The International Labour day 1/5/1886 - 1/5/2025; International children and National Planting's Day 1/6/1950 - 1/6/ 2025; Lao Nurs day 18/06/1965 - 18/06/2025; Former President Souphanouvong's Birthday 13/07/1909 - 13/07/2025; Lao Woman Union's Day 20/07/2025; National Constitution's Day 15/08/1991 - 15/08/2025; Uprising's Day 23/8/1975 - 23/8/2025; Independent Declaration's Day 12/10/1945 -12/10/2025; Lao PDR National Day 02/12/1975; Former President Kaisone PHOMVIHAANE's Birthday 13/12/1928 - 13/12/2025. LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
ກອງປະຊຸມແລກປ່ຽນບົດຮຽນ-ເຜີຍແຜ່ ແລະ ການວາງແຜນເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດວຽກງານຮ້ານຂາຍຍ່ອຍຢາທີ່ດີ, ສະພາວິຊາຊີບ ແລະ ວຽກງານການສະໜອງ GPO ຈາກລາດຊະອານາຈັກໄທ
Posted By: ທ້າວ ວ່າງຈື້ຊົ່ງ ຕົງນາມະວົງ, Date: 13/05/2025
ນຳສະເໜີບົດຂ່າວໂດຍ: ກິລ່າ ບຸນປະເສີດ ພະແນກຄຸ້ມຄອງໂຄສະນາຂ່າວສານ
ໃນຕອນບ່າຍຂອງວັນທີ 06 ມິຖຸນາ 2025 ກົມອາຫານ ແລະ ຢາ ໄດ້ເປີດກອງປະຊຸມແລກປ່ຽນບົດຮຽນ-ເຜີຍແຜ່ ແລະ ວາງແຜນເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດວຽກງານຮ້ານຂາຍຍ່ອຍຢາທີ່ດີ, ສະພາວິຊາຊີບ ແລະ ວຽກງານການສະໜອງ GPO ຈາກລາດຊະອານາຈັກໄທ ຢູ່ທີ່ຫ້ອງປະຊຸມກົມແຜນການ ແລະ ການເງິນ ກະຊວງສາທາລະນະສຸກ. ໂດຍການເປັນປະທານຂອງທ່ານ ປອ.ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ຫົວໜ້າສູນສະໜອງຢາ ແລະ ອຸປະກອນການແພດພ້ອມດ້ວຍຄະນະ, ຫົວໜ້າກອງກວດກາອາຫານ ແລະ ຢາພ້ອມດ້ວຍຄະນະ, ຄະນະເພສັຊສາດ, ຄະນະພະແນກສາທານະຄອນຫຼວງ, ຂະແໜງອາຫານ ແລະ ຢາ ນະຄອນຫຼວງ, ສະພາວິຊາຊີບ ແລະ ບັນດາພະແນກການພາຍໃນກົມອາຫານ ແລະ ຢາ ເຂົ້າຮ່ວມລວມທັງໝົດ 31 ທ່ານ. 
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອຖອດຖອນບົດຮຽນຈາກການທັດສະນະສຶກສາທີ່ລາດຊະອານາຈັກໄທກ່ຽວກັບການອະນຸຍາດຮ້ານຂາຍຢາ ແລະ ການຈັດຕັ້ງການປະຕິບັດວຽກງານ ຮ້ານຂາຍຍ່ອຍຢາທີ່ດີ (GPP), ການສະໜອງຢາ ແລະ ອຸປະກອນການແພດຂອງ GPO ໃນຄັ້ງວັນທີ 24-26 ມີນາ 2025 ແລະ  ນໍາສະເໜີພາລະບົດບາດການເຄື່ອນໄຫວ ແລະ ຜົນໄດ້ຮັບຂອງການຈັດຕັ້ງປະຕິບັດວຽກງານຂອງບອດເພສັຊກຳ ໃນໄລຍະຜ່ານມາ. ນອກຈາກນັ້ນຍັງໄດ້ມີການສົນທະນາ ແລກປ່ຽນ ແລະ ຖອດຖອນບົດຮຽນ ວິຊາຊີບເພສັດຊະກໍາ ແລະ ບັນດານິຕິກຳຄຸ້ມຄອງຮ້ານຂາຍຢາ.
ຈາກນັ້ນທ່ານປະທານໄດ້ມີຄຳເຫັນຕໍ່ກອງປະຊຸມ ກ່ຽວກັບການໄປຖອດຖອນບົດຮຽນໃນຄັ້ງນີ້ເຫັນວ່າໄດ້ຄວາມຮູ້ຫຼາຍທີ່ຈະເອົາມາຈັດຕັ້ງປະຕິບັດໃນວຽກງານ ສະນັ້ນວິຊາການທີ່ກ່ຽວຂ້ອງຕ້ອງມີການວາງແຜນການເພື່ອຈະປະຕິບັດໃນອານາຄົດເພື່ອໃຫ້ມີການປັບປຸງປ່ຽນແປງທາງດ້ານວຽກງານໃນຕໍ່ໜ້າຕື່ມ, ການປະຕິບັດວຽກງານບອດເພສັດຊະກໍາກໍ່ເຫັນວ່າມີຄວາມຄືບໜ້າ ແລະ ໃຫ້ມີການສືບຕໍ່ປັບປຸງ ເພື່ອໃຫ້ວຽກງານດີຂື້ນໄປເລື້ອຍໆ.

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA