The International Labour day 1/5/1886 - 1/5/2025; International children and National Planting's Day 1/6/1950 - 1/6/ 2025; Lao Nurs day 18/06/1965 - 18/06/2025; Former President Souphanouvong's Birthday 13/07/1909 - 13/07/2025; Lao Woman Union's Day 20/07/2025; National Constitution's Day 15/08/1991 - 15/08/2025; Uprising's Day 23/8/1975 - 23/8/2025; Independent Declaration's Day 12/10/1945 -12/10/2025; Lao PDR National Day 02/12/1975; Former President Kaisone PHOMVIHAANE's Birthday 13/12/1928 - 13/12/2025. LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
ກອງປະຊຸມເຜີຍແຜ່ຍຸດທະສາດ ການພັດທະນາການຢາໂຮງໝໍ ແລະ ຄູ່ມືການຈັດຕັ້ງປະຕິບັດວຽກງານການຢາໂຮງໝໍທີ່ດີ
Posted By: ວ່າງຈື້ຊົ່ງ ຕົງນາມະວົງ, Date: 30/01/2023
ໂດຍ: ກອງມະນີ ນາມມະວົງມີໄຊ
ວັນທີ 24-25 ມັງກອນ 2022 ກົມອາຫານ ແລະ ຢາ ໄດ້ເປີດກອງປະຊຸມເຜີຍແຜ່ຍຸດທະສາດ ການພັດທະນາວຽກງານການຢາໂຮງໝໍ ແລະ ຄູ່ມືການຈັດຕັ້ງປະຕິບັດວຽກງານການຢາໂຮງໝໍທີ່ດີ ຂຶ້ນຢູ່ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ ດຣ ສຸລິສັກ ສູນວໍລະວົງ, ຮອງຫົວໜ້າກົມອາຫານ ແລະ ຢາ. ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 83 ທ່ານ ທີ່ມາຈາກກົມປິ່ນປົວ-ຟື້ນຟູໜ້າທີ່ການ, ກົມຈັດຕັ້ງ-ພະນັກງານ, ກົມອາຫານ ແລະ ຢາ, ກອງກວດກາອາຫານ ແລະ ຢາ, ສູນສະໜອງຢາ-ອຸປະກອນການແພດ ແລະ 5 ໂຮງໝໍສູນກາງ, ອາຫານ ແລະ ຢາແຂວງ, ຄະນະອຳນວຍການໂຮງໝໍແຂວງ 18 ແຂວງ ແລະ ຕ່າງໜ້າຈາກອົງການອະນາໄມໂລກ ແລະ ອົງການໄຈ.
ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອເຜີຍແຜ່ຍຸດທະສາດການພັດທະນາວຽກງານການຢາໂຮງໝໍ ແລະ ຄູ່ມືການການຈັດຕັ້ງປະຕິບັດວຽກງານການຢາໂຮງໝໍທີ່ດີ; ປັບປຸງ ແລະ ພັດທະນາວຽກການຢາໂຮງໝໍໃຫ້ໄດ້ມາດ ຕະຖານການຢາໂຮງໝໍທີ່ດີ ແນ່ໃສ່ຮັບປະກັນໃຫ້ມີຢາຈຳເປັນພື້ນຖານທີ່ມີຄຸນນະພາບ, ປະສິດທິພາບ, ປອດໄພ ຊຶ່ງທຸກຄົນສາມາດເຂົ້າເຖີງໄດ້ ແລະ ກຳນົດບັນດາມາດຕະຖານ ແລະ ຕົວຊີ້ບອກຂອງວຽກງານການຢາໂຮງໝໍທີ່ດີ.
ຜູ້ເຂົ້າຮ່ວມກອງປະຊຸມແມ່ນ ເຫັນດີເປັນເອກະພາບ ນຳເອົາເນື້ອໃນຂອງຍຸດທະສາດການພັດທະນາວຽກງານການຢາໂຮງໝໍ ແລະ ຄູ່ມືການຈັດຕັ້ງປະຕິບັດວຽກງານການຢາໂຮງໝໍທີ່ດີ ໄປຜັນຂະຫຍາຍ ຈັດຕັ້ງປະຕິບັດຢູ່ໂຮງໝໍຂອງຕົນ ແລະ ທີ່ປະຊຸມກໍ່ເຫັນດີຕົກລົງ ຄັດເລືອກເອົາ ໂຮງໝໍແຂວງສະຫວັນນະເຂດ ແລະ ໂຮງໝໍແຂວງວຽງຈັນ ເປັນໂຮງໝໍຕົວແບບໃນການເລີ້ມຈັດຕັ້ງປະຕິບັດວຽກງານການຢາໂຮງໝໍທີ່ດີ ໂດຍເລີ້ມຈັດຕັ້ງປະຕິບັດ ນັບແຕ່ 01 ກຸ່ມພາ 2023 ເປັນຕົ້ນໄປ.

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA