ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມເຜີຍແຜ່ດ້ານລະບຽບການຄຸ້ມຄອງຢາ ແລະ ຜະລິດຕະພັນການແພດ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 25/12/2017

ກອງປະຊຸມເຜີຍແຜ່ດ້ານລະບຽບການຄຸ້ມຄອງຢາ ແລະ ຜະລິດຕະພັນການແພດ

ກອງປະຊຸມເຜີຍແຜ່ດ້ານລະບຽບການຄຸ້ມຄອງຢາ ແລະ ຜະລິດຕະພັນການແພດ ໄດ້ຈັດຂຶ້ນລະຫວ່າງວັນທີ 25-26 ທັນວາ 2017 ທີ່ແຂວງ ວຽງຈັນ, ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເຜີຍແຜ່ລະບຽບຄຸ້ມຄອງດ້ານຢາ ແລະ ຜະລິດຕະພັນການແພດ ແລະ ທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຢາ ແລະ ຜະລິດຕະພັນກາແພດ ໃຫ້ແກ່ຜູ້ປະກອບການດ້ານຢາ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ. ເປັນກຽດເຂົ້າຮ່ວມ ແລະ ເປັນປະທານໂດຍທ່ານ ດຣ. ບຸນຊູ ແກ້ວຫາວົງ ຮອງຫົວໜ້າກົມອາຫານ ແລະ ຢາ, ແລະ ມີທ່ານ ນາງ ວາລີ ເວສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງປະເທດລາວ ແລະ ສະມາຊິກສະພາແຫ່ງຊາດ, ມີຄະນະສະຖານບັນການແພດການຢາພື້ນເມືອງ, ຄະນະກອງກວດກາອາຫານ ແລະ ຢາ, ຄະນະ ແລະ ຜູ້ຕາງໜ້າຈາກຂະແໜງອາຫານ ແລະ ຢາ ແຂວງ ອຸດົມໄຊ, ຫຼວງພະບາງ, ນະຄອນຫຼວງວຽງຈັນ, ສະຫວັນນະເຂດ ແລະ ຈໍາປາສັກ, ຄະນະອໍານວຍການໂຮງງານຜະລິດຢາ, ບໍລິສັດຂາອອກຂາເຂົ້າດ້ານຢາ ແລະ ຜະລິດຕະພັນການແພດໃນຂອບເຂດທົ່ວປະເທດ ແລະ ຜູ້ຕາງໜ້າຈາກໂຮງງໝໍ ສູນກາງ ກໍ່ໄດ້ເຂົ້າຮ່ວມ ລວມທັງໝົດ 90 ທ່ານ.

ກອງປະຊຸມແມ່ນຈະໄດ້ຮັບຟັງການນໍາສະເຫນີຫົວຂໍ້ຕ່າງໆ ທີ່ກ່ຽວຂ້ອງເປັນຕົ້ນ ການລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຢາ ແລະ ຜະລິດຕະພັນການແພດ, ການຕິດຕາມກວດກາຢາ ແລະ ຜະລິດຕະພັນການການແພດພາຍພາຍຫຼັງການອະນຸຍາດຈໍາໜ່າຍ, ການສະເໜີບັນດານິຕິກໍາລຸ່ມກົດໝາຍທີ່ກ່ຽວຂ້ອງກັບການຄຸ້ມຄອງທີ່ໄດ້ປັບປຸງ ແລະ ຮັບຮອງໃນປີ 2017 ເຊັ່ນ: ຂໍ້ຕົກລົງວ່າດ້ວຍການສ້າງຕັ້ງບໍລິສັດຂາອອກຂາເຂົ້າດ້ານຢາ ແລະ ຜະລິດຕະພັນການແພດ, ລະບຽບກ່ຽວກັບການສໍາລະສະສາງຢາ ແລະ ຜະລິດຕະພັນການແພດ, ກັບການຄຸ້ມຄອງ ຢາເສບຕິດ-ອອກລິດຕໍ່ຈິດປະສາດ ແລະ ເຄື່ອງສໍາອາງ, ການຄຸ້ມຄອງໂຄສະນາອາຫານ, ຢາ ແລະ ຜະລິດຕະພັນການແພດ, ຄູ່ມືກ່ຽວກັບການເກັບຄືນຢາ ແລະ ຜະລິດຕະພັນການແພດ, ຄວາມຄືບໜ້າໃນການຈັດຕັ້ງປະຕິບັດຕາມທິດນໍາຂອງອາຊຽນກ່ຽວກັບການຄຸ້ມຄອງອຸປະກອນການແພດ. ນອກຈາກນີ້ ກອງປະຊຸມຍັງຈະໄດ້ມີການສົນທະນາແລກປ່ຽນຄໍາຄິດຄໍາເຫັນຈາກພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ບັນດາຜູ້ປະກອບການດ້ານຢາ ແລະ ຜະລິດຕະພັນການແພດ ເຊິ່ງເປັນຫົວໜ່ວຍທີ່ໄດ້ຈັດຕັ້ງປະຕິບັດບັນດາຫຼັກການ ແລະ ລະບຽບການທີ່ກະຊວງສາທາລະນະສຸກ ວາງອອກ, ບັນຫາຂໍໍ້ສະດວກ, ຂໍ້ຍຸ້ງຍາກ ແລະ ບັນດາຂໍ້ສະເຫນີຕ່າງໆຕໍ່ກັບການຈັດຕັ້ງຕ່າງໆ ຂອງພາກລັດ ໂດຍສະເພາະສາຍອາຫານ ແລະ ຢາ ຂັ້ນສູນກາງ ແລະ ແຂວງ ເພື່ອສືບຕໍ່ແກໄຂປັບປຸງ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງທຸລະກິດ.

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA