Lao National Military's Day 20/01/1949-20/01/2024 ; Lao Trade Union's Day 01/02/1966-01/02/2024 ; International Woman's Day 08/3/1910-08/3/2024 ; Lao People's Revolutionary Party Day 22/3/1955-22/3/2024 LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
ກອງປະຊຸມແລກປ່ຽນ ແລະ ຖອດຖອນບົດຮຽນວຽກງານຄຸ້ມຄອງອາຫານ, ຢາ ແລະ ຜະລິດຕະພັນການແພດ
Posted By: ກີລາ ບູນປະເສີດ, Date: 12/07/2022

ຂຽນໂດຍ: ດຣ. ນາງ ກອງມະນີ ນາມມະວົງມີໄຊ

 

ກອງປະຊຸມແລກ​ປ່ຽນ ແລະ ຖອດ​ຖອນ​ບົດ​ຮຽນ

​ວຽກ​ງານ​ຄຸ້ມ​ຄອງ​ອາ​ຫານ, ຢາ ແລະ ຜະ​ລິດ​ຕະ​ພັນ​ການ​ແພດ

             ກອງປະຊຸມແລກ​ປ່ຽນ ແລະ ຖອດ​ຖອນ​ບົດ​ຮຽນ​ວຽກ​ງານ​ຄຸ້ມ​ຄອງ​ອາ​ຫານ, ຢາ ແລະ ຜະ​ລິດ​ຕະ​ພັນ​ການ​ແພດ ລະ​ຫວ່າງ ​ສາຍ​ແຜນ​ງານ​ອາ​ຫານ ແລະ ຢາ ແລະ ຂະ​ແໜງອາ​ຫານ ແລະ  ຢາ​ ນະ​ຄອນ​ຫຼວງໄດ້ຈັດຂຶ້ນໃນວັນທີ 30 ມີຖຸນາ 2022 ຢູ່ທີ່ພະແນກສາທາລະນະສຸກນະຄອນຫຼວງ ໂດຍການເປັນປະທານຮ່ວມຂອງທ່ານ ປອ.ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ດຣ. ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ. ກອງປະຊຸມມີຜູ້ເຂົ້າຮ່ວມທັງໝົດ 35 ທ່ານ ທີ່ມາຈາກ ກົມອາຫານ ແລະ ຢາ, ກອງກວດກາ ອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ, ສູນສະໜອງຢາ ແລະ ອຸປະກອນການແພດ, ຂະແໜງອາຫານ ແລະ ຢາ ນະຄອນຫຼວງ, ອາຫານ ແລະ ຢາເມືອງສີໂຄດຕະບອງ, ນາຊາຍທອງ, ໄຊເຊດຖາ,  ແລະ ເມືອງໄຊທານີ.

              ກອງປະຊຸມດັ່ງກ່າວມີຈຸດປະສົງ ເພື່ອຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານອາຫານ ແລະ ຢາ ປີ 2021 ແລະ ທິດທາງແຜນການ ຂອງຂະແໜງອາຫານ ແລະ ຢານະຄອນຫຼວງວຽງຈັນ, ປຶກສາຫາລືຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການປະຕິບັດວຽກງານຄຸ້ມຄອງອາຫານ ແລະ ຢາ, ການຈັດຊື້-ຈັດຫາ ການສະໜອງຢາ ແລະ ຜະລິດຕະພັນການແພດ, ວຽກອອກ ແລະ ຕໍ່ທະບຽນຮ້ານຂາຍຢາ ແລະ ບໍລິສັດຢາ, ວຽກກວດກາ ອາຫານ ແລະ ຢາ, ວຽກປະຈຳດ່ານ, ວຽກ, ວຽກຢາພື້ນເມືອງ, ວຽກຄຸ້ມຄອງການໂຄສະນາອາຫານ ແລະ ຢາ ແລະ ສ້າງຄວາມເຂັ້ມແຂງໃຫ້ຫ້ອງວິໄຈອາຫານ ແລະ ຢານະຄອນຫຼວງ.

              ກອງປະຊຸມໄດ້ຮັບໝາກຜົນສໍາເລັດດ້ວຍດີ ເຊິ່ງຜູ້ເຂົ້າຮ່ວມກໍ່ໄດ້ສົນທະນາ  ແລະ ປຶກສາຫາລື ແລກປ່ຽນບາງບັນຫາທີ່ຕ້ອງໄດ້ປັບປຸງ ແລະ ແກ້ໄຂຮ່ວມກັນເປັນຕົ້ນ: ປັບປຸງຂັ້ນຕອນ ແລະ ໄລຍະເວລາໃນການຕໍ່ທະບຽນຮ້ານຂາຍຢາ ໃຫ້ໄວຂຶ້ນ ແລະ ບັນຫາວິຊາການທີ່ໄດ້ຮັບອະນຸຍາດບໍ່ໄດ້ປະຈຳຢູ່ຮ້ານ, ບັນຫາການຢາຂາຍນອກໂມງລັດຖະການ; ວຽກງານກວດກາຢູ່ດ່ານ ເຊີ່ງຕ້ອງໄດ້ປັບປຸງລະບຽບການທີ່ຮັດກຸມ ແລະ ກຳນົດໜ້າວຽກໃຫ້ລະອຽດ ແລະ ມີສິ່ງຊຸກຍູ້ໃຫ້ພະນັກງານທີ່ໄປປະຈຳຢູ່ດ່ານ; ເພີ້ມທະວີການປະສານສົມທົບກັນລະຫວ່າງກົມ, ກອງ ແລະ ອາຫານ ແລະ ຢານະຄອນຫຼວງ ກ່ຽວກັບການກວດກາ; ການໂຄສະນາຂາຍອາຫານເສີມ, ຢາ ແລະ ຜະລິດຕະພັນການແພດທາງສື່ອອນລາຍຍັງພົບຄວາມຫຍຸ້ງຍາກໃນການຄຸ້ມຄອງ ສາທາລະນະສຸກຕ້ອງໄດ້ສົມທົບກັບປ້ອງກັນຄວາມສະຫງົບ ແລະ ຜູ້ເຮັດຂົນສົ່ງ ເພື່ອແກ້ໄຂຮ່ວມກັນ. ການປະສານງານກ່ຽວກັບວຽກງານການຊື້ຢາ ແລະ ອຸປະກອນການແພດ ໂດຍໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມໃນວຽກງານດັ່ງກ່າວ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງອາຫານ ແລະ ຢາ ເທືອລະກ້າວ ເພື່ອຊ່ວຍຫຼຸດຜ່ອນການແບກຫາບພາລະຂອງສູນວິໄຈອາຫານ ແລະ ຢາ ແຫ່ງຊາດ.

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA