The International Labour day 1/5/1886 - 1/5/2025; International children and National Planting's Day 1/6/1950 - 1/6/ 2025; Lao Nurs day 18/06/1965 - 18/06/2025; Former President Souphanouvong's Birthday 13/07/1909 - 13/07/2025; Lao Woman Union's Day 20/07/2025; National Constitution's Day 15/08/1991 - 15/08/2025; Uprising's Day 23/8/1975 - 23/8/2025; Independent Declaration's Day 12/10/1945 -12/10/2025; Lao PDR National Day 02/12/1975; Former President Kaisone PHOMVIHAANE's Birthday 13/12/1928 - 13/12/2025. LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
ກອງປະຊຸມຮຽບຮຽງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ)
Posted By: ທ້າວ ວ່າງຈື້ຊົ່ງ ຕົງນາມະວົງ, Date: 04/08/2025
(ສພຊ) - ກອງປະຊຸມຮຽບຮຽງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) ໄດ້ຈັດຂຶ້ນໃນວັນທີ 23-24 ກໍລະກົດນີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ); ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ ສພຊ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດ ພ້ອມດ້ວຍຄະນະກົມ, ພະແນກ ແລະ ພະນັກງານທີ່ກ່ຽວຂ້ອງ.
ທ່ານ ຄໍາໃບ ດຳລັດ ກ່າວວ່າ: ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ໄດ້ຜ່ານການພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 20 ມິຖຸນາ 2025 ມີສະມາຊິກສະພາແຫ່ງຊາດ (ສສຊ) ຈຳນວນ 19 ທ່ານ ປະກອບຄຳເຫັນໃສ່ 43 ມາດຕາ ກວມເອົາ 83 ເນື້ອໃນ ເຊິ່ງບັນດາຄຳຄິດຄໍາເຫັນເຫຼົ່ານັ້ນ ຄະນະຮັບຜິດຊອບກໍໄດ້ຄົ້ນຄວ້າພິຈາລະນາປັບປຸງເນື້ອໃນເບື້ອງຕົ້ນ ແລະ ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ກໍໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ໃນວັນທີ 25 ມິຖຸນາ 2025 ໂດຍ ສສຊ ໄດ້ຮັບຮອງເອົາດ້ວຍຄະແນນສຽງເຫັນດີຫຼາຍກວ່າ 97% ຂອງຈຳນວນທີ່ເຂົ້າຮ່ວມ; ເຖິງຢ່າງໃດກໍຕາມ, ກົດໝາຍສະບັບນີ້ ມີບັນດາທ່ານ ສສຊ ປະກອບຄຳເຫັນຢ່າງຫຼາກຫຼາຍ ແລະ ກົງໄປກົງມາ.
ສະນັ້ນ, ກອງປະຊຸມຮຽບຮຽງຄັ້ງນີ້ ຈະໄດ້ສຸມໃສ່ຄົ້ນຄວ້າຢ່າງລະອຽດ ແລະ ເລິກເຊິ່ງ ເພື່ອເລືອກເຟັ້ນເອົາຄໍາເຫັນຂອງຜູ້ແທນມາປັບປຸງໃສ່ເນື້ອໃນກົດໝາຍ ແລະ ເນື່ອງຈາກເປັນການຮຽບຮຽງຄັ້ງສຸດທ້າຍ ນອກຈາກຄໍາເຫັນຂອງຜູ້ແທນແລ້ວ ຖ້າເຫັນວ່າຍັງມີຈຸດໃດ, ຄໍາສັບໃດ ທີ່ບໍ່ທັນຈະແຈ້ງ ແລະ ສອດຄ່ອງ ກໍສາມາດຍົກຂຶ້ນສົນທະນາກັນຕື່ມ ເພື່ອເຮັດໃຫ້ຮ່າງກົດໝາຍສະບັບນີ້ ມີເນື້ອໃນຄົບຖ້ວນ, ສອດຄ່ອງ, ຮັດກຸມ ແລະ ສົມບູນ ກ່ອນນໍາສະເໜີປະທານສະພາແຫ່ງຊາດລົງລາຍເຊັນ.

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA