ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ຄະນະຜູ້ແທນຈາກ ສໍານັກງານນະກໍາມະການອາຫານ ແລະ ຢາ ແຫ່ງ ລາດຊະອານະຈັກໄທ ຢ້ຽມຢາມກົມອາຫານ ແລະ ຢາ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 04/08/2015

ໃນຕອນບ່າຍຂອງວັນທີ 3 ສິງຫາ 2015 ທີ່ຫ້ອງປະຊຸມ ກົມອາຫານ ແລະ ຢາ, ຄະນະຜູ້ແທນຈາກ ສໍານັກງານນະກໍາມະການອາຫານ ແລະ ຢາ ແຫ່ງ ລາດຊະອານະຈັກໄທ ເຊິ່ງນໍາໂດຍ ທ່ານ ດຣ. ບຸນໄຊ ສົມບູນສຸກ ເລຂາທິການ ຄະນະກໍາມະການອາຫານ ແລະ ຢາ ພ້ອມດ້ວຍຄະນະ  ແລະ ຄະນະທິມງານ. ໃນການຢ້ຽມຢາມ ຄັ້ງນີ້, ທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນດັ່ງກ່າວ.

ການເດີນທາງມາຄັ້ງນີ້ ແມ່ນໄດ້ປະຕິບັດຕາມການເຊື້ອເຊີນຢ່າງເປັນທາງການ ຂອງໜ່ວຍງານອາຫານ ແລະ ຢາ ກະຊວງສາທາລະນະສຸກ ສປປ ລາວ.  ຫລັງຈາກການຄໍານັບ ຢ້ຽມຢາມແລ້ວ, ຄະນະຜູ້ແທນຈາກສໍານັກງານອາຫານ ແລະ ຢາ ກໍ່ຈະໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມ ຮ່ວມມື ລາວ-ໄທ ກ່ຽວກັບຄວາມປອດໄພອາຫານ ແລະ ຢາ ຄັ້ງ ທີ່ 1 ເຊິ່ງຈະໄດ້ຈັດຂຶ້ນທີ່ໂຮງແຮມ MK ທີ່ ນະຄອນຫລວງວຽງຈັນ. ກອງປະຊຸມດັ່ງກ່າວ ຈະໄດ້ປຶກສາຫາລືກ່ຽວກັບການຮ່ວມມືຫວ່າງ ສອງຝ່າຍ ກ່ຽວກັບວຽກງານອາຫານ ແລະ ຢາ... ຫລັງຈາກນັ້ນ ກໍ່ໄດ້ໄດ້ເດີມທາງ ເພື່ອຢ້ຽມຢາມດ່ານສາກົນຂົວມິດຕະພາບ1 ແລະ ດ່ານສາກົນຂົວມິດຕະພາບທີ່ແຂວງ ສະຫວັນນະເຂດ

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA