The International Labour day 1/5/1886 - 1/5/2025; International children and National Planting's Day 1/6/1950 - 1/6/ 2025; Lao Nurs day 18/06/1965 - 18/06/2025; Former President Souphanouvong's Birthday 13/07/1909 - 13/07/2025; Lao Woman Union's Day 20/07/2025; National Constitution's Day 15/08/1991 - 15/08/2025; Uprising's Day 23/8/1975 - 23/8/2025; Independent Declaration's Day 12/10/1945 -12/10/2025; Lao PDR National Day 02/12/1975; Former President Kaisone PHOMVIHAANE's Birthday 13/12/1928 - 13/12/2025. LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
ກອງປະຊຸມປຶກສາຫາລືກະກຽມສ້າງຕັ້ງສະມາຄົມເພສັດຊະກອນ ລາວ
Posted By: ທ້າວ ຊົ່ງ, Date: 15/02/2023
ຂຽນໂດຍ: ກິລ່າ ບຸນປະເສີດ
ໃນວັນທີ 10 ກຸມພາ 2023 ກົມອາຫານ ແລະ ຢາ ໄດ້ເປີດກອງປະຊຸມປຶກສາຫາລືກະກຽມສ້າງຕັ້ງສະມາຄົມເພສັດຊະກອນ ລາວ ໂດຍການເປັນປະທານຂອງທ່ານ ປອ.ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ເຊິ່ງກອງປະຊຸມດັ່ງກ່າວມີເພສັດຊະກອນຈາກພາກລັດ ແລະ ຕາງໜ້າຈາກຜູ້ດຳເນີນທຸລະກິດ ໃຫ້ກຽດເຂົ້າຮ່ວມ: ພະນັກງານບຳນານອາວຸໂສ, ຫ້ອງການກະຊວງສາທາລະນະສຸກ, ຄະນະເພສັຊສາດ (ມວສ), ສະຖາບັນການແພດ ແລະ ການຢາພື້ນເມືອງພ້ອມ, ກອງກວດກາອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ, ໂຮງໝໍສູນກາງ, ຜູ້ຕາງໜ້າຈາກໂຮງງານຜະລິດ ແລະ ບໍລິສັດຂາເຂົ້າ-ຂາອອກດ້ານຢາ, ຫົວໜ້າ/ຮອງພະແນກຈາກກົມອາຫານ ແລະ ຢາ ລວມທັງໝົດ 32 ທ່ານ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປຶກສາຫາລືກະກຽມສ້າງຕັ້ງສະມາຄົມເພສັດຊະກອນ ລາວ,  ແລະ ຄັດເລືອກຄະນະຂົນຂວາຍດ້ວຍຮູບແບບອາສາສະໝັກ. ຊຶ່ງໃນທີ່ປະຊຸມແມ່ນໄດ້ສະເໜີກ່ຽວກັບປະຫວັດຄວາມເປັນມາຂອງເພສັດຊະກອນ ແລະ  , ຂັ້ນຕອນໃນການສ້າງຕັ້ງສະມາຄົມເພສັດຊະກອນ. 

ພາຍຫຼັງການປຶກສາຫາລື ໃນກອງປະຊຸມຄັ້ງນີ້ ມີຜູ້ສະໝັກເຂົ້າເປັນຄະນະຂົນຂວາຍຂອງສະມາຄົມເພສັດຊະກອນ ທັງໝົດ 08 ທ່ານ ໃນນັ້ນ ມີທັງພະນັກງານອາວຸໂສບຳນານ, ພະນັກງານສັງກັດລັດ ແລະ ຜູ້ດຳເນີນທຸລະກິດດ້ານຢາ ແລະ ຜະລິດຕະພັນການແພດ ຫຼັງຈາກນັ້ນ ກົມອາຫານ ແລະ ຢາຈະສະເໜີຂໍການແຕ່ງຕັ້ງຄະນະດັ່ງກ່າວພ້ອມທັງຄະນະຊີ້ນຳ ແລະ ກອງເລຂາເພື່ອຊ່ວຍວຽກໃນການກະກຽມສະມສຄົມເພສັດຊະກອນລາວໃນຕໍ່ໜ້າ.

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA