ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມກວດກາອາຫານປອດໄພຮັບໃຊ້ມະຫະກໍາກິລາແຫ່ງຊາດ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 27/02/2018

ບົດຂ່າວໂດຍ: ທ່ານ ນາງ ວຽງໄຊ ວັນສີລາລົມ

ກອງປະຊຸມຄັ້ງທີ່ 1 ກ່ຽວກັບການລົງຊຸກຍູ້ວຽກງການອາຫານປອດໄພ ເພື່ອກະກຽມການຮັບໃຊ້ການເປັນເຈົ້າພາບມະຫະກໍາກິລາແຫ່ງຊາດຄັ້ງທີ XI ທີ່ແຂວງ ຊຽງຂວາງ. ກອງປະຊຸມຄັ້ງນີ້ ແມ່ນໄດ້ຈັດຂຶ້ນ ລະຫວ່າງວັນທີ 26-28 ກຸມພາ 2018 ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງ ຊຽງຂວາງ ໂດຍການເປັນປະທານຂອງທ່ານ ດຣ. ບົວພັນ ພົມມະຈັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ຫົວພັນ ແລະ ທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ, ກອງປະຊຸມໄດ້ມີພະນັກງານ ຈາກ 7 ເມືອງ ຂອງແຂວງ ແລະ ພະນັກງານຈາກກົມອາຫານ ແລະ ຢາ ເຊິ່ງເປັນທິມງານຮັບໃຊ້ມະຫະກໍາກິລາຄັ້ງນີ້. ຈຸດປະສົງຂອງກອງປະຊຸມ ເພື່ອຝຶກອົບຮົມໃຫ້ແກ່ເຈົ້າໜ້າທີ່ ອາຫານ ແລະ ຢາ ແຂວງ ໃນການກວດກາສະຖານທີ່ຮ້ານຂາຍອາຫານ, ຜູ້ໃຫ້ການບໍລິການອາຫານ, ໂຮງງານນໍ້າດື່ມ, ນໍ້າກ້ອນ, ໂຮງແຮມ ໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ເພື່ອຮັບປະກັນອາຫານປອດໄພ.

ກອງປະຊຸມຈະໄດ້ດໍາເນີນເປັນພາກທິດສະດີ 1 ວັນໂດຍຄະນະທິມງານຈາກກົມອາຫານ ແລະ ຢາ, ຫຼັງຈາກນັ້ນ ນັກສໍາມະນາກອນຈະໄດ້ປະຕິບັດການລົງກວດກາຕົວຈິງ ແລະ ດໍາເນີນການກວດສອບໄປພ້ອມໆກັນ. ການຈັດກອງປະຊຸມຄັ້ງນີ້ ແມ່ນໄດ້ນໍາໃຊ້ບົດຮຽນຂອງການກວດກາ ໃນການຮັບໃຊ້ກອງປະຊຸມສຸດຍອດອາຊຽນ, ມະຫະກໍາກາແຫ່ງຊາດຄັ້ງທີ  X ທີ່ແຂວງອຸດົມໄຊ ນໍາມາຖອດຖອນບົດຮຽນ. ນອກຈາກນັ້ນ ກົມອາຫານ ແລະ ຢາ ຍັງໄດ້ມອບເຄື່ອງທົດສອບອາຫານ, ເຄື່ອງວັດແທກອຸນນະພູມຈໍານວນໜຶ່ງໃຫ້ແກ່ແຂວງ ຊຽງຂວາງ ເພື່ອນໍາໃຊ້ເປັນເຄື່ອງມີໃນການກວດກາຕໍ່ໄປ.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA