ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນ 1949-20 ມັງກອນ 2023 ຄົບຮອບ 74 ປີ ຢ່າງສຸດໃຈ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01 ກຸມພາ 1966-01 ກຸມພາ 2023 ຢ່າງສຸດໃຈ; ຊົມເຊີຍວັນແມ່ຍິງສາກົນ 08 ມີນາ 1910-08 ມີນາ 2023 ຢ່າງສຸດໃຈ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22 ມີນາ 1955-22 ຢ່າງສຸດໃຈ; ຊົມເຊີຍວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ວັນທີ 14 ເມສາ 1955-14 ມີນາ 2023 ຢ່າງສຸດໃຈ LAO ENG   
 
 
 
 
 
 
 

ສະຖິຕິການຢ້ຽມຊົມ
 ກໍາລັງຊົມເວັບໄຊທ໌ຂະນະນີ້ 1989
 ມື້ນີ້ 135
 ມື້ວານນີ້ 968
 ເດືອນນີ້ 37,988
 ເດືອນແລ້ວນີ້ 28,901
 ປີນີ້ 99,206
 ປີກາຍນີ້ 167,903
 ທັງໝົດ 703,849
 

ພະແນກບໍລິຫານ

 

ມາດຕາ 13 ຂອງຂໍ້ຕົກລົງຂອງກະຊວງສາທາລະນຸສກ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມອາຫານ ແລະ ຢາ ເລກທີ 0043/ກຊສ, ລົງວັນທີ 25 ມັງກອນ 2021 ກໍານົດໜ້າທີຂອງພະແນກບໍລິຫານ ດັ່ງລຸ່ມນີ້:
  1. ​ສັງລວມຮ່າງ​ຍຸດ​ທະ​ສາດ, ແຜນ​ງານ, ​ແຜນ​ການ ແລະ ​ໂຄງ​ການກ່ຽວກັບວຽກງານອາຫານ, ຢາ ແລະ ຜະລິດຕະພັນການແພດ ໃນແຕ່ລະໄລຍະ;
  2. ຂຶ້ນແຜນງົບປະມານ, ຄຸ້ມຄອງລາຍຮັບ-ລາຍຈ່າຍ, ການນຳໃຊ້ງົບປະມານ ແລະ ສະຫຼຸບລາຍງານ ປະຈໍາອາທິດ, ປະຈຳເດືອນ, 03 ເດືອນ, 06 ເດືອນ,  9 ເດືອນ, ປີ, ກາງສະໄໝ ແລະ 5 ປີຂອງກົມ;
  3. ເປັນເສນາທິການໃຫ້ຄະນະກົມ ແລະ ເປັນຈຸດໃຈກາງພົວພັນປະສານງານ, ອຳນວຍຄວາມສະດວກພາຍໃນ ແລະ ພາກສ່ວນທີ່ກ່ຽວຂ້ອງ;
  4. ຄົ້ນຄວ້າ ແລະ ປະເມີນການຈັດຕັ້ງປະຕິບັດ ກົດໝາຍ, ນິຕິກຳຕ່າງໆ ກ່ຽວກັບວຽກງານຄຸ້ມຄອງອາຫານ ແລະ ຢາ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ; 
  5. ຄຸ້ມຄອງ, ພັດທະນາ ແລະ ບຳລຸງຮັກສາລະບົບບໍລິຫານລັດດ້ວຍອີເລັກໂຕຼນິກ;
  6. ຕິດຕາມ, ກວດກາ ແລະ ສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຕ່ລະໄລຍະໃຫ້ຖືກຕ້ອງຕາມລະບຽບການ;
  7. ຕິດຕາມ, ຊຸກຍູ້ການນໍາໃຊ້ງົບປະມານຂອງລັດຖະບານ ແລະ ທຶນຊ່ວຍເຫຼືອ ຕ່າງໆ ຂອງກົມ ແລະ ສາຍແຜນງານອາຫານ ແລະ ຢາ.
  8. ຄຸ້ມຄອງ ພະນັກງານ-ລັດຖະກອນ, ຂຶ້ນແຜນການກໍ່ສ້າງ-ບຳລຸງຍົກລະດັບ, ສະເໜີການເລື່ອນຊັ້ນຂັ້ນເງິນເດືອນ, ການປະຕິບັດນະໂຍບາຍ, ຍ້ອງຍໍ ແລະ ປະຕິບັດວິໄນຕໍ່ພະນັກງານ-ລັດຖະກອນພາຍໃນກົມ;
  9. ຄຸ້ມຄອງ ແລະ ນຳໃຊ້ຊັບສົມບັດສ່ວນລວມ, ຍານພາຫະນະ, ນ້ຳມັນເຊື້ອໄຟ, ວຽກງານສ້ອມແປງ, ອຸປະກອນຮັບໃຊ້ ແລະ ເຄຫາສະຖານຕ່າງໆຂອງກົມ;
  10. ຄຸ້ມຄອງ ແລະ ບໍລິຫານເອກະສານຂາເຂົ້າ-ຂາອອກ, ສຳເນົາ, ຈັດພິມ, ຈັດສົ່ງ ພ້ອມທັງ ຄຸ້ມຄອງຕາປະທັບຂອງກົມ ແລະ ກາຈ້ຳຊື່ຂອງຄະນະກົມ;
  11. ຮັບຜິດຊອບວຽກງານພິທີການ, ການຮັບແຂກ, ຈັດກອງປະຊຸມ, ການປະຊາສຳພັນ, ວຽກງານປ້ອງກັນ, ຄວາມເປັນລະບຽບຮຽບຮ້ອຍຈົບງາມພາຍໃນກົມ;
  12. ຊ່ວຍຄະນະກົມໃນການຄຸ້ມຄອງໂຄງການ, ງົບປະມານ, ວຽກງານຈັດຊື້, ຈັດຈ້າງ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ວຽກງານອາຫານ ແລະ ຢາ;
  13. ເປັນຫ້ອງການກອງເລຂາຂອງຄະນະກຳມະການແຫ່ງຊາດ ເພື່ອຄຸ້ມຄອງອາຫານ ແລະ ຢາ;
  14. ຄຸ້ມຄອງ ແລະ ຊີ້ນຳ ວຽກງານ ກວດກາອາຫານ, ຢາ ແລະ ປະຈໍາດ່ານ;
  15. ຮຽກໂຮມ, ພົວພັນ, ຮ່ວມມື ແລະ ປະສານບັນດາຂະແໜງພາຍໃນກົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມກອງປະຊຸມ ແລະ ບັນທຶກກອງປະຊຸມຕ່າງໆ ກ່ຽວກັບ ວຽກງານອາຫານ ແລະ ຢາ ທັງພາຍໃນ ແລະ ຕ່າງປະເທດ;
  16. ປະສານສົມທົບ ແລະ ໃຫ້ການຮ່ວມມືກັບຄະນະກວດກາປິດສະຫຼຸບບັນຊີງົບປະມານຂອງຕົວເລກສູນໂມງ ແລະ ປິດສະຫຼຸບຂາດຕົວງົບປະມານປະຈຳປີ;
  17. ສະຫຼຸບ, ສັງລວມ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານອາຫານ, ຢາ ແລະ ຜະລິດຕະພັນການແພດ ໃນຂອບເຂດທົ່ວປະເທດ ຕາມກຳນົດເວລາຢ່າງເປັນປົກກະຕິ;
  18. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຂັ້ນເທິງ.

ໂຄງຮ່າງການຈັດຕັ້ງ

 
         
ID ຊື່ຜະລິດຕະພັນ ໂຮງງານຜູ້ຜະລິດ ປະສິດທິພາບດ້ານ ຄລີນິກຢັ້ງຢືນ ຈາກໂຮງງານ ປະສິດທິພາບດ້ານ ຄລີນິກຢັ້ງຢືນ ໂດຍສູນວິເຄາະລະບາດວິທະຍາ ເລກທີ ໄດ້ຮັບອານຸຍາດ EUA ຈາກກົມອາຫານ ແລະ ຢາ ວັນທີ ໄດ້ຮັບອານຸຍາດ EUA ຈາກກົມອາຫານ ແລະ ຢາ ບໍລິສັດນຳເຂົ້າ ຮູບພາບ ແລະ ວິທີການນໍາໃຊ້
1Sure Status COVID-19 Antigen Card Test (Nasopharyngeal Swab)Premier Medical Corporation Private Limited (India)ຄວາມໄວ 94.4% (Sensitivity), ຄວາມຈຳເພາະ100% (Specificity)ບໍ່ໄດ້ທົດສອບຄືນ ເນື່ອງຈາກເປັນເຄື່ອງທົດສອບແບບໄວທີ່ຢູ່ໃນ EUL ຂອງອົງການອະນາໄມໂລກEUA-01-0101/11/2021ບໍລິສັດ ວຽງທອງການຢາ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວPREVIEW
2Panbio COVID-19 Ag Rapid Test Device (Nasal)Abbott Rapid Diagnostic Jena GmbH (Germany) ຄວາມໄວ 98.1% (Sensitivity) ຄວາມຈຳເພາະ 99.8% (Specificity)ບໍ່ໄດ້ທົດສອບຄືນ ເນື່ອງຈາກເປັນເຄື່ອງທົດສອບແບບໄວທີ່ຢູ່ໃນ EUL ຂອງອົງການອະນາໄມໂລກEUA-01-0201/11/2021ບໍລິສັດ ຊີບີເອັຟ ຟາຣມາ ຈຳກັດPREVIEW
3Standard Q COVID-19 Ag Test (Nasopharyngeal Swab)SD Biosensor, Inc (Korea)- ທົດສອບໃນປະເທດເຢຍລະມັນ ຄວາມໄວ 100% (Sensitivity) ຄວາມຈຳເພາະ 99.3% (Specificity), ທົດສອບໃນປະເທດເຢຍບຣາຊີນ ຄວາມໄວ 95.9% (Sensitivity) ຄວາມຈໍາເພາະ 97.6% (Specificity)ບໍ່ໄດ້ທົດສອບຄືນ ເນື່ອງຈາກເປັນເຄື່ອງທົດສອບແບບໄວທີ່ຢູ່ໃນ EUL ຂອງອົງການອະນາໄມໂລກEUA-01-0318/11/2021ບໍລິສັດ ເອັສເຄເອັນການຄ້າ ຂາອອກ-ຂາເຂົ້າຈຳກັດ ຜູ້ດຽວPREVIEW
4COVID-19 (SARS-CoV-2) Antigen Test Kit (Kolloidal Gold)Anhui DeepBlue Medical Technology,Co.,Ltd (China)ຄວາມໄວ 96.4% (Sensitivity)ຄວາມຈຳເພາະ 99,8% (Specificity)ບໍ່ໄດ້ທົດສອບຄືນEUA-02-0722/02/2022ບໍລິສັດ ພອນທິດາ ຂາເຂົ້າ - ຂາອອກPREVIEW
5Covid-19 Antigen CARD KitFosun Diagnostics (Shanghai) Co.,Ltd (China)ຄວາມໄວ 96.1% (Sensitivity) ຄວາມຈຳເພາະ 99,5% (Specificity)ບໍ່ໄດ້ທົດສອບຄືນEUA-02-0218/02/2022ບໍລິສັດ ການຢາມິດຕະພາບ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວPREVIEW
6SARS-CoV-2 Rapid Antigen Test Kit (Colloidal Gold)Genrui Biotech Inc. (China)ຄວາມໄວ 98.13% (Sensitivity) ຄວາມຈຳເພາະ100% (Specificity)ບໍ່ໄດ້ທົດສອບຄືນEUA-02-0418/02/2022ບໍລິສັດ ເຄເອັສດີການຢາ ຂາອອກ - ຂາເຂົ້າ ຈຳກັດຜູ້ດຽວPREVIEW
7One Step Rapid Test, SARS-CoV-2 Rapid Antigen Test (Immunochromatograpphy Assay)Qingdao Hightop Biotech Co.,Ltd (China)ຄວາມໄວ 93% (Sensitivity) ຄວາມຈຳເພາະ 99% (Specificity)ບໍ່ໄດ້ທົດສອບຄືນEUA-02-0318/02/2022ບໍລິສັດ ເອັນເອັນຊີ ຟາກມາຈຳກັດPREVIEW
8Sure Status COVID-19 Antigen Card Test (Home Test)Premier Medical Corporation Private Limited (India)ຄວາມໄວ 95% (Sensitivity) ຄວາມຈຳເພາະ100% (Specificity)ບໍ່ໄດ້ທົດສອບຄືນEUA-02-0118/02/2022ບໍລິສັດ ວຽງທອງການຢາ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວPREVIEW
92019-nCoV Antigen Test, W634P0009 (Lateral Flow Method)Guangzhou Wondfo Biotech Co.,Ltd (China)ຄວາມໄວ 97,83% (Sensitivity) ຄວາມຈຳເພາະ99,08% (Specificity)ບໍ່ໄດ້ທົດສອບຄືນEUA-02-0622/02/2022ບໍລິສັດ ໄຊມັງກອນການຢາ ຈຳກັດຜູ້ດຽວPREVIEW
102019-nCoV Antigen Test, W196P0010 (Lateral Flow Method)Guangzhou Wondfo Biotech Co.,Ltd (China)ຄວາມໄວ 97,83% (Sensitivity) ຄວາມຈຳເພາະ99,08% (Specificity)ບໍ່ໄດ້ທົດສອບຄືນEUA-02-0522/02/2022ບໍລິສັດ ໄຊມັງກອນການຢາ ຈຳກັດຜູ້ດຽວPREVIEW
11SARS-CoV-2 Antigen Test Kit (LFIA)Jiangsu Medomic Medical Technology Co.,Ltdຄວາມໄວ 95,83% (Sensitivity) ຄວາມຈຳເພາະ 100% (Specificity)N/AEUA-02-0827/04/2022ບໍລິສັດ ດີເຄເອັດສເຮັດສ ລາວ ຈຳກັດ (DKSH)PREVIEW
122019-nCoV Antigen Rapid Test Cassette Anterior Nasal SwabBeijing Applied Biological Technologies Co.,Ltdຄວາມໄວ 95,83% (Sensitivity) ຄວາມຈຳເພາະ 100% (Specificity)N/AEUA-02-0926/04/2022ບໍລິສັດ ເຄເອັສດີການຢາ ຂາອອກ - ຂາເຂົ້າ ຈຳກັດຜູ້ດຽວPREVIEW
13SARS-CoV-2 Rapid Antigen Test Kit (Colloidal Gold Method)Nanjing Qiitianying Biotech Co., Ltdຄວາມໄວ 96,25% (Sensitivity) ຄວາມຈຳເພາະ 99% (Specificity)N/AEUA-02-1011/05/2022ບໍລິສັດ ຄ່າງອານອິນເຕີເນເຊີນນໍ ຂາເຂົ້າ ແລະ ຂາອອກ ຈຳກັດຜູ້ດຽວPREVIEW

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA