຫານ ແລະ ຢາ ຢູ່ ສູນວິໄຈອາຫານ ແລະ ຢາ ແຫ່ງຊາດ, ກອງກວດກາອາຫານ ແລະ ຢາ. ໃນຕໍ່ໜ້າ ຈະໄດ້ສືບຕໍ່ລົງຕິດຕາມຊຸກຍູ້ວຽກງານຢູ່ ສະຖານບັນການແພດການຢາພື້ນເມືອງ, ສູນສະໜອງຢາ-ອຸປະກອນການແພດ, ໂຮງງານຜະລິດຢາ ເລກ 2 ແລະ ໂຮງງານຜະລິດຢາເລກ 3.

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA