Lao National Military's Day 20/01/1949-20/01/2024 ; Lao Trade Union's Day 01/02/1966-01/02/2024 ; International Woman's Day 08/3/1910-08/3/2024 ; Lao People's Revolutionary Party Day 22/3/1955-22/3/2024 LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
ການລົງມອບເຄື່ອງຊ່ວຍເຫຼືອ ໃຫ້ຜູ້ປະສົບໄພພິບັດທາງທໍາມະຊາດ ຢູ່ເມືອງຄູນຄໍາ ແຂວງຄໍາມ່ວນ
Posted By: ສຸກສົມຄວນ ຈັນທະມາດ, Date: 19/10/2023

ໃນ​ວັນທີ 14 ຕຸລາ 2023 ຕາງໜ້າຄະນະກົມ ພ້ອມດວ້ຍຕາງໜ້າອົງການຈັດຕັ້ງມະຫາຊົນຂອງກົມອາຫານ ແລະ ຢາ ໄດ້ນໍາເອົາເຄື່ອງບໍລິໂພກ, ອຸປະໂພກ, ເງິນສົດ ແລະ ຢາປົວພະຍາດຈໍານວນນື່ງ ລວມມູນຄ່າ 57,921,000 ກີບ ເຊິ່ງໄດ້ນໍາໄປມອບໃຫ້ແກ່ຫ້ອງການສາທາລະນະສຸກເມືອງຄູນຄໍາ ແຂວງຄໍາມ່ວນ, ເພື່ອແກ້ໄຂ ແລະ ແບ່ງເບົາຄວາມຫຍຸ້ງຍາກ-ຈໍາເປັນ ພາຍຫຼັງທີ່ຊຸມຊົນຖຶກຜົນກະທົບໄພພິບັດທາງທໍາມະຊາດໃນລະດູຜົນປີ 2023 ເຄື່ອງດັ່ງກ່າວແມ່ນໄດ້ຮັບການລະດົມປະກອບສ່ວນຈາກຜູ້ປະກອບການດ້ານ ອາຫານ, ຢາ ແລະ ຜະລິດຕະພັນການແພດ ພາຍໃນປະເທດ.

ກິດຈະກຳດັ່ງກ່າວ ໄດ້ນໍາພາໂດຍທ່ານ ປອ. ດຣ. ບຸນຊູ ແກ້ວຫາວົງ ຄະນະພັກກະຊວງສາທາລະນະສຸກ ຫົວໜ້າກົມອາຫານ ແລະ ຢາ ເປັນຜູ້ຕາງໜ້າມອບເຄື່ອງດັ່ງກ່າວ ພ້ອມດ້ວຍເງິນສົດຈໍານວນນື່ງ, ໂດຍໄດ້ຮັບກຽດການເຂົ້າຮ່ວມເປັນປະທານ ແລະ ຮັບເຄື່ອງໂດຍ ທ່ານ ວັນນະຫົງ ທໍາມະວົງສາ ກຳມະການພັກເມືອງ, ຮອງເຈົ້າເມືອງ ເມືອງຄູນຄໍາເປັນຜູ້ຮັບ, ໃນພິທີ່ດັ່ງກ່າວ ມີ ທ່ານ ດຣ ນ. ມະນີຈັນ ແກ້ວກີນນາລີ        ຫົວໜ້າຫ້ອງການສາທາລະນະສຸກເມືອງຄູນຄຳ, ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ, ຜູ້ອຳນວຍການໂຮງໝໍຊຸມຊົນເມືອງຄູນຄໍ າພ້ອມດ້ວຍພະນັກງານຫຼັກແຫຼ່ງຈໍານວນນື່ງ ເຂົ້າຮ່ວມ.

ໃນສະພາບເກິດໄພພິບັດທໍາມະຊາດຢູ່ເມືອງຄູນຄໍາ ແຂວງຄໍາມ່ວນ ຄັ້ງນີ້ໄດ້ຮັບການລາຍງານຈາກການປະເມິນຜົນເສຍຫາຍ ມູນຄ່າປະມານ 120 ຕື້ນກວ່າກີບ ເຊິ່ງປະກອບມີຜົນເສຍຫາຍທາງດ້ານເນື້ອທີ່ກະສິກຳ, ບ່ອນປູກຝັງ (ສວນ, ນາປີ), ສັດລ້ຽງ ແລະ ພື້ນຖານໂຄງລ່າງຈໍານວນນື່ງ, ທ່ານຫົວໜ້າຫ້ອງການສາທາລະນະສຸກເມືອງຄູນຄໍາໄດ້ໃຫ້ລາຍງານກ່ຽວກັບຕາໜ່າງສາທາລະນະສຸກເມືອງຄູນຄໍາ ວ່າ ໃນທົ່ວເມືອງ ມີໂຮງໝໍຊຸມຊົນປະເພດ ຂ ຈໍານວນ 1 ແຫ່ງ, ສຸກສາລາຈໍານວນ 7 ແຫ່ງ, ນໍ້າສ້າງ 3 ບໍ່, ນໍ້າບາດານ 2 ແຫ່ງ, ໃນນັ້ນ ວິດຖ່າຍ 42 ຫຼັງ ແລະ ສຸກສາລາ 1 ແຫ່ງ ຖຶກຜົນກະທົບ ແລະ ມີຜົຍເສຍຫາຍຈໍານວນໜື່ງ ທີ່ກໍາລັງດໍາເນີນການຟື້ນຟູ.

ພາຍຫຼັງທີ່ເກິດນໍ້າຖ້ວມມີສະພາບເກິດພະຍາດຈໍານວນໜື່ງໃນຊຸມຊົນເຊັ່ນ ພະຍາດຕີນຫໍ, ໄຂ້ຫວັດ, ເປັນໄອ, ເຈັບຫົວ, ຄຽດ, ຖອກທ້ອງ ຕໍ່ກັບບັນຫາດັ່ງກ່າວການຈັດຕັ້ງຂົງເຂດສາທາລະນະສຸກເມືອງໄດ້ສຸມໃສ່ແກ້ໄຂ ເຂົ້າສູ່ສະພາບປົກກະຕິ ໂດຍການປະກອບສ່ວນກຳລັງແຮງກຳລັງໃຈ ພ້ອມດ້ວຍວັດຖຸ ແລະ ງົບປະມານຈໍານວນໜື່ງຈາກພັກ-ລັດ ແລະ ສັງຄົມ.

ການທີ່ນໍາເອົາເຄື່ອງພ້ອມດ້ວຍງົບປະມານຈໍານວນໜື່ງຂອງກົມອາຫານ ແລະ ຢາ ມາມອບໃຫ້ຄັ້ງນີ້, ທາງເມືອງຄູນຄໍາ ຈະນໍາໄປສືບຕໍ່ແຈກຢາຍໃຫ້ຊຸມຊົນເປົ້າໝາຍ ເພື່ອແກ້ໄຂຄວາມຫຍຸ້ງຍາກຂາດເຂີນອັນຈໍາເປັນ, ຫວັງຢ່າງຍິ່ງວ່າຈະເປັນການປະກອບສ່ວນ ອັນສໍາຄັນ ແລະ ເປັນກຳລັງແຮງໃນການແກ້ໄຂ ທີ່ທຸກພາກສ່ວນໄດ້ມີສ່ວນຮ່ວມ. ຕາງໜ້າການຈັດຕັ້ງຂອງເມືອງຄູນຄໍາ ກໍ່ຄືຕາງໃຫ້ຊຸມຊົນທີ່ຖຶກຜົນກະທົບ ໄດ້ສະແດງຄວາມຂອບໃຈໃນການປະກອບສ່ວນຊ່ວຍເຫຼືອດັ່ງກ່າວ, ອວຍພອນໃຫ້ຜູ້ນໍ ເຄື່ອງ ແລະ ປັດໃຈມາບໍລິຈາກຄັ້ງນີ້ ພ້ອມດ້ວຍການຈັດຕັ້ງກ່ຽວຂ້ອງທຸກທ່ານຈົ່ງມີສຸຂະພາບແຂງແຮງ, ຫ້າວຫັນ, ໝັ້ນຍືນ, ມີຄວາມກ້າວໜ້າ ແລະ ມີຜົນສໍາເລັດໃນໜ້າທີ່ການງານ ທີ່ໄດ້ຮັບການມອບໝາຍ ທຸກປະການ.

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA