ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ຊາວໜຸ່ມ ກຊສ ບໍລິຈາກເລືອດສະເຫຼີມສະຫຼອງວັນແພດລາວ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 04/07/2018

 

ໃນຕອນເຊົ້າຂອງວັນທີ 3 ມິຖຸນາ 2018 ຄະນະບໍລິຫານງານຊາວໜຸ່ມກະຊວງສາທາະນະສຸກ ໄດ້ຈັດກິດຈະກໍາການບໍລິຈາກເລືອດເພື່ອສະເຫຼີມສະຫຼອງວັນແພດລາວ ( 18 ມິຖຸນາ) ໂດຍມີຄະນະພັກກະຊວງ, ຄະນະບໍລິຫານງານຊາວໜຸ່ມ, ພ້ອມດ້ວຍສະມາຊິກຊາວໜຸ່ມຈາກໜ່ວຍຊາວໜຸ່ວຍອ້ອມຂ້າງກະຊວງສາທາລະນະສຸກເຂົ້າຮ່ວມ. ການສະເຫຼີມສະຫຼອງວັນແພດແມ່ນເປັນການສະແດງຄວາມຮູ້ບູນຄຸນຕໍ່ພະນັກງານແພດໝໍ ແລະ ເປັນການປະກອບສ່ວນໃນພາລະກິດປົກປັກຮັກສາສຸຂະພາບຂອງພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍ່ຄືການປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປະຈຸບັນ ເພື່ອໃຫ້ຜູ້ສືບທອດໄດ້ຮໍ່າຮຽນເອົາແບບຢ່າງທີ່ດີ ເປັນແພດໝໍທີ່ມີຄຸນສົມບັດຈັນຍາທໍາທາງດ້ານວິຊາຊີບ, ມີຄວາມຊໍານານດ້ານວິຊາສະເພາະ. ພ້ອມນີ້ຍັງໄດ້ສະແດງໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງຢ່າງບໍ່ຢຸດຢັ້ງຂອງວຽກງານສາທາລະນະສຸກ  ກໍຄືທັນແຖ້ວຂອງພະນັກງານແພດໝໍໃນແຕ່ລະໄລຍະ. ເຊິ່ງໃນໂອກາດນີ້ຊາວໜຸ່ມອ້ອມກະຊວງສາທາລະນະສຸກ ກໍ່ສະໝັກໃຈພ້ອມກັນບໍລິຈາກເລືອດຂອງຕົນເອງເພື່ອຊ່ວຍສັງຄົມ ໂດຍສະເພາະຄົນເຈັບທີ່ເສຍເລືອດຈາກອຸບັດຕິເຫດກໍ່ຄືຜູ້ປ່ວນທີ່ປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ. ການບໍລິຈາກຄັ້ງນີ້ມີຜູ້ເຂົ້າຮ່ວມຫຼາຍກວ່າ 200 ຄົນ ແລະ ສາມາດບໍລິຈາກເລືອດໄດ້ເຖິງ 129 ຄົນ. 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA