ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 15/02/2018

ກອງປະຊຸມຮຽກຮ້ອງລະດົມການຮ່ວມມືຕ້ານເຊື້ອດື້ຕໍ່ຢາ

ກອງປະຊຸມສະໜັບສະໜູນ, ລະດົມການມີສ່ວນຮ່ວມ ແລະ ການປະສານງານກັບ ພາກສ່ວນກ່ຽວຂ້ອງ ເພື່ອຕອບໂຕ້ການດື້ຢາ Artemisinin ຂອງເຊື້ອໄຂ້ ມາລາເລຍ ໄດ້ຈັດຂຶ້ນ ຢູ່ ແຂວງ ສາລະວັນ ລະຫວ່າງ ວັນທີ 13-14 ກຸມພາ 2018 ໂດຍການເປັນປະທານ ຂອງທ່ານ ດຣ. ບຸນຊູ ແກ້ວຫາວົງ ຮອງຫົວໜ້າກົມອາຫານ ແລະ ຢາ ແລະ ມີປະທານຮ່ວມ ໂດຍ ດຣ. ກະເສີມສຸກ ວົງສຸທິ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງ ສາລະວັນ ແລະ ທ່ານ ດຣ. ສຸລິສັກ ສູນວໍລະວົງ ຮອງຫົວໜ້າກອງກວດກາອາຫານ. ກອງປະຊຸມໄດ້ມີຜູ້ເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂອງເປັນຕົ້ນ: ຄະນະພະແນກສາທາລະນະສຸກແຂວງ ຈາກ 4 ແຂວງພາກໃຕ້, ຄະນະຂະແໜງອາຫານ ແລະ ຢາ, ເຈົ້າໜ້າທີ່ຈາກຂະແໜງການທີ່ກ່ຽວຂ້ອງ ເຊັ່ນ: ເຈົ້າໜ້າທີ່ພາສີ ຂອງຂະແໜງການເງິນແຂວງ, ຕຳຫຼວດສິ່ງແວດລ້ອມແຂວງ, ອຸດສາຫະກຳ ແລະ ການຄ້າ ແລະ ຜູ້ປະກອບການຮ້ານຂາຍຍ່ອຍຢາ, ພະນັກງານຈາກສູນກາງ ເປັນຕົ້ນ ຈາກກົມອາຫານ ແລະ ຢາ, ສູນໄຂ້ຍຸງແມ່ກາຝາກ ແລະ ແມ່ງໄມ້ ແລະ ກອງກວດກາອາຫານ ແລະ ຢາ ລວມທັງໝົດໝົດ 60 ທ່ານ.

            ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອເຜີຍແຜ່ຂໍ້ມູນກ່ຽວກັບສະພາບ ເຊື້ອພະຍາດມາລາເລຍ ດື້ຕໍ່ກັບຢາ Artemisinin, ເພື່ອລະດົມ ແລະ ຂໍການສະໜັບສະໜູນຈາກພາກສ່ວນທີ່ກ່ຽວຂ້ອງ ຕອບໂຕ້ຕໍ່ບັນຫາການດື້ຕໍ່ຢາດັ່ງກ່າວ. ກອງປະຊຸມ ໄດ້ຮັບຝັງການສະເຫນີຫຼາຍໆຫົວຂໍ້ທີ່ກ່ຽວຂ້ອງ ເຊື້ອດື້ຕໍ່ຢາ ເປັນຕົ້ນຄື: ການສະເຫນີຜົນສໍເລັດໃນການຈັດຕັ້ງປະຕິບັດກິດຈະກໍາພາຍໃຕ້ໂຄງການ RAI,  ສະພາບການຂອງໂລກ, ພາກພື້ນ ແລະ ຢູ່ ສປປ ລາວ ກ່ຽວກັບບັນຫາເຊື້ອດື້ຕໍ່ຢາ, ສະພາບການ ແລະ ການຄວບຄຸມພະຍາດໄຂ້ຍຸງ ຢູ່ ສປປ ລາວ. ລະບົບການຄຸ້ມຄອງຢາ ແລະ ຜະລິດຕະພັນການແພດໂດຍສະເພາະແມ່ນການອະນຸຍາດຜະລິດນໍາເຂົ້າ ຈໍລະຈອນຈໍາໜ່າຍ, ວຽກງານການກວດກາຢູ່ພາກລັດ ແລະ ເອກະຊົນ ພາຍຫຼັງການອະນຸຍາດ; ແລະ ການປະສານງານກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງ; ສະພາບຢາປອມ ແລະ ວຽກງານສະກັດກັ້ນຢູ່ໃນໂລກ, ພາກພື້ນ ແລະ ສປປ ລາວ. ນອກຈາກນີ້ຜູ້ເຂົ້າຮ່ວມຍັງໄດ້ຮັບຊົມວິດີໂອສັ້ນ ກ່ຽວກັບຜົນສະທ່ອນຈາກການຢາປອມ ແລະ ຢາຕົກມາດຕະຖານ.

            ຫຼັງຈາກນັ້ນ, ບັນດາຜູ້ເຂົ້າຮ່ວມໄດ້ປະກອບສ່ວນຄິດຄຳເຫັນ  ແລະ ເປັນເອກະພາບຕໍ່ກັບບົດສະເຫນີຕ່າງໆ ຂອງສຳມະນາກອນ ແລະ ມີການແລກປ່ຽນບົດຮຽນກ່ຽວກັບບັນຫາ ແລະ ທິດທາງຕໍ່ໜ້າ ເພື່ອເຮັດໃຫ້ການປະສານງານຮ່ວມມື ຕ້ານກັບບັນຫາດັ່ງກ່າວ ເພື່ອປະກອບສ່ວນເຂົ້າໃນວຽກງາການປ້ອງກັນການເຈັບປ່ວຍ ແລະ ການເສຍຊີວິດຈາກພະຍາດໄຂ້ມາລາເຣຍ.​ ຜູ້ເຂົ້າຮ່ວມຍັງໄດ້ຖ່າຍຮູບຮ່ວມກັນ ເພື່ອສະແດງຄວາມເປັນເອກະພາບ ແລະ ຈະຮ່ວມແຮງຮວມໃຈປະກອບສ່ວນເຂົ້າໃນການຕ້ານເຊື້ອດື້ຕໍ່ຢາ.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA