ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ປຶກສາຫາລືການຈັດຕັ້ງປະຕິບັດ ແຜນງານປົກປ້ອງຜູ້ບໍລິໂພກ ອາຫານ, ຢາ ແລະ ຜະລິດຕະພັນການແພດ
ປະກາດໂດຍ: ພູປະສິດ ອຸດົມສິນ, ວັນທີ: 29/03/2018

ໃນວັນທີ 28 ມີນາ 2018 ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມ ປຶກສາຫາລືການຈັດຕັ້ງປະຕິບັດ ແຜນງານປົກປ້ອງຜູ້ບໍລິໂພກ ອາຫານ, ຢາ ແລະ ຜະລິດຕະພັນການແພດ ຢູ່ທີ່ ນາປ່າກວາງຣີສອດ, ແຂວງ ວຽງຈັນ

ຈຸດປະສົງກອງປະຊຸມ ແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດ ແຜນງານປົກປ້ອງຜູ້ບໍລິໂພກໃນປີຜ່ານມາ ເນັ້ນໜັກໃສ່ການປຶກສາຫາລື, ຄົ້ນຄວ້າວາງແຜນຍຸດທະສາດ ແລະ ກຳນົດຄາດໝາຍສູ້ຊົນ ຂອງວຽກງານປົກປ້ອງຜູ້ບໍລິໂພກ ດ້ານ ອາຫານ, ຢາ ແລະ ຜະລິດຕະພັນການແພດ.

ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ,  ພ້ອມທັງບັນດາແຂກທີ່ເຂົ້າຮ່ວມ ຈາກພາກສ່ວນ ຫ້ອງການກະຊວງ, ກົມຈັດຕັ້ງ-ພະນັກງານ, ກົມແຜນການ ແລະ ການຮ່ວມມື, ກົມການເງິນ, ກົມອະນາໄມ ແລະ ສົ່ງເສີມ ສຸກຂະພາບ, ກົມປິ່ນປົວ, ກົມຄວບຄຸມພະຍາດຕິດຕໍ່, ສະຖາບັນ ການແພດ ແລະ ການຢາພື້ນເມືອງ, ສູນວິໄຈ ອາຫານ ແລະ ຢາ, ສູນສະໜອງຢາ, ກອງກວດກາອາຫານ ແລະ ຢາ, ບັນດາພະແນກສາທາລະນະສຸກ ແຂວງ ແລະ ນະຄອນຫຼວງ, ບັນດາຂະແໜງອາຫານ ແລະ ຢາ ແຂວງ ແລະ ນະຄອນຫຼວງ, ບັນດາພະແນກການຂອງກົມອາຫານ ແລະ ຢາ ພ້ອມດ້ວຍຄະນະທີມງານວິຊາການທີ່ກ່ຽວຂ້ອງ ລວມທັງໝົດ 92 ທ່ານ, ຍິງ 39 ທ່ານ.

ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ໄດ້ກ່າວມີຄຳເຫັນ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ເຊິ່ງທ່ານໄດ້ສະແດງຄວາມຊົມເຊີຍຕໍ່ກົມອາຫານ ແລະ ຢາ ທີ່ໄດ້ຈັດຕັ້ງກອງປະຊຸມດັ່ງກ່າວ ເຊິ່ງມີຄວາມໝາຍ ຄວາມສຳຄັນ ແລະ ທ່ານຍັງໄດ້ໃຫ້ທິດຊີ້ນຳຕໍ່ແຜນ ງານປົກປ້ອງຜູ້ບໍລິໂພກ ໃນຕໍ່ໜ້າໃຫ້ເອົາໃຈໃສ່ແກ້ໄຂບັນຫາຫາງສຽງຂອງປະຊາຊົນຜ່ານສະພາ ໂດຍສະເພາະ ບັນຫາດ້ານຄຸນນະພາບ ອາຫານ, ຢາ ແລະ ລາຄາຢາທີ່ແພງ, ການບໍລິການຂອງຮ້ານຂາຍຍ່ອຍຢາ, ໂຮງໝໍເອກະຊົນ, ການຄຸ້ມຄອງຊັບພະຍາກອນທຳມະຊາດທີ່ເປັນຢາ ໂດຍການເອົາໃຈໃສວຽກງານກວດກາ ອາຫານ, ຢາ ແລະ ຜະລິດຕະພັນການແພດ ແລະ ການສ້າງຄວາມ ເຂັ້ມແຂງໃຫ້ແກ່ລະບົບການຄຸ້ມຄອງ.

ກອງປະຊຸມຈະໄດ້ດຳເນີນໄປເປັນເວລາ 3 ວັນ ເຊິ່ງຜົນໄດ້ຮັບຂອງກອງປະຊຸມຄັ້ງນີ້ ແມ່ນ ຮັບຮອງເອົາແຜນຍຸດທະສາດ ແລະ ຄາດໝາຍສູ້ຊົນຮອດປີ 2020 ຂອງວຽກງານ ອາຫານ, ຢາ ແລະ ຜະລິດຕະພັນການແພດ ຕາມແຜນງານທີ 4 ຂອງກະຊວງສາທາລະນະສຸກ ກໍຄື: ແຜນງານປົກປ້ອງຜູ້ບໍລິໂພກດ້ານ ອາຫານ, ຢາ ແລະ ຜະລິດຕະພັນການແພດ.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA