ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ສືບຕໍ່ສ້າງຄວາມເຂັ້ມແຂງແກ່ວຽກງານຄຸ້ມຄອງຢາ ແລະ ຜະລິດຕະພັນການແພດ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 07/12/2017

ໃນລະຫວ່າງວັນທີ 4-8 ທັນວາ 2017 ຄະທິມງານຂອງ ອົງການຄຸ້ມຄອງອາຫານ ແລະ ຢາ ຂອງ ອົດສະຕາລີ (Therapeutic Goods Authority Australia(TGA)) ໄດ້ເດີນທາງມາປະຕິບັດໜ້າທີ່ ຢູ່ ສປປ ລາວ ເພື່ອປຶກສາຫາລື ແລະ ເກັບກໍາຂໍ້ມູນເບື້ອງກ່ຽວກັບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງດ້ານຢາຂອງ ສປປ ລາວ ໂດຍສະເພາະລະບົບການຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງຢາ ແລະ ຜະລິດຕະພັນການແພດ ເພື່ອຈະໄດ້ນໍາເອົາແນວຄວາມຄິດ ນໍາໄປສູ່ການກໍານົດແຜນກິດຈະກໍາຂອງໂຄງການຊ່ວຍເຫລືອໃນຕໍ່ໜ້າ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງຢາ ໂດຍສະເພາະຢາປິ່ນປົວໄຂ້ມາລາເຣຍ ເພື່ອປະກອບສ່ວນເຂົ້າໃນວຽກງານການລືບລ້າງພະຍາດໄຂ້ມາລາເຣຍໃຫ້ໝົດໄປໃນປີ 2030.  ແມ່ນການສືບຕໍ່ຜົນທີ່ໄດ້ຮັບຂອງກອງປະຊຸມທີ່ຜ່ານມາໄດ້ຈັດຂຶ້ນໃນລະຫວ່າງວັນທີ 16-17 ສິງຫາ ທີ່ ໂຮ່ຈີມິນ, ສສ. ຫວຽດນາມ ຊຶ່ງກົມອາຫານ ແລະ ຢາ ກະຊວງສາທາລະະນສຸກ ສປປ ລາວ ກໍ່ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວເພື່ອຄົນຄ້ວາ ແລະ ສະເຫນີສະພາບການໂດຍລວມການຄຸ້ມຄອງ ແລະ ກໍານົດຄວາມຕ້ອງການຈາກການຈັດຕັ້ງສາກົນ ຫຼື ຜູ້ໃຫ້ການຊ່ວຍເຫຼືອຈາກພາຍນອກ ເພື່ອປັບປຸງວຽກງານດ້ານຢາ ແລະ ຜະລິດຕະພັນການແພດໂດຍກວມເອົາ 03 ຂົງເຂດ: Marketing Authorization, Vigilance, Market Surveillance.

ການມາຄັ້ງນີ້ຂອງຄະນະທິມງານ TGA ໄດ້ພົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເປັນຕົ້ນກົມອາຫານ ແລະ ຢາ, ສາຍອາຫານ ແລະ ຢາ ຊິ່ງປະກອບມີ ສູນວິໄຈອາຫານ ແລະ ຢາ, ກອງກວດາອາຫານ ແລະ ຢາ ແລະ ສູນໄຂ້ຍຸງ ແມ່ກາຟາກ ແລະ ແມງໄມ້, ອົງການອະນາໄມໂລກ ເປັນຕົ້ນ

ໃນໄລຍະຜ່ານມາຜູ້ນໍາພັນທະມິດສໍາລັບພະຍາດໄຂ້ ມາຣາເຣຍ ຂອງພາກພື້ນ ອາຊີປາຊີຟິກ (Asia Pacific Leaders Malaria Alliance) ໄດ້ເປັນເຈົ້າໃນການອອກເຮື່ອເທແຮງປະກອບສ່ວນເຮັດໃຫ້ພາກພື້ນນີ້ຫຼຸດຜອນການບາດເຈັບ ແລະ ເສຍຊີວິດຈາກເຊື້ອພະຍາດໄຂ້ມາລາເຣຍໄດ້ ດ້ວຍການປະສານງານກັບທຸກພາກສ່ວນເຈົ້າໜ້າທີ່ທີ່ກ່ຽວຂ້ອງ ສ້າງແຜນຍຸດທະສາດລະດັບຊາດ, ລະດົມການມີສ່ວນຮ່ວມຂອງບັນດາແຫຼ່ງທຶນ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອສະໜັບສະໜູນໃຫ້ແກ່ວຽກງານ ຕ້ານພະຍາດໄຂ້ຍຸງ. Therapeutic Goods Authority Australia (TGA)ກັບການສະເຫນີດັ່ງກ່າວ ຜູ້ນໍາພັນທະມິດສໍາລັບພະຍາດໄຂ້ຍຸງຂອງພາກພື້ນ ອາຊີປາຊີຟິກ(Asia Pacific Leaders Malaria Alliance APLMA ໄດ້ປຶກສາຫາລືກັບອົງການ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຄຸ້ມຄອງຢາ ຂອງສປປ ລາວ.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA