Lao National Military's Day 20/01/1949-20/01/2024 ; Lao Trade Union's Day 01/02/1966-01/02/2024 ; International Woman's Day 08/3/1910-08/3/2024 ; Lao People's Revolutionary Party Day 22/3/1955-22/3/2024 LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
ພິທີເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ
Posted By: ທ້າວ ຊົ່ງ, Date: 21/04/2023
ຂຽນໂດຍ: ກິລ່າ ບຸນປະເສີດ
ໃນວັນທີ 12 ເມສາ 2023 ກົມອາຫານ ແລະ ຢາໄດ້ເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາທະນາໄລຍະປີ 2016-2020 ແລະ ທິດທາງແຜນການປີ 2021-2025 ໂດຍການເປັນປະທານຂອງ ທ່ານ ປອ ດຣ. ບຸນຊູ ແກ້ວຫາວົງ ກຳມະການຄະນະພັກກະຊວງ, ຫົວໜ້າກົມອາຫານ ແລະ ຢາ, ມີທ່ານຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການ  ພາຍໃນກົມອາຫານ ແລະ ຢາ ເຂົ້າຮ່ວມທັງໝົດ.

ຈຸດປະສົງຂອງພິທີການແມ່ນ ເພື່ອເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃນວຽກງານກົມອາຫານ ແລະ ຢາ 5 ປີ (2021-2025) ເຊິ່ງຕິດພັນກັບການສ້າງໜ່ວຍພັກປອດໃສ,ເຂັ້ມແຂງ ແລະ ໜັກແໜ້ນ ແລະ ເພື່ອປຸກລະດົມກໍາລັງແຮງຂອງພະນັກງານ-ລັດຖະກອນ, ນໍໍ້າໃຈດຸຫມັັ່ນ, ປະຢັດ, ຊື່ສັດ, ອົດທົນ,  ປະດິດສ້າງ, ເສີມຂະຫຍາຍສິດເປັນເຈົັ້າການຂອງພະນັກງານ-ລັດຖະກອນ  ຂອງ ກົມ, ປະກອບສ່ວນສູ້ຊົນ ປະຕິບັດບັນດາຄາດຫມາຍ ທີ່ພັກ-ລັດ ມອບໝາຍ ເວົ້າລວມ ໂດຍສະເພາະຄາດໝາຍສູ້ຊົນຂອງສາຍແຜນງານອາຫານ ແລະ ຢາ ຢ່າງມີປະສິດທິພາບ, ປະສິດທິຜົນ ເພື່ອຮັບປະກັນ ຄຸນນະພາບແລະ ຄວາມປອດໄພ ຂອງຜູ້ບໍລິໂພກອາຫານ, ຢາ ແລະ ຜະລິດຕະພັນການແພດ.

ໃນການດໍາເນີນພິທີການໃນຄັ້ງນີ້ ໄດ້ມີການປະດັບຫຼຽນໄຊ,  ຫຼຽນກາແຮງງານ, ມອບໃບຍ້ອງຍໍຂັ້ນລັດຖະບານ ແລະ ໃບຍ້ອງຍໍຂັ້ນກະຊວງ ໃຫ້ພະນັກງານພາຍໃນກົມອາຫານ ແລະ ຢາ ແລະ ຈັບມືແຂ່ງຂັນພິທີເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ.

ນອກຈາກນີ້ກໍ່ຍັງໄດ້ ມີການເຜີຍແຜ່ຄໍາສັ່ງແນະນຳກ່ຽວກັບການກໍ່ສ້າງຮາກຖານການເມືອງຕິດພັນກັບວຽກງານຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ໂດຍທ່ານ ປະທານກອງປະຊຸມ ແລະ ການສະເໜີ ບົດສະຫຼຸບຜົນງານການແຂ່ງຂັນຮັກຊາດ ແລະ ພັດທະນາ 5 ປີຜ່ານມາ ແຕ່ປີ 2016-2020 ແລະ ແຜນການສູ້ຊົນໃນ 5 ປີ ຕໍ່ໜ້າ ແຕ່ມີ 2021-2025 ໂດຍວາງຄາດໝາຍເປັນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ໂດຍສະເພາະ 83 ຕົວຊີ້ບອກ ຮອດປີ 2025 ເຊິ່ງສະເໜີໂດຍໂດຍທ່ານ ດຣ. ສຸກສົມຄວນ ຈັນທະມາດ ເລຂາໜ່ວຍພັກກົມອຫານ ແລະ ຢາ ຮອງຫົວໜ້າກົມອາຫານ ແລະ ຢາ. ຫຼັງຈາກນັ້ນ ໄດ້ພ້ອມກັນຈັບມືແຂ່ງຂັນເພື່ອສູ້ຊົນຈັດຕັ້ງປະຕິບັດໃຫ້ບັນລຸຕາມຄາດໝາຍທີ່ໄດ້ກໍານົດໄວ້.

ຫຼັງຈາກນັ້ນທ່ານ ປອ ດຣ. ບຸນຊູ ແກ້ວຫາວົງ ໄດ້ມີຄຳເຫັນ ແລະ ໂອ້ລົມພະນັກງານ ທ່ານໄດ້ເນັ້ນໃສສາມວຽກຄື:

  1. ວຽກກໍ່ສ້າງຮາກຖານການເມືອງເພື່ອສ້າງພະນັກງານໃຫ້ມີຄຸນນະພາບດ້ານຄຸນທາດການເມືອງແນວຄິດຫຼັກໝັ້ນ ແລະ ນຳເອົາແນວທາງຂອງພັກມາເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ;
  2. ວຽກງານພັດທະນາຊົນນະບົດຮອບດ້ານເພື່ອແກ້ໄຂຄວາມທຸກຍາກ ແລະ;
  3. ວຽກງານ 3 ສ້າງໂດຍແມ່ນການສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດ ສ້າງເມືອງໃຫ້ເປັນຫົວນ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານໃຫ້ເປັນບ້ານພັດທະນາ.

ໃນຕອນທ້າຍ ທ່ານ ດຣ. ນາງວຽງໄຊ ວັນສີລາລົມ ປະທານກວດກາ ຮອງຫົວໜ້າກົມອາຫານ ແລະ ຢາຕາງໜ້າໃຫ້ພະນັກງານທຸກຄົນໃນກົມອາຫານ ແລະ ຢາກໍ່ໄດ້ກ່າວຮັບຄໍາໂອວາດຂອງທ່ານປະທານ ແລະ ຜົນງານຂອງກົມອາຫານ ແລະ ຢາໃນການປະຕິບັດວຽກງານຕະຫຼອດ 5 ປີ ຈົນປະສົມຜົນສຳເລັດ ຊື່ງໄດ້ສະແດງອອກຈາກການທີ່ໄດ້ຮັບຫຼຽນໄຊ ຫຼຽນກາ ແລະ ໃບຍ້ອງຍໍແຕ່ລະຂັ້ນ ແລະ ປະຕິຍານວ່າຈະເຮັດໃຫ້ໄດ້ໄວ ເຮັດໃຫ້ໄດ້ດີ ເຮັດໃຫ້ໄດ້ຫຼາຍ ມີຜົນຖືກຕ້ອງ ແລະ ມີຄຸນນະພາບ.

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA