ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ຢ້ຽມຢາມ ສ່ວນພຶກສາສາດ ກວາງຊີ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 20/03/2018

ຢ້ຽມຢາມສ່ວນພຶກສາສາດ ກວາງຊີ

ບົດຂ່າວໂດຍ: ສຸກສົມຄວນ ຈັນທະມາດ

 

  ຕອບສະໜອງຕໍ່ຄໍາເຊີນຂອງ ທ່ານ ມຽວ ວັນຢິງ ປະທານ ສ່ວນພຶກສາສາດ, ຄະນະກໍາມະທິການວາງແຜນຄອບຄົວ ແລະ ສາທາລະນະສຸກ ເຂດປົກຄອງຕົນເອງ ກວາງຊີ, ສປ ຈີນ. ດັ່ງນັ້ນ, ໃນລະຫວ່າງວັນທີ 13-16 ມີນາ 2018 ທີ່ຜ່ານມາ ຄະນະທິມງານຈາກກະຊວງສາທາລະນະສຸກ ນໍາພາໂດຍທ່ານ ດຣ. ສົມທະວີ ຈາງວິສົມມິດ ຄະນະປະຈໍາພັກ, ປະທານກວດກາພັກ, ຫົວໜ້າກົມອາຫານ ແລະ ຢາ ພ້ອມດ້ວຍຄະນະທິມງານ ຊຶ່ງປະກອບມີ ທ່ານ ຮອງສາດສະດາຈານ ດຣ. ກອງມະນີ ສີດາລາ ຫົວໜ້າສະຖານບັນການແພດ ການຢາ ພື້ນເມືອງ, ແລະ ທ່ານ ດຣ. ທອງຫວ່າງ ລາດຊະວົງ ຫົວໜ້າສູນວິໄຈອາຫານ ແລະ ຢາ ພ້ອມດ້ວຍວິຊາການຂອງກົມອາຫານ ແລະ ຢາ ໄດ້ ເດີນທາງຢ້ຽມຢາມ ສ່ວນພຶກສາສາດ ເຂດປົກຄອງຕົນເອງ ກວາງຊີ ສປ ຈີນ.

  ຈຸດປະສົງຂອງການເດີນທາງໃນຄັ້ງນີ້ ແມ່ນເພື່ອຢ້ຽມຢາມ ແລະ ພົບປະສົນທະນາປຶກສາຫາລືກ່ຽວກັບວຽກງານການຮ່ວມມືລະຫວ່າງ ກະຊວງສາທາລະນະສຸກ ສປປ ລາວ ແລະ ຄະນະກໍາມະທິການວາງແຜນຄອບຄົວ ແລະ ສາທາລະນະສຸກ ເຂດປົກຄອງຕົນເອງ ກວາງຊີ ໂດຍສະເພາະວຽກງານດ້ານ ການແພດການຢາພື້ນເມືອງ. ໃຫ້ກຽດຮັບຕ້ອນຄະນະຄັ້ງນີ້ ໂດຍແມ່ນ ທ່ານ ມຽວວັນຢິງ ປະທານສ່ວນພຶກສາສາດ ກວາງຊີ ພ້ອມດ້ວຍຄະນະທິມງານ. ໃນການພົບປະ ຄະນະທິມງານຝ່າຍລາວ ໄດ້ຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານການຮ່ວມມືໃນໄລຍະຜ່ານ ໂດຍສະເພາະກ່ຽວກັບຜົນໄດ້ຮັບໃນການລົງສໍາຫຼວດພືດຕົ້ນໄມ້ທີ່ເປັນຢາ ຢູ່ ຂອງຝ່າຍຈີນ ທີ່ໄດ້ປະຕິບັດສອງຮອບໃນປີທີ່ຜ່ານມາ ລວມທັງການວິໄຈຕົວຢ່າງຢາພື້ນເມືອງ. ນອກຈາກນີ້ ທັງສອງຝ່າຍໄດ້ສົນທະນາປຶກສາຫາລືຮ່ວມກັບກ່ຽວກັບທິດທາງແຜນການໃນຕໍ່ໜ້າໃນວຽກງານທີ່ຮີບດ່ວນທີ່ຈະຕ້ອງໄດ້ສືບຕໍ່ເຮັດຮ່ວມກັນໃຫ້ສໍາເລັດເປັນຕົ້ນ ການສ້າງປຶ້ມບັນຊີລາຍການຊັບພະຍາກອນທໍາມະຊາດທີ່ເປັນຢາ ແລະ ປຶ້ມປະທານຸກົມການຢາພື້ນເມືອງ ໃຫ້ແກ່ ສປປ ລາວ. ຫຼັງຈາກຈັ້ນ ຄະນະຜູ້ແທນຍັງໄດ້ມີໂອກາດຢ້ຽມຢາມ ຫ້ອງວິໄຈ, ຫ້ອງພິພິຕະພັນພືດທີ່ເປັນຢາ ແລະ ຢ້ຽມຢາມໂຮງງານຜະລິດຢາພື້ນເມືອງຂອງ ສ່ວນພຶກສາສາດ ກວາງຊີ.

 ການເດີນທາງພົບປະໃນຄັ້ງນີ້ແມ່ນໄດ້ຮັບໝາກຜົນສໍາເລັດເປັນຢ່າງດີ ເປັນການເສີມຂະຫຍາຍສາຍພົວພັນການຮ່ວມມືວຽກງານສາທາ່ລະນະສຸກເວົ້າລວມ ສະເພາະ ແມ່ນການຮ່ວມມືໃນຂົງເຂດວຽກງານ ການແພດ ແລະ ການຢາພື້ນເມືອງ ລະຫວ່າງ ລາວ-ຈີນ ແລະ ຕາມເຫລວທາງໜຶ່ງເສັ້ນທາງ. ເປັນການສືບຕໍ່ຜັນຂະຫຍາຍຈັດຕັ້ງປະຕິບັດ ກອບການຮ່ວມມື ທີ່ໄດ້ເຊັນບົດບັນທຶກລວມຮ່ວມກັບຫວ່າງ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ແລະ ຄະນະກໍາມະການວາງແຜນຄອບຄົວ ເຂດປົກຄອງຕົນເອງ ກວາງຊີ ແລະ ຜັນຂະຫຍາຍກອບການຮ່ວມມືສະເພາະລະຫວ່າງ ສະຖານບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ ກັບ ສ່ວນພຶກສາສາດ ກວາງຊີ.

 

   

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA