Lao National Military's Day 20/01/1949-20/01/2024 ; Lao Trade Union's Day 01/02/1966-01/02/2024 ; International Woman's Day 08/3/1910-08/3/2024 ; Lao People's Revolutionary Party Day 22/3/1955-22/3/2024 LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
ກອງປະຊຸມຮ່ວມກັບຊ່ຽວຊານຈາກ ICARS ເພື່ອຈັດຕັ້ງປະຕິບັດໂຄງການ ຫຼັກການຂາຍຍ່ອຍຢາທີ່ດີ ໂດຍລົງເລິກການຄຸ້ມຄອງ ແລະ ການຈ່າຍຢາຂອງຮ້ານຂາຍຍ່ອຍຢາ ວັນທີ 4-7 ມີນາ 2024
Posted By: ກີລາ ບູນປະເສີດ, Date: 18/03/2024

ກອງປະຊຸມການເຮັດວຽກຮ່ວມກັບຊ່ຽວຊານໂຄງການ ICARS ເພື່ອຈັດຕັ້ງປະຕິບັດໂຄງການຫຼັກການການຂາຍຍ່ອຍຢາທີ່ດີ ໂດຍລົງເລີກດ້ານການຄຸ້ມຄອງ ແລະ ການຈ່າຍຢາຕ້ານເຊື້ອຈຸລະຊີບ ລະຫວ່າງ 4-7 ມີນາ 2024

ນຳສະເໜີຂ່າວໂດຍ: ກິລ່າ ບຸນປະເສີດ ພະແນກຄຸ້ມຄອງໂຄສະນາຂ່າວສານ ກົມອາຫານ ແລະ ຢາ

          ໃນລະຫວ່າງວັນທີ 4-7 ມີນາ 2024 ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມຮ່ວມກັບຊ່ຽວຊານຈາກ ICARS ເພື່ອຈັດຕັ້ງປະຕິບັດໂຄງການ ຫຼັກການຂາຍຍ່ອຍຢາທີ່ດີ ໂດຍລົງເລິກການຄຸ້ມຄອງ ແລະ ການຈ່າຍຢາຂອງຮ້ານຂາຍຍ່ອຍຢາ. ໂດຍການເປັນປະທານຂອງທ່ານ ບຸນເລື່ອນ ພະລາຊະໂຍທາ ຫົວໜ້າກອງກວດກາ ອາຫານ ແລະ ຢາ. ກອງປະຊຸມໃນຄັ້ງນີ້ມີ ຜູ້ຊ່ຽວຊານຈາກໂຄງການ ICARS, ຜູ້ຕ່າງໜ້າຈາກອົງການອະນາໄມໂລກ, ມະຫາວິທະຍາໄລວິທະຍາສາດສຸຂະພາບ, ກົມອາຫານ ແລະ ຢາ ແລະກອງກວດກາອາຫານ ແລະ ຢາ ລວມທັງໝົດ 17 ທ່ານ.

 

          ຈຸດປະສົງຂອງກອງປະຊຸມແມ່ນເພື່ອເຮັດວຽກກັບຊ່ຽວຊານ ICARS ໃນການກະກຽມ ປະຕິບັດໂຄງການ ຫຼັກການຂາຍຍ່ອຍຢາທີ່ດີໂດຍເນັ້ນໜັກໃສ່ການຄຸ້ມຄອງ ແລະ ການຈ່າຍຢາຕ້ານເຊື້ອຈຸລະຊີບ ໃນກອງປະຊຸມໄດ້ລາຍງານຄວາມຄືບໜ້າຂອງໂຄງການ, ສະເໜີຄວາມຄືບໜ້າໃນການຮ່າງລະບຽບການຈັດຕັ້ງປະຕິບັດຂອງແຕ່ລະແຜນວຽກ, ສະພາບລວມຂອງການເປີດໂຄງການ, ແຜນວາດການລົງຈັດຕັ້ງປະຕິບັດໂຄງການ, ການກະກຽມການລົງເຮັດວຽກຢູ່ແຂວງວຽງຈັນ ແລະ ມີການສົນທະນາແບບວິຊາການເພື່ອປຶກສາຫາລືກ່ຽວກັບແບບແຜນການຈັດຕັ້ງປະຕິບັດວຽກ, ແຜນງົບປະມານ, ການເຮັດບົດລາຍງານທາງດ້ານການເງິນ, ການເສຍພາສີອາກອນ ແລະ ການກຳນົດຕາຕະລາງປະຊຸມປະຈໍາເດືອນ. ຫຼັງຈາກນັ້ນໄດ້ລົງເຮັດວຽກທີ່ຮ້ານຂາຍຢາຍ່ອຍຈຳນວນ 5 ຮ້ານທີ່ ເມືອງວັງວຽງ ແຂວງວຽຈັນ ແລ້ວກັບມາປະຊຸມເພື່ອຖອດຖອນບົດຮຽນໃນການລົງເຮັດວຽກກັບຮ້ານຂາຍຢາເພື່ອຄວາມເປັນເອກະພາບກັນ, ທົບຄືນກ່ຽວກັບຄຳຄິດຄຳເຫັນຂອງຄະນະກຳມະການ ICARS  ຕໍ່ກັບບົດສະເໜີໂຄງການ ແລະ ມີການສົນທະນາວິທີການສະຫຼຸບລາຍງານທາງດ້ານເອກະສານ ແລະ ວຽກງານການເງິນໃນການດຳເນີນກິດຈະກຳ.

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA