ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ປະທານປະເທດ ເນັ້ນໃຫ້ຂະແໜງສາທາລະນະສຸກ ເອົາໃຈໃສ່ວຽກງານ ໃຫ້ມີຜົນສຳເລັດ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 08/02/2018

ປະທານປະເທດ ເນັ້ນໃຫ້ຂະແໜງສາທາລະນະສຸກ ເອົາໃຈໃສ່ວຽກງານ ໃຫ້ມີຜົນສຳເລັດ

ບົດຂ່າວຈາກໜັງສືພິມປະຊາຊົນສະບັບວັນທີ 8/2/2018

ໂອກາດເຂົ້າຮ່ວມກອງປະຊຸມວຽກງານສາທາລະນະສຸກທົ່ວປະເທດ ປະຈຳປີ 2017, ທ່ານ ບຸນຍັງ ວໍລະຈິດ ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມດັ່ງກ່າວໃນວັນທີ 7 ກຸມພານີ້ ທີ່ສູນການ ຮ່ວມມືລາວ- ຍີ່ປຸ່ນ ນະຄອນຫຼວງວຽງຈັນ ໂດຍມີທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາການນຳພັກ - ລັດ ຂັ້ນສູນກາງ ແລະ ທ້ອງຖິ່ນຕະຫຼອດຮອດຜູ້ແທນກອງປະຊຸມເຂົ້າຮ່ວມ. ໃນການໂອ້ລົມກອງປະຊຸມດັ່ງກ່າວ ທ່ານປະທານປະເທດໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທຸກຄວາມພະຍາຍາມບືນຕົວ ຂອງ ຂະແໜງສາທາລະນະສຸກໃນໄລຍະຜ່ານມາ ທີ່ໄດ້ສຸມໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆສືບຕໍ່ເຮັດໃຫ້ວຽກງານສາທາລະນະ ສຸກ ໄດ້ຮັບການຂະຫຍາຍຕົວໄດ້ຕາມເປົ້າໝາຍເປັນສ່ວນໃຫຍ່ ແລະ ສ້າງປັດໄຈໃໝ່ຈຳນວນໜຶ່ງທີ່ສຳຄັນ ສູ່ການຫັນປ່ຽນອັນຕັ້ງ ໜ້າເຂັ້ມແຂງໃນຕໍ່ໜ້າ. ພ້ອມນັ້ນທ່ານຍັງໄດ້ເນັ້ນໃຫ້ຂະແໜງສາທາລະນະສຸກ ຕ້ອງໄດ້ເອົາໃຈໃສ່, ສູ້ຊົນຜ່ານ ຜ່າຫຼາຍບັນຫາ ຊຶ່ງມີເນື້ອໃນ ບາງຕອນສຳຄັນດັ່ງນີ້: ເພີ່ມ ທະວີການນຳພາການເມືອງ ແນວຄິດໃຫ້ພະນັກງານ-ສະ ມາຊິກພັກ ເປັນຕົ້ນແມ່ນແພດ ໝໍ ແລະ ພະຍາບານທັງພາກ ລັດ ແລະ ເອກະຊົນ ໃຫ້ມີລັກ ສະນະຫຼັກໝັ້ນການເມືອງມີ ສິນທຳປະຕິບັດຖືກຕ້ອງ ແລະ ໜັກແໜ້ນ, ຄຸນສົມບັດຈັນຍາ ທຳຂອງແພດໝໍ - ພະຍາບານ ທີ່ດີ, ມີທັດສະນະບໍລິການຮັບ ໃຊ້ຄົນເຈັບຮັບໃຊ້ປະຊາຊົນ ຢ່າງແທ້ຈິງ ບໍ່ໃຫ້ມີບັນຫາສັງ ຄົມຈົ່ມວ່າຫຼາຍ; ສືບຕໍ່ຈັດຕັ້ງ ປະຕິບັດແຜນປະຕິຮູບຂະແໜງ ສາທາລະນະສຸກແຕ່ປີ 2018 ຫາ 2020 ຊຶ່ງກວມເອົາ 5 ຂົງເຂດທີ່ໄດ້ລາຍງານໄປແລ້ວ ນັ້ນ, ສູ້ຊົນໃຫ້ບັນລຸເປົ້າໝາຍ ສະຫັດສະວັດໂຕທີ່ຍັງບໍ່ທັນ ບັນລຸຄາດໝາຍ ໂດຍສະເພາະ ດ້ານໂພສະນາການ, ກະກຽມ ແຜນ ເພື່ອປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ, ເອົາໃຈໃສ່ຂະຫຍາຍລະບົບ ປະກັນສຸຂະພາບທຸກລະບົບ ໃຫ້ມີຄຸນນະພາບ ແລະ ກວ້າງ ຂວາງຂຶ້ນຕື່ມ; ສືບຕໍ່ປະຕິບັດ ນະໂຍບາຍສາທາລະນະສຸກ ທົ່ວປວງຊົນ ໂດຍຖືເອົາການ ອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ, ຖືເອົາການປິ່ນປົ່ວ ແລະ ສະ ໜອງການບໍລິການສຸຂະພາບ ຢ່າງທົ່ວເຖິງ, ມີຄຸນນະພາບ, ຍຸຕິທຳ ແລະ ສະເໝີພາບ ເປັນສຳຄັນ; ສືບຕໍ່ປັບປຸງ ແລະ ຂະຫຍາຍຕາໜ່າງສາທາລະ ນະສຸກໃຫ້ທົ່ວເຖິງລວມທັງ ເຂດພູດອຍຫ່າງໄກສອກຫຼີກ ໃຫ້ມີຄຸນນະພາບດີຂຶ້ນຕື່ມ ອີກໂດຍສະເພາະເຂດຈຸດສຸມ ຂອງລັດຖະບານ, ຈຸດສຸມ ຂອງແຂວງ ແລະ ເມືອງ, ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂບັນດາພະຍາດຕິດຕໍ່ ຮ້າຍແຮງທີ່ຂົ່ມຂູ່ຕໍ່ສຸຂະພາບ ແລະ ຊີວິດຂອງປະຊາຊົນ ໃຫ້ໄດ້ຢ່າງມີປະສິດທິຜົນ; ເອົາ ໃຈໃສ່ປັບປຸງຍົກສູງຄຸນນະ ພາບຂອງການບໍລິການປິ່ນປົວ ຢູ່ໂຮງໝໍຂັ້ນຕ່າງໆ, ຫັນໂຮງ ໝໍສູນກາງ ແລະ ໂຮງໝໍແຂວງ ຈຳນວນໜຶ່ງໃຫ້ທັນສະໄໝ ທາງດ້ານພື້ນຖານໂຄງລ່າງ, ອຸ ປະກອນການແພດ, ບຸກຄະລາ ກອນ, ການບໍລິການ ແນໃສ່ ສ້າງໃຫ້ໂຮງໝໍສາມາດກຸ້ມຕົນ ເອງເທື່ອລະກ້າວ ເພື່ອຫຼຸຸດ ຜ່ອນການລັ່ງໄຫຼໄປປິ່ນປົວຢູ່ ຕ່າງປະເທດ; ລັດຕ້ອງເສີມຂະ ຫຍາຍບົດບາດຄວາມເປັນເຈົ້າ ການຂອງໂຮງໝໍ ແລະ ສະ ຖານທີ່ບໍລິການສາທາລະນະ ສຸກຂອງລັດ ແລະ ເອກະຊົນ ໃນການບໍລິການທາງດ້ານສຸ ຂະພາບ, ຮັບປະກັນການບໍ ລິການດ້ານພື້ນຖານໃຫ້ແກ່ປະ ຊາຊົນ; ຕ້ອງສືບຕໍ່ຍູ້ແຮງການ ປ່ຽນແປງໃໝ່ທາງດ້ານການ ແພດ, ຍົກສູງຄຸນນະພາບຮັບ ໃຊ້ປະຊາຊົນ, ຄົ້ນຄວ້ານຳໃຊ້ ຄວາມອຸດົມສົມບູນຂອງຊັບ ພະຍາກອນທຳມະຊາດທີ່ມີ ເປັນຕົ້ນ: ພືດພັນທີ່ເປັນຢາ ພື້ນເມືອງ... ຂະຫຍາຍພື້ນ ຖານການແພດຂອງລາວ ປະສົມປະສານລະຫວ່າງການ ແພດພື້ນເມືອງລາວ ແລະ ການແພດທັນສະໄໝໃໝ່, ພ້ອມນັ້ນເອົາໃຈໃສ່ຄຸ້ມຄອງ ອາຫານ ແລະ ຢາທີ່ນຳເຂົ້າ ຈາກຕ່າງປະເທດ. ກວດກາຄຸນ ນະພາບອາຫານ ແລະ ຢາ ເພື່ອສຸຂະພາບຂອງຜູ້ຊົມໃຊ້. 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA