ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
 

ພະແນກຄຸ້ມຄອງອາຫານ

 

  1. ຄົ້ນຄ້ວາ ແລະ ນຳສະເໜີຫົວໜ້າກົມ ກ່ຽວກັບການສ້າງແຜນຍຸດທະສາດໃນການປັບປຸງ, ພັດທະນາຄຸນ​ນະພາບ ​ແລະ ຄວາມ​ປອດ​ໄພອາຫານໃຫ້ສອດຄ່ອງກັບແນວທາງພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ໃນແຕ່ລະໄລຍະ;
  2. ຄົ້ນຄ້ວາ ແລະ ສະ​ເໜີ​ຫົວໜ້າກົມປັບ​ປຸງຮ່າງບັນດາລະບຽບການ, ຂໍ້ຕົກລົງກ່ຽວກັບການຄຸ້ມຄອງການ​ຜະລິດ, ນຳ​ເຂົ້າ-ສົ່ງ​ອອກ, ຈໍ​ລະ​ຈອນ, ຈຳໜ່າຍ, ບໍລິການ ແລະ ບໍລິຈາກອາຫານ, ອາຫານຈໍາໜ່າຍໃນໂຮງຮຽນ;
  3. ສົ່ງເສີມ ແລະ ເຜີຍແຜ່ກົດໝາຍ, ລະບຽບການ ກ່ຽວກັບຄວາມປອດໄພຂອງອາຫານໃນຂອບເຂດທົ່ວປະ ເທດ;
  4. ຄຸ້ມ​ຄອງ ແລະ ສົ່ງເສີມຄວາມປອດໄພຂອງອາຫານໂດຍການປະສານງານກັບຂະແໜງການທີ່ກ່ຽວຂ້ອງ, ທັງເປັນຈຸດປະສານງານຂອງກົດລະຫັດອາຫານລາວ ແລະ ຄະນະກຳມະການອາຫານ ແລະ ຢາ;
  5. ຕິດຕາມ, ຊຸກຍູ້, ກວດກາ,  ແລະ ປະເມີນຜົນ ໃນການດໍາເນີນກິດຈະການທີ່ເປັນທຸລະກິດອາຫານຂອງພາກລັດ ແລະ ເອກະຊົນ;
  6. ຄົ້ນຄ້ວາ ແລະ ນໍາສະເໜີຫົວໜ້າກົມ ເພື່ອອອກອະນຸຍາດ ຫຼື ຖອນໃບອະນຸຍາດສ້າງຕັ້ງ ແລະ ດຳເນີນການຜະລິດອາຫານໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ;
  7. ຄົ້ນຄ້ວາ ແລະ ນໍາສະເຫນີຫົວໜ້າກົມ ເພື່ອອອກອະນຸຍາດນໍາເຂົ້າ-ສົ່ງອອກ, ສົ່ງຜ່ານອາຫານ;
  8. ຄົ້ນຄ້ວາ ແລະ ນໍາສະເຫນີຫົວໜ້າກົມ ກ່ຽວກັບການກໍານົດບັນຊີອາຫານແຕ່ລະປະເພດ ແລະ ບັນຊີທາດເພີ້ມໃນອາຫານ ແລະ ອື່ນໆ ກ່ຽວກັບຄວາມປອດໄພຂອງອາຫານ;
  9. ຄົ້ນຄວ້າ ແລະ ນໍາສະເໜີຫົວໜ້າກົມອອກ  ຫຼື ຖອນ​ໃບ​ອະນຸຍາດຂຶ້ນທະບຽນຜະລິດຕະພັນ, ໃບຢັ້ງຢືນຄຸນນະພາບຜະລິດຕະພັນອາຫານ ແລະ ອາຫານເສີມ, ໃບຢັ້ງຢືນການຜະລິດທີ່ດີ (GMP), ລະບົບວິເຄາະ ແລະ ຄວບຄຸມຈຸດອັນຕະລາຍ (HACCP), ໃບຢັ້ງຢືນຫ້ອງວິໄຈທີດີ ສໍາລັບອາຫານ (GLP) ແລະ ອອກປ້າຍຢັ້ງຢືນການບໍລິການອາຫານປອດໄພ (Safe Food Good Health);
  10. ປະຕິບັດການຕອບໂຕ້ ກໍລະນີອາຫານບໍ່ປອດໄພ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;
  11. ສະຫລຸບລາຍ​ງານສະພາບ​ການ​ເຄື່ອນ​ໄຫວ​ຂອງ​ພະແນກໃນແຕ່ລະໄລຍະໃຫ້ພະແນກບໍລິຫານເພື່ອສັງລວມ;​
  12. ປະຕິບັດ​ໜ້າ​ທີ່​ອື່ນໆ ຕາມ​ການ​ມອບ​ໝາຍ​ຂອງ​ຄະນະ​ກົມ.

 

 
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA