ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມຄັ້ງທີ 3 ຂອງຄະນະຈຸດປະສານງານແຫ່ງຊາດ ກ່ຽວກັບວຽກງານລະບົບການແຈ້ງເຕືອນແບບຮີບດ່ວນຂອງອາຊຽນ ກ່ຽວກັບອາຫານ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 02/08/2015
ປະຈຸບັນບັນດາປະເທດສະມາຊິກ ອາຊຽນ ກໍາລັງຫ້າງຫາກະກຽມໃຫ້ແກ່ການເຊື່ອມໂຍງອາຊຽນໃນແຕ່ລະດ້ານ ໂດຍສະເພາະປະຊາຄົມດ້ານເສດຖະກິດອາຊຽນ ຫລື AEC ເຊິ່ງໃນນັ້ນ ວຽກງານສາທາລະນະສຸກ ແມ່ນການເຊື່ອມໂຍງທາງລະບຽບການ, ມາດຕະຖານ ຄຸນນະພາບ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພ ຂອງຜະລິດຕະພັນອາຫານ, ຢາ ແລະ ຜະລິດຕະພັນການແພດ, ເພື່ອການຄ້າຂາຍແລກປ່ຽນລະຫວ່າງປະເທດສະມາຊິກດ້ວຍການທີ່ມີຄວາມຍຸດຕິທໍາ, ໂປ່ງໃສ ແລະ ສ້າງສິ່ງເອື້ອອໍານວຍໃຫ້ແກ່ການຄ້າພາຍໃນອາຊຽນ ແລະ ການຄ້າໂລກ.

          ການແລກປ່ຽນຂໍ້ມູນຂ່າວສານດ້ານຄວາມປອດໄພຂອງອາຫານ ເຊິ່ງການແຈ້ງເຕືອນແບບຮີບດ່ວນ ກໍ່ແມ່ນວຽກງານໜຶ່ງທີ່ບັນດາປະເທດຊິກອາຊຽນໄດ້ເຫັນດີຮ່ວມກັນສ້າງຕັ້ງຂຶ້ນເພື່ອຮັບປະກັນອາຫານປອດໄພຢູ່ໃນຂົງເຂດ. ວຽກງານກ່ຽວກັບລະບົບແຈ້ງເຕືອນແບບຮີບດ່ວນກ່ຽວກັບຄວາມປອດໄພອາຫານຄົນ ແລະ ສັດ(ASEAN Rapid Alert System for Food and Feed (ARASFF)ໄດ້ເລີ່ມຈັດຕັ້ງປະຕິບັດໃນປີ 2007 ເຊິ່ງແມ່ນການຈັດຕັ້ງຜັນຂະຫຍາຍ ແຜນຍຸດທະສາດອາຊຽນ (ASEAN Blue Print). ໂດຍເບື້ອງຕົ້ນ ການເຂົ້າຮ່ວມລະບົບການແຈ້ງເຕືອນແບບຮີບດ່ວນ ຂອງອາຊຽນ ກ່ຽວກັບອາຫານຄົນ ແລະ ສັດ ໄດ້ປະຕິບັດດ້ວຍຄວາມສະມັກໃຈ ລະຫວ່າງແຕ່ລະປະເທດສະມາຊິກ. ການສ້າງຕັ້ງລະບົບດັ່ງນັ້ນ ປະກອບມີບັນດາຂະແໜງການທີ່ກ່ຽວຂ້ອງກັບວຽກງານອາຫານຄົນ ແລະ ອາຫານສັດ ຂອງບັນດາປະເທດສະມາຊິກທີ່ສົນໃຈ ໄດ້ຮັບການເຊີນເຂົ້າຮ່ວມ ເຊັ່ນ: ຂະແໜງສາທາລະນະສຸກ, ຂະແໜງກະສິກໍາ, ຂະແໜງການເງິນ (ພາສີ), ອຸດສາຫະກໍາ ແລະ ການຄ້າ.

          ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຖືກຈັດຕັ້ງປະຕິບັດຢ່າງມີຄວາມຫ້າວຫັນ ຈຸດປະສານງານແຫ່ງຊາດ ໄດ້ຖືກແຕ່າງຕັ້ງຂຶ້ນ ເພື່ອເປັນຈຸດໃຈກາງປະສານງານໃນການແລກປ່ຽນຂໍ້ມູນຂ່າວສານດ້ານຄວາມປອດໄພຂອງອາຫານ ແລະ ອາຫານສັດ. ຈຸດປະສານງານແຫ່ງຊາດ (National Contact Point (NCP))  ໄດ້ຮັບການມອບໝາຍຢ່າງເປັນທາງການ ຈາກເຄືອຄ່າຍຂອງປະເທດສະມາຊິກ ພື່ອເປັນຕົວແທນແຕ່ລະປະເທດ ແລະ ໄດ້ຮັບອະນຸຍາດໃນການຮັບ ແລະ ແຈ້ງຖ່າຍທອດການແຈ້ງເຕືອນແບບຮີບດ່ວນ ໃນລະບົບເຄືອຄ່າຍ.ຄະນະຈຸດປະສານງານຂອງປະເທດ (NCP)ແລະ ຄະນະຊີ້ນໍາກ່ຽວກັບການສ້າງຕັ້ງລະບົບແຈ້ງເຕືອນຮີບດ່ວນ(Steering Committee (SC) ມີໜ້າທີ່ສະໜັບສະໜູນ, ຊຸກຍູ້ ຕາມພາລະບົດບາດ ເພື່ອໃຫ້ວຽກງານດັ່ງກ່າງ ໄດ້ຖືກຈັດຕັ້ງຕາມຈຸດປະສົງ.

ກອງຄັ້ງທີ 3 ຂອງຄະນະຈຸດປະສານງານແຫ່ງຊາດກ່ຽວກັບວຽກງານລະບົບການແຈ້ງເຕືອນແບບຮີບດ່ວນຂອງອາຊຽນ ກ່ຽວກັບອາຫານ."The 3rd National Focal Point on ASEAN Rapid Alert System for Food and Feed" ລະຫວ່າງ ວັນທີ 20-24 ກໍລະກົດ 2015 ທີ່ ປະເທດໄທ ເຊິ່ງຈຸດປະສົງຂອງກອງປະຊຸມ ແມ່ນເພື່ອລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດການສ້າງຕັ້ງລະບົບການແຈ້ງເຕືອນ ແບບຮີບດ່ວນ ກ່ຽວກັບຄວາມປອດໄພຂອງອາຊຽນ ກ່ຽວກັບອາຫານ ແລະ ອາຫານສັດ, ເພື່ອປຶກສາຫາລື ກ່ຽວກັບທິດທາງແຜນການຕໍ່ໜ້າກ່ຽວກັບ ວຽກງານ ARASFF ພາຍໃຕ້ກອບການຊ່ວຍເຫລືອຂອງ ASEAN-EUເພື່ອກະກຽມແກ່ການລາຍງານໃຫ້ແກ່ກອງປະຊຸມຄະນະຄະນະຊີ້ນໍາ ການຈັດຕັ້ງປະຕິບັດ(Steering Committee ) ຂອງວຽກງານດັ່ງກ່າວ.

          ກອງປະຊຸມດັ່ງກ່າວ ໄດ້ດໍາເນີນໄປເປັນວ່າ 3 ວັນ ໂດຍມີຜູ້ແທນເຂົ້າຮ່ວມ ຈາກປະເທດ ກໍາປູເຈຍ, ອິນໂດເນເຊຍ, ສປປ ລາວ, ມຽນມາ, ໄທ ເຊິ່ງຜົນສໍາເລັດຂອງກອງປະຊຸມຄັ້ງນີ້,  ບັນດາປະເທດສະມາຊິກໄດ້ແລກປ່ຽນບົດຮຽນການຈັດຕັ້ງປະຕິບັດວຽກງານການແຈ້ງເຕືອນ ແບບຮີບດ່ວນຂອງແຕ່ລະປະເທດ ກ່ຽວກັບຄວາມປອດໄພຂອງອາຫານ ແລະ (ARASFF)ໃນຂອງແຕ່ລະປະເທດນໍາໄດ້ຮັບຮູ້ຂໍ້ຄົງຄ້າງ ແລະ ທິດທາງຕໍ່ໜ້າເພື່ອປັບປຸງ, ພັດທະນາລະບົບດັ່ງກ່າວ. ໄດ້ຮ່ວມກັນປັບປຸງ ພາລະບົດບາດຂອງຄະນະຈຸດປະສານງານແຫ່ງຊາດ ເພື່ອສະເຫນີຮັບຮອງຈາກຄະນະກໍາມະການຊີ້ນໍາແຫ່ງຊາດ, ໄດ້ຮ່ວມປັບປຸງຄືນແຜນງານຂອງອາຊຽນກ່ຽວວຽກງາານການສ້າງລະບົບແລກປ່ຽນຂໍ້ມູນຂ່າວສານດ້ານຄວາມປອດໄພຂອງອາຫານພາຍໃຕ້ກອບການຊ່ວຍເຫລືອຂອງ ASEAN-EU.

          ກອງປະຊຸມໄດ້ຮັບຮູ້ນໍາວ່າ ລະບົບການແລກປ່ຽນຂໍ້ມູນຂ່າວສານລະຫວ່າງປະເທດສະມາຊິກ ເຂົ້າໃນລະບົບ ARASFF ຍັງບໍ່ທັນກ້ວາງຂວາງ, ມີພຽງແຕ່ບາງປະເທດທີ່ໄດ້ລາຍງານປົກກະຕິ. ລະບົບການແຈ້ງເຕືອນພາຍໃນອາຊຽນບໍ່ທັນສາມາດຈັດຕັ້ງປະຕິບັດໄດ້ທັງໝົດເນື່ອງຈາກ ບາງປະເທດຍັງຂາດເຂີນທາງດ້ານງົບປະມານ, ບຸກຄະລາກອນ, ພື້ນຖານໂຄງລ່າງ ໂດຍສະເພາະ ເຄື່ອຂ່າຍລະບົບ ອິນເຕີເນັດ ໂດຍສະເພາະ ປະເທດ ກໍາປູເຈຍ, ສປປ ລາວ ແລະ ສະຫະພາບມຽນມາ.

          ລະບົບການແຈ້ງເຕືອນແບບຮີບດ່ວນ ອາຫານຄົນ  ແລະ ສັດ ພາຍໃນຂອງ ສປປ ລາວ ເຊິ່ງມີຈຸດປະສານງານແມ່ນ ກົມອາຫານ ແລະ ຢາ ກະຊວງສາທາລະນະສກ, ເຖິງພະນັກງານຈາກກົມອາຫານ ແລະ ຢາ ແລະ ກອງກວດກາອາຫານ ແລະ ຢາ ໄດ້ຮັບການອົບຮົມ ກ່ຽວກັບການນໍາໃຊ້ລະບົບດັ່ງກ່າວ ແຕ່ໃນການຈັດຕັ້ງປະຕິບັດ ຍັງບໍ່ທັນສາມາດປະຕິບັດໄດ້. ຍັງຕ້ອງໄດ້ມີງົບປະມານສະເພາະເພື່ອປັບປຸງ ລະບົບ (software) ໃຫ້ເປັນພາສາລາວ ເພື່ອລາຍງານລະຫວ່າງຂະແໜງການກ່ຽວຂ້ອງນັບທັງສູນກາງ ແລະ ແຂວງ ລາຍງານ ແລະ ງົບປະມານໃນການອົບຮົມທົ່ວປະເທດ.

 ທິດທາງຕໍ່ໜ້າສໍາລັບ ສປປ ລາວ:

- ສປປ ລາວ ສືບຕໍ່ສູ້ຊົນໃຫ້ໄດ້ຈັດຕັ້ງປະບັດວຽກງານດັ່ງກ່າວ ເພື່ອປະກອບສ່ວນ ແລະ ປະຕິບັດພັນທະຂອງອາຊຽນ ກ່ຽວກັບວຽກງານອາຫານປອດໄພຕາມທີ່ໄດ້ຕົກລົງກັນໄວ້.

- ຕ້ອງໄດ້ແຕງຕັ້ງຈຸດປະສານງານພາຍໃນປະເທດ ແລະ ກໍານົດພາລະບົດບາດຂອງຄະນະກໍາມະການ ໂດຍປະກອບມີ ຂະແໜງ ການກະສິກໍາ ແລະ ປ່າໄມ້, ອຸດສາຫະກໍາ ແລະ ການຄ້າ, ຂະແໜງອາຫານ ແລະ ຢາ, ເພື່ອປະກອບ ສ່ວນເຂົ້າໃນລະບົບລາຍງານດັ່ງກ່າວ ຂອງ ສປປ ລາວ (Lao Rapid Alert System for Food and Feed (LRASFF).

- ຂົນຂວາຍຊອກຫາງົບປະມານປັບປຸງລະບົບ ແລະ ແບບຟອມດັ່ງກ່າວ ໃນລະບົບ ໃຫ້ເປັນພາສາລາວ ແລະ ຈັດຕັ້ງການອົບຮົມເຜີຍແຜ່ການນໍາໃຊ້ລະບົບແຈ້ງເຕືອນຄວາມປອດໄພຂອງອາຫານ ໃນຂອບເຂດທົ່ວປະເທດ.

- ປະກອບສ່ວນການລາຍງານກ່ຽວກັບອາຫານ ບໍ່ປອດໄພເຂົ້າໃນລະບົບການແຈ້ງເຕືອນຂອງອາຊຽນ ຢ່າງເປັນປົກກະຕິ.

- ເຂົ້າຮ່ວມກອງປະຊຸມຂັ້້ນຄະນະຊີ້ນໍາ ແລະ ຈຸດປະສານງານ ປະເທດ ກ່ຽວກັບວຽກງານການແຈ້ງເຕືອນຂອງອາຊຽນ.

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA