The International Labour day 1/5/1886 - 1/5/2025; International children and National Planting's Day 1/6/1950 - 1/6/ 2025; Lao Nurs day 18/06/1965 - 18/06/2025; Former President Souphanouvong's Birthday 13/07/1909 - 13/07/2025; Lao Woman Union's Day 20/07/2025; National Constitution's Day 15/08/1991 - 15/08/2025; Uprising's Day 23/8/1975 - 23/8/2025; Independent Declaration's Day 12/10/1945 -12/10/2025; Lao PDR National Day 02/12/1975; Former President Kaisone PHOMVIHAANE's Birthday 13/12/1928 - 13/12/2025. LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
ກອງປະຊຸມເຜີຍແຜ່ແຜນຍຸດທະສາດຂອງການພັດທະນາ ວຽກງານການຢາໂຮງໝໍ 2021-2030 ຮັບຮອງ ຮ່າງມາດຕະຖານການຢາໂຮງໝໍ, ຮ່າງຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດ ສັນຍາຈັດຊື້ຮ່ວມກັນ ປີ 2023 ແລະ ຮ່າງໃບສັ່ງຊື້
Posted By: ທ້າວ ຊົ່ງ, Date: 10/09/2023
ນຳສະເໜີຂ່າວໂດຍ: ກິລ່າ ບຸນປະເສີດ ພະແນກຄຸ້ມຄອງໂຄສະນາຂ່າວສານ, ກົມອາຫານ ແລະ ຢາ
ໃນວັນທີ 16-18 ສິງຫາ 2023 ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມເຜີຍແຜ່ແຜນຍຸດທະສາດຂອງການພັດທະນາ ວຽກງານການຢາໂຮງໝໍ 2021-2030 ຮັບຮອງຮ່າງມາດຕະຖານການຢາໂຮງໝໍ, ຮ່າງຄຳແນະນຳກ່ຽວກັບການປະຕິບັດສັນຍາຈັດຊື້ຮ່ວມກັນ ປີ 2023 ແລະ ຮ່າງໃບສັ່ງຊື້. ໂດຍການເປັນປະທານຂອງ ທ່ານ ປອ. ດຣ ສຸລິສັກ ສຸນວໍລະວົງ ຮອງຫົວໜ້າກົມອາຫານ ແລະ ຢາ, ເຊິ່ງມີຜູ້ເຂົ້າຮ່ວມຕາງໜ້າຈາກຫ້ອງການກະຊວງສາທາລະນະສຸກ, ກົມປີ່ນປົວ ແລະ ຟື້ນຟູໜ້າທີ່ການ, ກົມຈັດຕັ້ງ-ພະນັກງານ, ຄະນະເພສັດສາດ, 05 ໂຮງໝໍສູນກາງ, ໂຮງໝໍແຂວງຈາກ 10 ແຂວງເຂົ້າຮ່ວມມີ ແຂວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ, ແຂວງຊຽງຂວາງ, ແຂວງຫຼວງພະບາງ, ແຂວງໄຊຍະບູລີ, ສາລະວັນ ແລະ ແຂວງຈຳປາສັກ, ພ້ອມດ້ວຍພະນັກງານຈາກກົມອາຫານ ແລະ ຢາ ແລະ ຊ່ຽວຊານພາລະທິການເຂົ້າຮ່ວມທັງໝົດ 72 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອເຜີຍແຜ່ແຜນຍຸດທະສາດຂອງການພັດທະນາວຽກງານການຢາໂຮງໝໍ 2021-2030, ເພື່ອປຶກສາຫາລື ແລະ ຮັບຮອງຮ່າງມາດຕະຖານການຂອງຢາໂຮງໝໍ, ເພື່ອປຶກສາຫາລື ແລະ ວາງແຜນຈັດຕັ້ງປະຕິບັດໃນຕໍ່ໜ້າ ຂອງແຕ່ລະໜ້າວຽກ. ໃນກອງປະຊຸມໄດ້ມີການສະເໜີ ແລກປ່ຽນ ປັບປຸງການປະຕິບັດວຽກງານໃຫ້ເປັນໄປຕາມຕາມພາລະບົດບາດຂອງເພສັດຊະກອນຢູ່ໂຮງໝໍ. ໄດ້ແບ່ງກຸ່ມເພື່ອສົນທະນາ ແລະ ເອົາໃຈໃສ່ປະກອບຄຳຄິດຄຳເຫັນໃສ່ຮ່າງມາດຕະຖານການຢາໂຮງໝໍ, ປຶກສາຫາລື ແລະ ໄດ້ສົນທະນາ ປະກອບຄຳເຫັນໃສ່ຮ່າງຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດສັນຍາຈັດຊື້ຮ່ວມກັນຂອງປີ 2023 ແລະ ຮ່າງໃບສັ່ງຊື້ ພ້ອມທັງປຶກສາຫາລືກັນເພື່ອກະກຽມການຈັດຊື້ຢາໃນປີຕໍ່ໄປ. 

ຈາກນັ້ນທ່ານປະທານໄດ້ມີຄຳເຫັນຕໍ່ກອງປະຊຸມ ເຫັນວ່າໃນກອງປະຊຸມໄດ້ມີການຄົ້ນຄວ້າຮ່ວມກັນສຳເລັດຫຼາຍດ້ານໂດຍສະເພາະແມ່ນວຽກງານການຄົ້ນຄວ້າວິທະຍາສາດການຢາໂຮງໝໍ ແລະ ໄດ້ຄົ້ນຄວ້າແກ້ໄຂບັນຫາຂອງການຢາໂຮງໝໍໄດ້ຫຼາຍພໍສົມຄວນ, ໄດ້ປຶກສາຫາລື ປະກອບຄຳຄິດເຫັນໃສ່ວຽກງານຈັດຊື້ຢາ ແລະ ບັນຫາຕ່າງໆທີ່ມີຜົນກະທົບຕໍ່ການດຳເນີນງານໃນປະຈຸບັນ.

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA