ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ສະເຫຼີມສະຫຼອງວັນແມ່ຍິງສາກົນ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 07/03/2018

ບົດຂ່າວໂດຍ: ສຸກສົມຄວນ ຈັນທະມາດ

 

ສະຫະພັນແມ່ຍິງ ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມວຽກງານສະຫະພັນແມ່ຍິງຂຶ້ນ  ໃນວັນທີ 7 ມີນາ 2018 ເປັນກຽດເຂົ້າຮ່ວມໂດຍ ທ່ານ ສະຫາຍ ດຣ. ສົມທະວີ ຈາງວິສົມມິດ ຄະນະປະຈໍາພັກ, ປະທານກວດກາພັກກະຊວງ, ຫົວໜ້າກົມອາຫານ ແລະ ຢາ ແລະ ມີສະຫາຍ ສຸກສົມຄວນ ຈັນທະມາດ ຮອງເລຂາໜ່ວຍພັກ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອ ສະເຫຼີມສະຫຼອງເນື່ອງໃນວັນແມ່ຍິງສາກົນ ຄົບຮອບ 108 ທີ່ຈະມາເຖິງ. ໃນວາລະກອງປະຊຸມຄັ້ງນີ້ ໄດ້ຮັບຝັງການບັນລະຍາຍເນື້ອໃນເອກະສານທີ່ກ່ຽວຂ້ອງກັບວຽກງານການພັດທະນາແມ່ນຍິງ ເປັນຕົ້ນ: ບັນດາອົງການຈັດຕັ້ງສາກົນຕ່າງໆ ກ່ຽວກັບແມ່ຍິງ, ສົນທິສັນຍາ, ຖະແຫຼງການສາກົນ ກ່ຽວກັບແມ່ຍິງ, ການເຄື່ອນໄຫວຂອງສະຫະພັນແມ່ຍິງໃນເວທີສາກົນ, ແລະ ອາຊຽນໃນໄລຍະຜ່ານມາ ແລະ ການເຄື່ອນໄຫວຂອງແມ່ນຍິງຢູ່ພາຍໃນ ສປປ ລາວໃນປີ 2017.

ນອກຈາກນີ້ ສະຫາຍ ນາງ ຄໍແຜງ ເຕັງເບຼຍຈື ຮອງປະທານສະຫະພັນແມ່ຍິງກົມອາຫານ ແລະ ຢາ ໄດ້ລາຍງານຜົນສໍາເລັດ ວຽກງານແມ່ຍິງຂອງກົມອາຫານ ແລະ ຢາ ທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ 1 ປີ ວຽກງານທີ່ຜົ້ນເດັ່ນ ເປັນຕົ້ນ: ການເຄື່ອນໄຫວວຽກງານຕາມຄໍາຂວັນ 3 ດີ, ວຽກງານຂະບວນການຕ່າງໆ ທີ່ໄດ້ປະກອບສ່ວນຜ່ານມາຫຼາຍສົມຄວນ ອັນທີ່ພົ້ນເດັ່ນໃນການປະກອບສ່ວນເຂົ້າໃນຂະບວນການກິລາ, ບໍລິຈາກເລືອດ, ບໍລິຈາກເຄື່ອງຊ່ວຍເຫຼືອຜູ້ດ້ອຍໂອກາດ ແລະ ສັງຄົມ, ການຊ່ວຍເຫຼືອຊ່ວຍເຫຼືອເຊິ່ງກັນແລະກັນໃນຍາມເຈັບເປັນ ແລະ ວຽກງານຂະບວນການສາມດີ ເຊິ່ງສະຫະພັນແມ່ຍິງກົມອາຫານ ແລະ ຢາ ໄດ້ດໍາເນີນການຕີລາຄາປະເມີນຜົນວຽກງານສາມດີ.

ໃນວາລະກອງປະຊຸມຄັ້ງນີ້ ທ່ານ ສະຫາຍ ດຣ. ສົມທະວີ ຈາງວິສົມມີດ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ຊຶ່ງທ່ານ ໄດ້ສະແດງຄວາມດີໃຈ ແລະ ພາກພູມໃຈທີໄດ້ ເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍຄວາມສໍາຂອງແມ່ຍິງ, ຮັບຟັງປະຫວັດຂອງແມ່ຍິງໂດຍມີຄວາມສະເຫມີພາບກັບເພດຊາຍຕະຫຼອດມາ ໂດຍສະເພາະເອື້ອຍນ້ອງແມ່ຍິງຂອງກົມທີ່ໄດ້ປະຕິບັດໜ້າທີ່ວຽກງານພັກ-ລັດ ສໍາເລັດ ຢ່າງຫຼວງຫຼາຍ ແມ່ນຍ້ອນມີການປະກອບສ່ວນຂອງແມ່ຍິງທີ່ມີຄວາມອົດທົນ, ດຸໝັ່ນ, ຂະຫຍັນ, ພາກພຽນ. ທ່ານຍັງໄດ້ຍົກຕົວຢ່າງໃຫ້ເຫັນສະພາບໃນການພັດທະນາກ່ຽວກັບວຽກງານຂອງສາກົນ ໂດຍມີແມ່ຍິງໄດ້ມີສ່ວນຮ່ວມເຂົ້າໃນວຽກງານທີ່ສໍາຄັນຕ່າງໆ.

ທ້າຍສຸດທ່ານໄດ້ຮຽກຮ້ອງໃຫ້ເອື້ອຍນ້ອງຍິງ ທຸກຄົນພາຍໃນກົມ ໃຫ້ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ, ມີສະຕິຕໍ່ການຈັດຕັ້ງ, ເຄົາລົບລະບຽບວິໄຈຊາວໜຸ່ມ, ແມ່ຍິງ, ກໍາມະບານ ແລະ ລັດຖະກອນ. ຕ້ອງຮຽນຮູ້ເຊິ່ງກັນແລະກັນ, ຮັກສາຮີດຄອງປະເພນີອັນດີງາມຂອງລາວ ບັນດາເຜົ່າ, ມູນເຊື້ອດຸໝັ່ນ, ອອກແຮງງານຮໍາຮຽນ, ອົດທົນອົດກັ້ນ, ອ່ອນໂຍນ, ອ່ອນຫວານ, ສືບຕໍ່ປະຕິບັດຄໍາຂວັນ ສາມດີຂອງແມ່ນຍິງ ແຂ່ງຂັນກັບເພດຊາຍ. ໃນນາມການນໍາພັກ, ການນໍາກົມ ແລະ ແຜນງານປົກປ້ອງຜູ້ບໍລິໂພກອາຫານ, ຢາ ແລະ ຜະລິດຕະພັນການແພດ ຊົມເຊີຍຢ່າງສຸດໃຈຕໍ່ຜົນງານທີ່ຍາດມາໄດ້ ແມ່ນຍ້ອນຄວາມຮັບຜິດຊອບຕາມທີ່ໄດ້ຮັບມອບໝາຍທັງວຽກພັກ, ວຽກງານມະຫາຊົນ ເຮັດເພື່ອສ່ວນລວມຕ້ອງເສຍສະຫຼະ ຮັກສາມູນເຊື້ອປະຊຸມສ່ອງແສງຢ່າງເປັນປົກກະຕິ. ຕາງໜ້າຄະນະກົມ, ໜ່ວຍພັກ, ເພດຊາຍ ທ່ານໄດ້ອວຍພອນໃຫ້ເອື້ອຍນ້ອງມີສຸຂະພາບແຂງແຮງເຕົ້າໂຮມຄວາມສາມັກຄີສ້າງຜົນງານໃຫ້ຫຼາຍກ່ວາເກົ່າ. 

 

 

 

 

 

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA