The International Labour day 1/5/1886 - 1/5/2025; International children and National Planting's Day 1/6/1950 - 1/6/ 2025; Lao Nurs day 18/06/1965 - 18/06/2025; Former President Souphanouvong's Birthday 13/07/1909 - 13/07/2025; Lao Woman Union's Day 20/07/2025; National Constitution's Day 15/08/1991 - 15/08/2025; Uprising's Day 23/8/1975 - 23/8/2025; Independent Declaration's Day 12/10/1945 -12/10/2025; Lao PDR National Day 02/12/1975; Former President Kaisone PHOMVIHAANE's Birthday 13/12/1928 - 13/12/2025. LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
ພິທີສະຫຼຸບ ການເຄື່ອນໄຫວຈັດຕັ້ງປະຕິບັດປະຈຳປີ 2022 ແລະ ແຜນການປີ 2023 ແລະ ເປີດຂະບວນການຈັບມືແຂ່ງຂັນ 5 ເປັນເຈົ້າ ກໍາມະບານ ຮາກຖານ ກົມອາຫານ ແລະ ຢາ ວັນທີ 6 ມີນາ 2023
Posted By: ທ້າວ ຊົ່ງ, Date: 14/03/2023
ຂຽນຂ່າວໂດຍ: ກິລ່າ ບຸນປະເສີດ
ໃນຕອນບ່າຍຂອງ ວັນທີ 6 ມີນາ 2023 ກົມອາຫານ ແລະ ຢາ ໄດ້ເປີດພິທີສະຫຼຸບ ການເຄື່ອນໄຫວຈັດຕັ້ງປະຕິບັດປະຈໍາປີ 2022 ແລະ ແຜນການ ປີ 2023 ແລະ ເປີດຂະບວນການຈັບມືແຂ່ງຂັນ 5 ເປັນເຈົ້າ ກໍາມະບານ ຮາກຖານ ກົມອາຫານ ແລະ ຢາ. ໂດຍການເປັນປະທານ ຂອງ ສະຫາຍ ປອ. ດຣ ບຸນເລື່ອນ ດວງເດືອນ ຮອງປະທານສະຫະພັນກຳມະບານ ກະຊວງສາທາລະນະສຸກ, ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ, ສະຫາຍ ດຣ ສຸກສົມຄວນ ຈັນທະມາດ ເລຂາພັກຮາກຖານ, ຮອງຫົວໜ້າກົມອາຫານ ແລະ ຢາ, ສະຫາຍ ນ. ວົງວຽງສາ ສິດທິເດດ ປະທານກຳມະບານ ຮາກຖານ ກົມອາຫານ ແລະ ຢາ ແລະ ມີການເຂົ້າຮ່ວມ ຂອງສະຫະພັນແມ່ຍິງ, ໜ່ວຍຮາກຖານຊາວໜຸ່ມ ແລະ ສະມາຊິກກຳມະບານ ກົມອາຫານ ແລະ ຢາ,  ລວມຈໍານວນຜູ້ເຂົ້າຮ່ວມ ທັງໝົດ 38 ສະຫາຍ.

ຈຸດປະສົງພິທີໃນຄັ້ງນີ້ ແມ່ນໄດ້ຜ່ານບົດສະຫຼຸບການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານປະຈຳປີ 2022 ແລະ ແຜນການປີ 2023, ເຊິ່ງສາມາດຕີລາຄາຜົນສໍາເລັດ ແລະ ສະພາບທີ່ພົ້ນເດັ່ນຂອງການປະຕິບັດວຽກງານກໍາມະບານ ໃນປີຜ່ານມາ, ພ້ອມທັງມອບໃບຍ້ອງຍໍ ຮາກຖານ ແລະ ບຸກຄົນດີເດັ່ນ ປະເພດ I ແລະ II ໂດຍອີງຕາມຂໍ້ຕົກລົງວ່າດ້ວຍການຍ້ອງຍໍ ດີເດັ່ນ ໃຫ້ແກ່ ຮາກຖານ ແລະ ສະມາຊິກ, ຫຼັງຈາກນັ້ນທ່ານປະທານ ສະຫາຍ ໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມສາມັນຄົບຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ຄັ້ງທີ 3 ສະໄໝຄັ້ງທີ VIII  ແລະ ເຜີຍແຜ່ມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກໍາມະບານລາວ ຄົບຮອບ 67 ປີ.

ຫຼັງຈາກນັ້ນ ທ່ານ ປະທານ ປອ. ດຣ ບຸນເລື່ອນ ດວງເດືອນ ຮອງປະທານສະຫະພັນກຳມະບານ ກະຊວງສາທາລະນະສຸກ, ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ ໄດ້ມີຄຳເຫັນຕໍ່ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2022 ແລະ ແຜນການປີ 2023 ແລະ ໃຫ້ຄໍາເຫັນຕໍ່ກໍາມະບານ ຮາກຖານ ກົມອາຫານ ແລະ ຢາ ໃຫ້ສືບຕໍ່ການຈັດຕັ້ງປະຕິບັດ ຕາມຂໍ້ແຂ່ງຂັນ 5 ເປັນເຈົ້າ ໃຫ້ໄດ້ຮັບການຢັ້ງຢືນ ເປັນຮາກຖານ ດີເດັ່ນປະເພດ I ໃນປີ 2023.

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA