The International Labour day 1/5/1886 - 1/5/2025; International children and National Planting's Day 1/6/1950 - 1/6/ 2025; Lao Nurs day 18/06/1965 - 18/06/2025; Former President Souphanouvong's Birthday 13/07/1909 - 13/07/2025; Lao Woman Union's Day 20/07/2025; National Constitution's Day 15/08/1991 - 15/08/2025; Uprising's Day 23/8/1975 - 23/8/2025; Independent Declaration's Day 12/10/1945 -12/10/2025; Lao PDR National Day 02/12/1975; Former President Kaisone PHOMVIHAANE's Birthday 13/12/1928 - 13/12/2025. LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
ກອງປະຊຸມເປີດໂຕສະມາຄົມເພສັຊກອນລາວ
Posted By: ທ້າວ ວ່າງຈື້ຊົ່ງ ຕົງນາມະວົງ, Date: 15/05/2025
ບົດຂ່າວໂດຍ: ດຣ. ສຸກສົມຄວນ ຈັນທະມາດ
ກອງປະຊຸມເປີດໂຕສະມາຄົມເພສັຊກອນລາວ ໄດ້ໄຂຂຶ້ນໃນຕອນບ່າຍຂອງ ວັນທີ 13 ພຶດສະພາ 2025 ທີ່ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ເຂດດົງໂພສີ), ກອງປະຊຸມຄັ້ງນີ້ ເປັນກຽດເຂົ້າຮ່ວມ ແລະ ເປັນປະທານ ໂດຍ ທ່ານ ສາດສະດາຈານ ກິຕິມະສັກ ປະລິນຍາເອກ ດຣ. ບຸນແຝງ ພູມມະໄລສ້ດ ລັດຖະມົນຕີກະຊວງສາທາລະສຸກ. ມີ ເພສັດຊະກອນ ຈາກຫລາຍພາກສ່ວນ ຫລາຍຂົງເຂດ ທັງພາກລັດ ແລະ ເອກະຊົນ ເປັນຕົ້ນ ກົມ, ສະຖານບັນ, ສູນ, ກອງ ມະຫາວິທະຍາໄລວິທະຍາສາດສຸຂະພາບ, ໂຮງຫມໍ, ໂຮງງານຜະລິດຢາ, ບໍລິສັດ ແລະ ຮ້ານຂາຍຢາ  ທີ່ນໍາໃຊ້ວິຊາຊີບ ເຂົ້າຮ່ວມ.
 
ຈຸດປະສົງ ຂອງກອງປະຊຸມ ແມ່ນ ເປັນການເປີດໂຕ ຢ່າງເປັນທາງການ ຂອງສະມາຄົມເພສັດຊະກອນລາວ ພາຍຫຼັງທີ່ ໄດ້ຮັບອະນຸມັດ ສ້າງຕັ້ງສະມາຄົມ ແລະ ເຜີຍແຜ່ກົດລະບຽບຂອງສະມາຄົມເພສັດຊະກອນລາວ.
ສະມາຄົມເພສັດຊະກອນລາວ ແມ່ນການຈັດຕັ້ງສັງຄົມທີ່ສໍາຄັນ ມີບົດບາດໜ້າທີ່ ໃນການເສີມຂະຫຍາຍບົດບາດໜ້າທີ່ ແລະ ຄວາມອາດສາມາດ ດ້ານວິຊາຊີບເພສັດຊະກໍາ ຂອງເພສັດຊະກອນ ລາວ ທີ່ປະຕິບັດໜ້າທີໃນຂົງເຂດຕ່າງໆ ທັງພາກລັດ ແລະ ເອກະຊົນ ຢ່າງຕໍ່ເນື່ອງ ແລະ ທັນສະໄໝ, ຊ່ວຍອໍານາດການປົກຄອງ ພາກລັດ ໃນການຈັດຕັ້ງເຜີຍແຜ່ນະໂບຍາຍ, ກົດໝາຍ ແລະ ລະບຽບການທີກ່ຽວຂ້ອງ, ເຂົ້າຮ່ວມໃນຂະບວນການສ້າງ ແລະ ປັບປຸງ ກົດໝາຍ, ມາດຕະຖານ, ຄູ່ມືປະຕິບັດ, ລະບຽບການຕ່າງໆ ທີ່ກ່ຽວຂ້ອງ ໃນແຕ່ລະຂົງເຂດວຽກງານ, ປັບປຸງ ຈັນຍາບັນ, ຈັນຍາທໍາ ວິຊາຊີບດັ່ງກ່າວ ໃຫ້ດີຂຶ້ນ.

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA