ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ອຢ ກວາງຊີ ຢ້ຽມຢາມ ລາວ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 12/01/2018

ອາຫານ ແລະ ຢາ ກວາງຊີ ຢ້ຽມຢາມລາວ

ຕອບຮັບການເຊື້ອເຊີນຂອງ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ, ອົງການຄຸ້ມຄອງອາຫານ ແລະ ຢາ ຂອງເຂດປົກຄອງຕົນເອງ ກວາງຊີ ໄດ້ເດີນທາງມາຢ້ຽມຢາມ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໃນຕອນບ່າຍຂອງວັນທີ 10 ມັງກອນ 2017. ຈຸດປະສົງ ເພື່ອ ພົບປະຢຽມຢາມ ແລະ ປ່ຽນບົດຮຽນກ່ຽວກັບການຄຸ້ມຄອງວຽກງານອາຫານ, ຢາ ແລະ ຜະລິດຕະພັນການແພດ.

ໃນການເດີນທາງຂອງຄະນະຄັ້ງນີ້ປະກອບມີ ຈໍານວນ 06 ທ່ານ ນໍາພາໂດຍທ່ານ Zhang Jianliang ຫົວໜ້າຄະນະທິມງານຕາງໜ້າໃຫ້ແກ່ອົງການຄຸ້ມຄອງອາຫານ ແລະ ຢາ ກວາງຈີ. ໃນການພົບປະ ທັງສອງຝ່າຍໄດ້ນໍາສະເຫນີກ່ຽວກັບພາລະບົດບາດໜ້າທີ່ທີ່ກ່ຽວຂ້ອງຂອງແຕ່ລະພາກສ່ວນເປັນຕົ້ນດ້ານກົງຈັກການຈັດຕັ້ງ ບຸກຄະລາກອນຂອງວຽກງານຄຸ້ມຄອງອາຫານ ແລະ ຢາ, ວຽກງານອະນຸຍາດການຜະລິດ, ນໍາເຂົ້າ ແລະ ສົ່ງອອກ, ວຽກງານວິໄຈອາຫານ ແລະ ຢາ, ວຽກງານຕິດຕາມກວດກາ, ຕິດຕາມຜົນສະທ້ອນຈາກການນໍາໃຊ້, ການນໍາໃຊ້ຢາສົມເຫດສົມຜົນ, ການປະຕິບັດມາດຕະການ ລວມທັງວຽການການຄຸ້ມຄອງ ແລະ ການພັດທະນາຢາພື້ນເມືອງ. ນອກຈາກນັ້ນທັງສອງຝ່າຍຍັງໄດ້ສົນທະນາກ່ຽວກັບການຮ່ວມມືໃນອະນາຄົດບາງດ້ານທີ່ເປັນບູລິມະສິດ ເປັນຕົ້ນວຽກງານປະສານງານກວດກາປະຈໍາດ່ານ ແລະ ອື່ນໆ...         

ການພົບປະຄັ້ງມີແມ່ນມີຄວາມໝາຍສໍາຄັນ ເຊິ່ງເປັນຄັ້ງທໍາອິດທີ່ ທັງສອງຝ່າຍໄດ້ພົບປະກັນ ແລະ ຈະເປັນພື້ນຖານກ້າວໃປສູ່ການຮ່ວມມືໃນອະນາຄົດ. ໃນເດືອນທີ່ຜ່ານມາ ກົມອາຫານ ແລະ ຢາ ຍັງໄດ້ຕ້ອນຮັບ ອົງການຄຸ້ມຄອງອາຫານ ແລະ ຢາ ນະຄອນຄຸນມິງ.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA