ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ເຜີຍແຜ່ຜົນວິເຄາະຊ່ອງຫວ່າງການເຂົ້າເຖິງອາຫານ ໂພຊະນາການ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 23/03/2018

 

ບົດຂ່າວ ຈາກໜັງສືພິມປະຊາຊົນ 

ກະຊວງສາທາລະນະສຸກ ຮ່ວມກັບ ອົງການອາຫານໂລກ ປະຈຳ ສປປ ລາວ ໄດ້ຈັດກອງ ປະຊຸມເຜີຍແຜ່ການວິເຄາະ ຊ່ອງຫວ່າງການເຂົ້າເຖິງອາຫານ ໂພຊະນາການ ເມື່ອວັນທີ 14 ກັນຍານີ້ ທີ່ນະຄອນຫຼວງວຽງ ຈັນ, ພາຍໃຕ້ການເປັນປະທານ ຮ່ວມຂອງ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງ ສາທາລະນະສຸກ ແລະ ທ່ານ ນາງ ຊາລາ ກໍດອນກິບສັນ ຜູ້ຕາງໜ້າອົງການອະນາ ໄມໂລກ ປະຈຳລາວ ຊຶ່ງມີພະ ແນກສາທາລະນະສຸກຈາກ ແຂວງສະຫວັນນະເຂດ, ເຊ ກອງ, ອຸດົມໄຊ, ຜົ້ງສາລີ, ນະ ຄອນຫຼວງວຽງຈັນ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງກອງປະຊຸມຄັ້ງ ນີ້ ແມ່ນເພື່ອເປັນການຮັບຟັງ ຄວາມເປັນມາຂອງການວິເຄາະ ເພື່ອເຕີມຊ່ອງຫວ່າງການເຂົ້າ ເຖິງອາຫານໂພຊະນາການ ແລະ ຜົນໄດ້ຮັບທີ່ສຳຄັນ ແລະ ຕົວແບບຈຳລອງລາຄາອາຫານ ໂພຊະນາການ ແລະ ຄຳແນະ ນຳທີ່ສຳຄັນຈຳນວນໜຶ່ງ. ທ່ານ ບຸນກອງ ສີຫາວົງ ກ່າວວ່າ: ການຂາດສານອາ ຫານ ແມ່ນເປັນອຸປະສັກອັນ ໃຫຍ່ຫຼວງຕໍ່ການພັດທະນາປະ ເທດຊາດ. ສະນັ້ນ ທຸກຂະ ແໜງການທີ່ກ່ຽວຂ້ອງຕ້ອງໄດ້ ຮ່ວມມືກັບຄູ່ຮ່ວມພັດທະນາ ສ້າງແຜນຍຸດທະສາດແຫ່ງ ຊາດດ້ານໂພຊະນາການຮອດ ປີ 2025 ແລະ ແຜນປະຕິບັດ ງານປີ 2016-2020. ດ້ວຍ ການຊ່ວຍເຫຼືອຈາກຄູ່ຮ່ວມພັດ ທະນາ ສາມາດຫຼຸຸດຜ່ອນອັດ ຕາການຂາດສານອາຫານ ແບບລວງສູງບໍ່ໄດ້ມາດຕະ ຖານ (ເຕ້ຍ) ຈາກ 40% ໃນປີ 2012 ມາເປັນ 36% ໃນປີ 2015. ເພື່ອເຮັດໃຫ້ອັດຕາ ການຂາດສານອາຫານຫຼຸຸດລົງ ຕື່ມອີກ ຕາມເປົ້າໝາຍຂອງ ຍຸດທະສາດໂພຊະນາການ ແຫ່ງຊາດດ້ານໂພຊະນາການ ປີ 2016-2025 ມາເປັນ 25%. ດັ່ງນັ້ນ ທຸກຂະແໜງການທີ່ກ່ຽວ ຂ້ອງ ຕ້ອງໄດ້ຮ່ວມມືກັນປະຕິ ບັດ ເພື່ອໃຫ້ບັນລຸຄາດໝາຍ ໂຕເລກທີ່ວາງໄວ້.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA