ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມວຽກງານສາທາລະນະສຸກ ທົ່ວປະເທດ ປະຈຳປີ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 07/02/2018

ບົດຂ່າວຈາກ: ໜັງສືພິມປະຊາຊົນ

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດວຽກງານສາທາ ລະນະສຸກທົ່ວປະເທດ ປະຈຳ ປີ 2017 ແລະ ວາງທິດທາງ ແຜນການປີ 2018 ຂຶ້ນໃນວັນ ທີ 6-7 ກຸມພານີ້ ທີ່ຫ້ອງປະຊຸມ ສູນ ICTC ນະຄອນຫຼວງວຽງ ຈັນ ໂດຍການເປັນປະທານ ຂອງທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະ ນະສຸກ, ມີຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງ, ຫົວໜ້າພະແນກສາທາລະນະ ສຸກແຂວງໃນທົ່ວປະເທດ ພ້ອມ ແຂກຖືກເຊີນ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ສະ ຫຼຸບຕີລາຄາການຈັດຕັ້ງປະຕິ ບັດວຽກງານພັດທະນາສາທາ ລະນະສຸກ ປະຈຳປີ 2017, ຜ່ານແຜນການພັດທະນາສາ ທາລະນະສຸກ ປະຈຳປີ 2018 ແລະ 2019. ພ້ອມດຽວກັນ ຍັງໄດ້ສະຫຼຸບການຈັດຕັ້ງປະຕິ ບັດຍຸດທະສາດປະຕິຮູບສາ ທາລະນະສຸກ ໄລຍະທີ I (2013-2015) ແລະ ແຜນຍຸດ ທະສາດປະຕິຮູບສາທາລະນະ ສຸກ ໄລຍະ II (2016-2020). ຜ່ານການຈັດຕັ້ງປະຕິບັດວຽກ ງານໃນໜຶ່ງປີຜ່ານມາ ເຫັນວ່າ ຂະແໜງການສາທາລະນະສຸກ ຍາດໄດ້ຜົນງານເດັ່ນຈຳນວນ ໜຶ່ງ ໂດຍສະເພາະແມ່ນອັດຕາ ການຕາຍຂອງເດັກນ້ອຍລຸ່ມ 1 ປີ ໄດ້ຫຼຸຸດລົງຈາກ 57/1000 ໃນປີ 2015 ມາເປັນ 41/1000, ອັດຕາການຕາຍຂອງແມ່ຫຼຸຸດ ລົງຈາກ 206 ໃນປີ 2015 ມາ ເປັນ 179/100.000. ອັດຕາ ສ່ວນປະຊາຊົນໄດ້ຊົມໃຊ້ນ້ຳ ສະອາດໄດ້ເພີ່ມຂຶ້ນຈາກ 85,7% ໃນປີ 2015 ມາເປັນ 86,6% ໃນປີ 2017. ອັດຕາ ສ່ວນເດັກນ້ອຍລຸ່ມ 5 ປີທີ່ມີ ນ້ຳໜັກຕ່ຳກວ່າມາດຕະຖານ ຫຼຸດລົງຈາກ 25,5% ໃນປີ 2015 ມາເປັນ 22% ໃນປີ 2017, ອັດຕາສ່ວນເດັກນ້ອຍ ລຸ່ມ 5 ປີ ເຕ້ຍ ຫຼຸຸດລົງຈາກ 35,6% ໃນປີ 2015 ມາເປັນ 34% ໃນປີ 2017. ສາມາດ ສ້າງບ້ານສາທາລະນະສຸກ ແບບຢ່າງ ກວມເອົາ 71%ຂອງ ຈຳນວນບ້ານເປົ້າໝາຍ, ຄັງ ປະກັນສຸຂະພາບໄດ້ກວມເອົາ 75% ຂອງຈຳນວນປະຊາຊົນ ທັງໝົດ ແລະ ວຽກງານອື່ນໆ. ກອງປະຊຸມດັ່ງກ່າວ ຍັງ ໄດ້ປຶກສາຫາລື ແລະ ກວດກາ ແຜນການ 2018 ແລະ 2019 ເພື່ອບັນລຸ 10 ຄາດໝາຍທີ່ສະພາແຫ່ງຊາດ ຮັບຮອງເອົາເປັນ ຕົ້ນການສືບຕໍ່ເຮັດໃຫ້ອັດຕາ ການຕາຍຂອງແມ່ ແລະ ເດັກ ຫຼຸຸດລົງ, ການປັບປຸງສະພາບ ໂພຊະນາການຂອງເດັກນ້ອຍ ລຸ່ມ 5 ປີ, ການເອົາໃຈໃສ່ສະ ໜອງນ້ຳສະອາດ ແລະ ນຳໃຊ້ ວິດຖ່າຍ, ການເພີ່ມອັດຕາສັກ ຢາກັນພະຍາດ ແລະ ການຂະ ຫຍາຍຄັງປະກັນສຸຂະພາບ ເພື່ອເຮັດໃຫ້ທຸກຄົນສາມາດ ເຂົ້າເຖິງການຮັກສາສຸຂະພາບ. 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA