Lao National Military's Day 20/01/1949-20/01/2024 ; Lao Trade Union's Day 01/02/1966-01/02/2024 ; International Woman's Day 08/3/1910-08/3/2024 ; Lao People's Revolutionary Party Day 22/3/1955-22/3/2024 LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
ພິທີເປີດໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດອຸປະກອນການແພດໃນ ສປປ ລາວ ເພື່ອຕອບໂຕ້ການລະບາດຂອງໂຄວິດ-19
Posted By: ວ່າງຈື້ຊົ່ງ ຕົງນາມະວົງ, Date: 30/11/2022
ຂຽນໂດຍ: ທ່ານ ກິລາ ບຸນປະເສີດ ວິຊາການ ພະແນກຂ່າວສານອາຫານ ອາຫານ ແລະ ຢາ

ໃນວັນທີ 24 ພະຈິກ 2022, ກົມອາຫານ ແລະ ຢາ ຮ່ວມກັບອົງການ ສະຫະປະຊາຊາດ ເພື່ອການພັດທະນາ (UNDP) ແລະ ລັດວິສາຫະກິດ ໂຮງງານຜະລິດຢາ ເລກ 3 ໄດ້ຈັດພິທີເປີດໂຕກະກຽມສະຖານທີ່ຮອງຮັບການຕິດຕັ້ງເຄື່ອງຈັກຜະລິດຜ້າອັດປາກ-ດັງ ແລະ ເຈວລ້າງມືທີ່ບໍລິສັດລັດວິສາຫະກິດ ໂຮງງານຜະລິດຢາເລກ 3. ພິທີການດັ່ງກ່າວໄດ້ຈັດຂື້ນທີ່ບໍລິສັດລັດວິສາຫະກິດ ໂຮງງານຜະລິດຢາ ເລກ 3 ເຊິ່ງໄດ້ຮັບກຽດເຂົ້າຮ່ວມ ພິທີ ແລະ ມີຄໍາເຫັນ ໂດຍມີທ່ານ ປອ ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ທ່ານ ຫານ ເຢະ ເລຂາໂທ ຫ້ອງການເສດຖະກິດ ແລະ ການຄ້າ ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ປະຈຳ ສປປ ລາວ, ທ່ານ Abduvakkos Abdurahmanov ຫົວໜ້າໜ່ວຍງານບໍລິຫານຈັດການຊັບພະຍາກອນທຳມະຊາດ, ການປ່ຽນແປງສະພາບອາກາດ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ, ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ, ທ່ານ ດຣ. ພູຂົງ ໂຈມມາລາ  ຮອງຜູ້ອຳນວຍການ ລັດວິສາຫະກິດ ບໍລິສັດລັດວິສາຫະກິດ ໂຮງງານຜະລິດຢາເລກ 3. ພິທິດັ່ງກ່າວ ໄດ້ມີບັນດາ ຄະນະພະແນກ, ຄະນະຂະແໜງ, ຄະນໜ່ວຍງານ ແລະ ວິຊາການ ທີ່ມາຈາກກົມອາຫານ ແລະ ຢາ, ກອງກວດກາອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ  ແລະ ພະນັກງານ ລັດວິສາຫະກິດໂຮງງານຜະລິດຢາເລກ 3.

ໃນພິທີ ດັ່ງກ່າວ ທ່ານ ດຣ. ສຸກສົມຄວນ ຈັນທະມາດ ໄດ້ລາຍງານ ຄວາມເປັນມາ ແລະ ຄວາມຄືບໜ້າໃນໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດ " ໂຄງການສາມຫຼ່ຽມ ສປ ຈີນ-ອົງການສະຫະປະຊາຊາດເພື່ອການພັດທະນາ ໃນການຮ່ວມມືເພື່ອຕອບໂຕ້ການລະບາດຂອງໂຄວິດ-19 ໃນພາກພື້ນອາຊີ ແລະ ປາຊີຟິກ ” ເຊິ່ງ ພາຍໃຕ້ ໂຄງການດັ່ງກ່າວ ສຳລັບ ສປປ ລາວ ແມ່ນໄດ້ຮັບການສະໜັບສະໜູນ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການຄຸ້ມຄອງ ແລະ ຜະລິດອຸປະກອນ (ໂດຍສະເພາະ ຜະລິດຕະພັນຜ້າອັດປາກ-ດັງ ແລະ ເຈວລ້າງມື) ສຳລັບປ້ອງກັນໂຄວິດ-19. ໂຄງການດັ່ງກ່າວແມ່ນ ການລະດົມທຶນຊ່ວຍເຫຼືອ ຂອງອົງການ ສະຫະປະຊາຊາດເພື່ອການພັດທະນາ ຈາກລັດຖະບານ ສາທາລະນະລັດ ປະຊາຊົນ ຈີນ ເພື່ອຊ່ວຍເຫຼືອ ໃນວຽກງານຕອບໂຕ້ການລະບາດຂອງໂຄວິດ-19 ໃນ 4 ປະເທດຄື: ສປປ ລາວ, ບັງກະລາເທດ, ມາວດີຟ ແລະ ປາກິດສະຖານ.  ສໍາລັບ ສປປ ລາວ ແມ່ນໄດ້ຮັບການຊ່ວຍເຫຼືອໃນການສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດ ອຸປະກອນນຳໃຊ້ໃນການປ້ອງກັນໂຄວິດ-19 ເປັນມູນຄ່າ 1,207,264 USD (ໜື່ງລ້ານສອງແສນ ເຈັດພັນ ສອງຮ້ອຍຫົກສິບສີ່ ໂດລາສະຫະລັດ), ທ່ານຍັງໄດ້ ລາວງານຊາບວ່າຄຽງຄູ່ກັບ ການສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດ ໂຄງການດັ່ງກ່າວ ກໍ່ຍັງໃຫ້ການສະໜັບສະໜູນການ ຈັດຕັ້ງປະຕິບັດ ບັນດາກິດຈະກຳ ທີ່ສ້າງຄວາມເຂັ້ມແຂງໃນວຽກງານຄຸ້ມຄອງອຸປະກອນການແພດ ເຊິ່ງຈັດຕັ້ງປະຕິບັດ ໂດຍ ກົມອາຫານ ແລະ ຢາ, ກອງກວດກາອາຫານ ແລະ ຢາ ແລະ ສູນວິໄຈອາຫານ ແລະ ຢາ ເພື່ອສ້າງຄວາມເຊື່ອໝັ້ນ ໃນພາກພື້ນ ແລະ ສາກົນຕໍ່ຄຸນນະພາບຂອງອຸປະກອນການແພດທີ່ຜະລິດພາຍໃນ ສປປ ລາວ ເທື່ອລະກ້າວ.

ໂຄງການໃນໄລຍະ 18 ເດືອນນີ້ ຈະເຮັດໃຫ້ວຽກງານຄຸ້ມຄອງ ແລະ ຜະລິດອຸປະກອນການແພດໃນ ສປປ ລາວ ມີໃບໜ້າອັນໃໝ່ ແລະ ເປັນຂີດໝາຍສຳຄັນຂອງການບັນລຸເປົ້າໝາຍແຜນຍຸດທະສາດຂອງກົມ ແລະ ສາຍງານອາຫານ ແລະ ຢາ.

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA