ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ປະຊຸມເຜີຍແຜ່ຫຼັກການ ການຂາຍຍ່ອຍຢາທີ່ດີ ແລະ ຫຼັກຈັນຍາບັນ ໃຫ້ແກ່ຮ້ານຂາຍຍ່ອຍຢາ
ປະກາດໂດຍ: ພູປະສິດ ອຸດົມສິນ, ວັນທີ: 10/04/2018

ກົມອາຫານ ແລະ ຢາ, ຮ່ວມກັບພະແນກສາທາລະນະສຸກ ແຂວງ ໄຊຍະບູລີ ໄດ້ຈັດເຜີຍແຜ່ ຫຼັກການ ການຂາຍ ຍ່ອຍຢາທີ່ດີ ແລະ ຫຼັກຈັນຍາບັນຂອງຜູ້ຂາຍຢາ ໃຫ້ແກ່ບັນດາຮ້ານຂາຍຍ່ອຍຢາທົ່ວ ແຂວງ ໄຊຍະບູລີ ຈຳນວນ 105 ຮ້ານ ແລະ ພະນັກງານເຂົ້້າຮ່ວມຈາກຫ້ອງການສາທາລະນະສຸກ ຂັ້ນເມືອງທັງໝົດ 11 ເມືອງ: ເມືອງ ໄຊຍະບູລີ, ເມືອງ ເງິນ, ເມືອງ ຊຽງຮ່ອນ, ເມືອງ ຫົງສາ, ເມືອງ ຄອບ, ເມືອງ ພຽງ, ເມືອງ ທົ່ງມີໄຊ, ເມືອງ ໄຊສະຖານ, ເມືອງ ປາກລາຍ, ເມືອງ ແກ່ນທ້າວ, ເມືອງ ບໍ່ແຕນ ພ້ອມນັ້ນຍັງມີພະນັກງານຈາກ ຂັ້ນແຂວງ ແລະ ພະນັກງານຈາກສູນກາງ ລວມທັງໝົດ 132 ທ່ານ. ຊຶ່ງຈັດຂຶ້ນທີ່ ຫ້ອງປະຊຸມພະແນກສາທາລະນະສຸກ ແຂວງ ໄຊຍະບູລີ ຂອງ ວັນທີ 5 ເມສາ 2018

ຈຸດປະສົງຂອງການອົບຮົມຄັ້ງນີ້:

  • ເພື່ອເຜີຍແຜ່ຂໍ້ມູນຂ່າວສານໃຫ້ເຈົ້າໜ້າທີ່ກວດກາຢາ ຂັ້ນເມືອງ  ແລະ ຂັ້ນແຂວງ  ກ່ຽວກັບຫຼັການໆຂາຍຍ່ອຍຢາທີ່ດີ ແລະ ທົບທວນຄືນບົດຮຽນ, ລະບຽບຫຼັກການ, ປະສົບການໃນການລົງຊຸກຍູ້ ແລະ ຕິດຕາມກວດກາ ຮ້ານຂາຍຍ່ອຍຢາ ໃຫ້ຢູ່ໃນລະບຽບການທີ່ທາງການກຳນົດອອກ.
  • ເພື່ອເພີ້ມຄວາມຮູ້, ຄວາມເຂົ້າໃຈ ດ້ານລະບຽບຫຼັກການ ການຂາຍຍ່ອຍຢາທີ່ດີ ແລະ ຈັນຍາບັນຂອງຜູ້ປະກອບການ ດ້ານທຸລະກິດຂາຍຍ່ອຍຢາ ໂດຍສະເພາະແມ່ນເພສັຊກອນ ຫຼື ຜູ້ເປັນເຈົ້າຂອງຮ້ານຂາຍຍ່ອຍຢາ.
  • ເພື່ອໃຫ້ຮັບຮູ້ລະບຽບຫຼັກການ ການຈໍລະຈອນຈຳໜ່າຍຂອງພາກສ່ວນທຸລະກິດດ້ານ ຢາ ແລະ ຜະລິດຕະພັນການແພດ.

ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ດຣ. ສິງຄຳ ຮັກປະເສີດ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງ ໄຊຍະບູລີ, ພາຍຫຼັງທີ່ທ່ານປະທານໄດ້ກ່າວຕ້ອນຮັບ ແລະ ເປີດກອງປະຊຸມຢ່າງເປັນທາງການ ກອງປະຊຸມໄດ້ດຳເນີນໄປເປັນເວລາເຄິ່ງວັນ ເຊິ່ງໃນວາລະກອງປະຊຸມໄດ້ມີການແລກ ປ່ຽນບົດຮຽນຂອງນັກສໍາມະນາກອນຈາກສູນກາງ ແລະ ຈາກຂັ້ນແຂວງ ຊຶ່ງໄດ້ລາຍງານກ່ຽວກັບສະພາບລວມຂອງການລົງຊຸກຍູ້-ຕິດຕາມ ກວດກາຮ້ານຂາຍຍ່ອຍຢາ ໃນໄລຍະ 01 ປີຜ່ານມາ ຍັງກວດພົບຢາໝົດອາຍຸ , ຢາບໍ່ຮູ້ແຫຼ່ງທີ່ມາ, ຢາບໍ່ໄດ້ຂຶ້ນທະບຽນຈໍານວນໜຶ່ງ, ຮ້ານຂາຍຍ່ອຍຢາມີເອກະສານບໍ່ຄົບຖ້ວນ, ການຍົກຍ້າຍສະຖານທີ່ບໍ່ຖືກຕ້ອງ, ວິຊາການບໍ່ປະຈໍາຮ້ານ, ຜູ້ຂາຍຢາບໍ່ແມ່ນຜູ້ຊ່ວຍທີ່ໄດ້ຮັບອະນຸຍາດ, ໃບບິນຢາບໍ່ຖືກຕ້ອງ.

ພາຍຫຼັງສະເໜີບົດຮຽນແລ້ວ ທ່ານປະທານໄດ້ສະເໜີໃຫ້ຜູ້ເຂົ້າຮ່ວມແລະປ່ຽນຄຳຄິດຄຳເຫັນ ແລະ ກອງປະຊຸມໄດ້ຕົກລົງເປັນເອກະພາບ ຄື:

  • ສຳລັບຜູ້ຊ່ວຍຮ້ານຂາຍຢາຕ້ອງແມ່ນວິຊາການທີ່ຈົບການຢາ ແລະ ໄດ້ຮັບອະນຸຍາດຕາມລະບຽບຫຼັກການ ຊຶ່ງນອນໃນຂໍ້ຕົກລົງສະບັບປັບປຸງໃໝ່ ເລກທີ 2922/ສທ.
  • ກະຊວງສາທາລະນະສຸກໄດ້ກຳນົດຢ່າງຈະແຈ້ງແລ້ວກ່ຽວກັບສິດ ແລະ ໜ້າທີ່ຂອງວິຊາຊີບເພສັຊກຳ ແລະ ການແພດແລະ ໃຫ້ປະຕິບັດຕາມໜ້າທີ່ຂອງໃຜລາວ.
  • ການຈັດຕັ້ງປະຕິບັດ 10 ມາດຕະການ ກ່ຽວກັບທຸລະກິດຮ້ານຂາຍຍ່ອຍຢາ ແມ່ນຈັດຕັ້ງປະຕິບັດຄືກັນ ທັງ ຂັ້ນ1, ຂັ້ນ2 ແລະ ຂັ້ນ3.
  • ອາຫານເສີມ ແລະ ເຂົ້າໜົມ ທີ່ບໍ່ມີສະຫຼາກເປັນພາສາລາວ ກະຊວງອຸດສະຫະກຳ ແລະ ການຄ້າ ໄດ້ມີຂໍ້ຕົກລົງວ່າດ້ວຍສະຫຼາກແລ້ວວ່າ ສິນຄ້າທີ່ຈະນຳມາຈໍລະຈອນຈຳໜ່າຍ ຢູ່ ສປປ ລາວ ຕ້ອງໄດ້ຕິດສະຫຼາກເປັນພາສາລາວ.
  • ມອບໃຫ້ທາງຫ້ອງການສາທາລະນະສຸກເມືອງ ນຳເອົາເນື້ອໃນຈິດໃຈຂອງການເຜີຍແຜ່ໃນຄັ້ງນີ້ ໄປຈັດຕັ້ງປະຕິບັດຕາມລະບຽບກົດໝາຍຢ່າງເຄັ່ງຄັດ.

ໃນຕອນທ້າຍທ່ານປະທານກອງປະຊຸມຍັງໄດ້ເນັ້ນໜັກ ແລະ ຮຽກຮ້ອງໃຫ້ເຈົ້າໜ້າທີ່ພາກລັດ ແລະ ຜູ້ປະກອບການຮ້ານຂາຍຍ່ອຍຢາຈົ່ງພ້ອມກັນເອົາໃຈໃສ່ປະຕິບັດຕາມລະບຽບກົດໝາຍ ທີ່ທາງກະຊວງສາທາລະນະສຸກວາງອອກ.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA