ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ອ.ຢ ຄຸນມິງ ຢ້ຽມຢາມ ກົມອາຫານ ແລະ ຢາ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 29/11/2017

ອ.ຢ ຄຸນມິງ ຢ້ຽມຢາມ ກົມອາຫານ ແລະ ຢາ

 

 ໃນຕອນເຊົ້າຂອງວັນທີ 29 ພະຈິກ 2017, ຄະນະທິມງານຂອງອົງການຄຸ້ມຄອງອາຫານ ແລະ ຢາ ຄຸນມິງ ສປ ຈີນ ໄດ້ພົບປະຢຽມຢາມ ກົມອາຫານ ແລະ ກະຊວງສາທາລະນະສຸກ ສປປ ລາວ ຊຶ່ງຄະນະທິມງານຢ້ຽມຢາມປະກອບມີ 06 ທ່ານ ນໍາພາໂດຍທ່ານ  ເອີກາງ ຫົວໜ້າພະແນກກວດກາອາຫານ ແລະ ຢາ, ທ່ານ ຈາງຢິງເຈ ຫົວໜ້າພະແນກຄຸ້ມຄອງການຈໍລະຈອນຈໍາໜ່າຍ, ທ່ານ ສຸຖົງຮ້າວ ຫົວໜ້າພະແນກຄຸ້ມຄອງການຜະລິດຢາ, ທ່ານ ລຸຢົງ ຫົວໜ້າພະແນກຄຸ້ມຄອງບຸກຄະລາກອນ, ທ່ານ ຊຸ້ນຢຸ້ຍ ຫົວໜ້າພະແນກແຜນການ ແລະ ການເງິນ ແລະ ທ່ານ ຫວັງລີ ຫົວໜ້າພະແນກຄຸ້ມຄອງບໍລິຫານ

ຈຸດປະສົງເພື່ອແລກປ່ຽນບົດຮຽນກ່ຽວກັບວຽກງານຄຸ້ມຄອງອາຫານ, ຢາ ແລະ ຜະລິດຕະພັນການແພດ, ທັງສອງຝ່າຍໄດ້ນໍາສະເຫນີກ່ຽວກັັບພາລະບົດບາດໜ້າທີ່ທີ່ກ່ຽວຂ້ອງຂອງແຕ່ລະພາກສ່ວນເປັນຕົ້ນດ້ານກົງຈັກການຈັດຕັ້ງ ບຸກຄະລາກອນຂອງວຽກງານຄຸ້ມຄອງອາຫານ ແລະ ຢາ, ວຽກງານອະນຸຍາດການຜະລິດ, ນໍາເຂົ້າ ແລະ ສົ່ງອອກ, ວຽກງານວິໄຈອາຫານ ແລະ ຢາ, ວຽກງານຕິດຕາມກວດກາ, ຕິດຕາມຜົນສະທ້ອນຈາກການນໍາໃຊ້, ການນໍາໃຊ້ຢາສົມເຫດສົມຜົນ, ການປະຕິບັດມາດຕະການ ລວມທັງວຽການການຄຸ້ມຄອງ ແລະ ການພັດທະນາຢາພື້ນເມືອງ. ນອກຈາກນັ້ນທັງສອງຝ່າຍຍັງໄດ້ສົນທະນາກ່ຽວກັບການຮ່ວມມືໃນອະນາຄົດບາງດ້ານທີ່ເປັນປຸລິມະສິດ ເປັນຕົ້ນວຽກງານປະສານງານກວດກາປະຈໍາດ່ານ ແລະ ວຽກການວິໄຈອາຫານ ແລະ ເປັນ ຕົ້ນ ເຊິ່ງຝ່າຍ ອົງການຄຸ້ມຄອງອາຫານ ແລະ ຢາ ຄຸນມິງ ມີຄວາມຍິນດີໃຫ້ຄວາມຮ່ວມມື ແລະ ຊ່ວຍເຫຼືອໃຫ້ແກ່ ວຽກງານຄຸ້ມຄອງອາຫານ ແລະ ຢາ ຂອງຝ່າຍລາວ.

ການຢ້ຽມຢາມຄັ້ງນີ້ຖືວ່າເປັນການຢ້ຽມຢາມຄັ້ງທໍາອິດຂອງ ອາຫານ ແລະ ຢາ ຄຸນມິງ ເຊິ່ງເປັນບາດກ້າວທີ່ສໍາຄັນໃນການຮ່ວມມືກ່ຽວກັບວຽກງານຄຸ້ມຄອງອາຫານ ແລະ ຢາ ໃນອະນາຄົດ ຊຶ່ງກອງປະຊຸມໄດ້ສະເຫນີໃຫ້ທັງສອງຝ່າຍສືບຕໍ່ຄົ້ນຄ້ວາທິດທາງແຜນການຮ່ວມມື ເຊິ່ງຈະກ້າວໄປເຖິງການມີບົດບັນທຶກຄວາມຊົງຈໍາກ່ຽວກັບການຮ່ວມມືໃນຂັ້ນຕໍ່ໄປ.

ການຮ່ວມມືກັບ ສປ ຈີນ ໃນໄລຍະຜ່ານມາ, ໄດ້ປະຕິບັດພາຍໃນກອບບົດບັນທຶກຊ່ວຍຈໍາ ລະຫວ່າງ ກົມອາຫານ ແລະ ຢາ ກັບ ຄະນະກໍາມະທິການວາງແຜນຄອບຄົວ ແລະ ສາທາລະນະສຸກ ເຂດປົກຄອງຕົນເອງກວາງຊີ ແລະ ໂດຍສະເພາະການຮ່ວມມືດ້ານວຽກງານຢາພື້ນເມືອງລະຫວ່າງ ສະຖານບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ ກັບສ່ວນພຶກສາສາດ ກວາງຊີ ຊຶ່ງຜ່ານມີບໍດົນທັງສອງຝ່າຍ ໄດ້ຮ່ວມກັນດໍາເນີນການສໍາຫຼວດຕົ້ນໄມ້ທີ່ເປັນຢາ ສໍາເລັດໃນຄັ້ງທີ່ 1 ແລະ ຄັ້ງທີ່ 2 ຈະໄດ້ປະຕິບັດໃນທ້າຍປີ 2017 ນີ້.

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA