ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ແຈ້ງຜົນກະທົບນ້ຳຖ້ວມຢູ່ເມືອງສະໜາມໄຊ ຕໍ່ອົງການຈັດຕັ້ງສາກົນ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 09/08/2018

ບົດຂ່າວຈາກເວບໄຊ໌ ໜັງສືພິມວຽງຈັນໃໝ່ ວັນພະຫັດ 9 ສິງຫາ 2018

 ວັນ​ທີ 7 ສິງ­ຫາ 2018 ທີ່​ສູນ ICTC ນະ­ຄອນ­ຫຼວງ​ວຽງ​ຈັນ ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ລັດ​ຖະ ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ທ່ານ ຄຳ​ມະ­ນີ ອິນ​ທິ​ລາດ ລັດ­ຖະ­ມົນ­ຕີ ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ທ່ານ​ນາງ ໃບ​ຄຳ ຂັດ­ຕິ­ຍະ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ແລະ ທ່ານ ເນົາ ບຸດ­ຕາ ຫົວ­ໜ້າ​ຫ້ອງ­ການ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ໄດ້​ຖະ­ແຫຼງ​ຂ່າວ​ລາຍ​ງານ​ສະ­ພາບ​ກ່ຽວ​ກັບ​ຜົນ​ກະ­ທົບ​ຈາກ​ໄພ­ພິ­ບັດ​ນ້ຳ​ຖ້ວມ​ຢູ່​ເມືອງ​ສະ­ໜາມ​ໄຊ ແຂວງ​ອັດ​ຕະ​ປື ຕໍ່​ບັນ­ດາ​ທູ­ຕາ­ນຸ­ທູດ ອົງ​ການ­ຈັດ­ຕັ້ງ​ສາ­ກົນ ປະ­ຈຳ​ລາວ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ.

    ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ກ່າວ​ວ່າ: ໃນ​ວັນ​ທີ 23 ກໍ­ລະ­ກົດ 2018 ທີ່​ເມືອງ​ສະ­ໜາມ​ໄຊ ແຂວງ​ອັດ​ຕະ​ປື ໄດ້​ເກີດ​ອຸ­ບັດ​ຕິ​ເຫດ​ຈາກ​ສັນ​ເຂື່ອນ​ໄຟ­ຟ້າ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ ເຮັດ​ໃຫ້​ເກີດ​ໄພ­ພິ­ບັດ​ນ້ຳ​ຖ້ວມ​ເຮັດ​ໃຫ້​ປະ­ຊາ­ຊົນ​ຢູ່​ເມືອງ​ສະ­ໜາມ​ໄຊ 7 ພັນ​ກວ່າ​ຄົນ​ໄດ້​ຮັບ​ຜົນ​ກະ­ທົບ ເຮືອນ​ຊານ​ບ້ານ​ຊ່ອງ​ຂອງ​ປະ­ຊາ­ຊົນ​ພັດ​ໄຫຼ​ໄປ​ກັບ​ນ້ຳ ແລະ ມີ​ຜູ້​ສູນ­ຫາຍ 131 ຄົນ ພົບ​ສົບ​ຜູ້​ເສຍ​ຊີ­ວິດ​ແລ້ວ 34 ຄົນ ປັດ­ຈຸ­ບັນ​ໄດ້​ເລັ່ງ​ສ້າງ​ທີ່​ພັກ­ຊົ່ວ­ຄາວ​ໃຫ້​ປະ­ຊາ­ຊົນ ໂດຍ​ໄດ້​ກຳ­ນົດ​ເອົາ​ຢູ່​ຈຸດ​ໂຮງ­ຮຽນ​ປະ­ຖົມ​ບ້ານ​ຫາດ​ຍາວ ບ້ານ​ຕະ​ມໍ​ຢອດ ບ້ານ​ດົງ​ບາກ ແລະ ບ້ານ​ດອນ​ບົກ.

    ພາຍ­ຫຼັງ​ເກີດ​ເຫດ ລັດ­ຖະ­ບານ​ໄດ້​ປະ­ກາດ​ໃຫ້​ເມືອງ​ສະ­ໜາມ​ໄຊ ແຂວງ​ອັດ​ຕະ​ປື ເປັນ​ເຂດ​ໄພ­ພິ­ບັດ​ແຫ່ງ​ຊາດ ແລະ ໄດ້​ສ້າງ­ຕັ້ງ​ຄະ­ນະ​ກຳ­ມະ­ການ​ແກ້​ໄຂ​ໄພ­ພິ­ບັດ​ລະ­ດັບ​ຊາດ ເພື່ອ​ວາງ​ແຜນ​ຊ່ວຍ­ເຫຼືອ​ຜູ້​ປະ­ສົບ​ໄພ ພ້ອມ​ນີ້ ໄດ້​ມີ​ການ​ຊ່ວຍ­ເຫຼືອ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ເປັນ­ຕົ້ນ ແມ່ນ​ສະ­ບຽງ​ອາ­ຫານ ອຸ­ປະ­ກອນ​ການ​ແພດ ແລະ ການ​ຊ່ວຍ­ເຫຼືອ​ຄົ້ນ​ຫາ​ຜູ້​ປະ­ສົບ​ໄພ ເຊິ່ງ​ພາຍ­ຫຼັງ​ລະ­ດັບ​ນ້ຳ​ຫຼຸດ​ລົງ​ຕ້ອງ​ໄດ້​ສືບ­ຕໍ່​ຄົ້ນ​ຫາ​ຜູ້​ສູນ­ຫາຍ​ຈຳ­ນວນ 100 ກວ່າ​ຄົນ​ທີ່​ຍັງ​ເຫຼືອ ເລັ່ງ​ປັບ­ປຸງ​ຟື້ນ​ຟູ​ພື້ນ­ຖານ​ໂຄງ​ລ່າງ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ ເປັນ­ຕົ້ນ ແມ່ນ​ຖະ­ໜົນ​ຫົນ­ທາງ ຂົວ​ຂ້າມ​ແມ່­ນ້ຳ ເພື່ອ​ອຳ​ນວນ​ຄວາມ​ສະ­ດວກ​ໃນ​ການ​ຊ່ວຍ­ເຫຼືອ​ປະ­ຊາ­ຊົນ​ຜູ້​ປະ­ສົບ​ໄພ ແລະ ຟື້ນ​ຟູ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ເຂົາ­ເຈົ້າ ຈົນ​ພວກ​ເຂົາ​ສາ­ມາດ​ໃຊ້​ຊີ­ວິດ​ໄດ້​ຢ່າງ​ເປັນ​ປົກ­ກະ­ຕິ ພ້ອມ​ນີ້ ໄດ້​ມີ​ການ​ແຕ່ງ­ຕັ້ງ​ຄະ­ນະ​ຮັບ­ຜິດ­ຊອບ​ເອົາ­ໃຈ­ໃສ່​ຕໍ່​ການ​ເບິ່ງ­ແຍງ​ຊ່ວຍ­ເຫຼືອ​ຄອບ­ຄົວ​ທີ່​ມີ​ຜູ້​ເສຍ​ຊີ­ວິດ ບາດ­ເຈັບ ເດັກ​ກຳ­ພ້າ-ກຳ­ພອຍ ແລະ ຄົນ​ພິ­ການ​ສຸ­ຂະ­ພາບ​ບໍ່​ແຂງ­ແຮງ​ຢ່າງ​ໃກ້­ຊິດ ແລະ ທົ່ວ​ເຖິງ ພ້ອມ​ນີ້ ກໍ່​ຮຽກ­ຮ້ອງ​ມາ​ຍັງ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ ແລະ ປະ­ເທດ​ຕ່າງໆ​ຈົ່ງ​ສືບ­ຕໍ່​ໃຫ້­ການ​ຊ່ວຍ­ເຫຼືອ​ຜູ້​ປະ­ສົບ​ໄພ​ນ້ຳ​ຖ້ວມ​ທີ່​ຍັງ​ມີ​ຄວາມ​ຕ້ອງ­ການ​ຫຼາຍ​ຢ່າງ ເພື່ອ​ມາ​ຟື້ນ​ຟູ​ຊີ­ວິດ​ການ​ເປັນ​ຢູ່​ໃຫ້​ກັບ​ສູ່​ສະ­ພາບ​ປົກ­ກະ­ຕິ​ໂດຍ​ໄວ.

    ຈາກ​ນັ້ນ ຕອນ​ທ້າຍ​ພິ­ທີ​ຍັງ​ໄດ້​ເປີດ​ໂອ­ກາດ​ໃຫ້​ຜູ້​ເຂົ້າ​ຮ່ວມ​ທີ່​ມີ​ຄວາມ​ສົນ­ໃຈ​ບາງ​ບັນ­ຫາ​ໄດ້​ສົນ­ທະ­ນາ​ຖາມ-ຕອບ​ກ່ຽວ​ກັບ​ໂຄງ­ການ​ສ້າງ​ເຂື່ອນ​ໄຟ­ຟ້າ​ຢູ່​ພາຍ​ໃນ​ລາວ ວຽກ​ງານ​ສຸ­ຂະ­ພາບ ແລະ ວຽກ​ງານ​ກ່ຽວ­ຂ້ອງ​ອື່ນໆ​ຕື່ມ​ອີກ​ຈຳ­ນວນ​ໜຶ່ງ ຈາກ​ນັ້ນ ພາກ­ສ່ວນ​ກ່ຽວ­ຂ້ອງ​ກໍ່​ໄດ້​ໃຫ້​ຄວາມ​ກະ­ຈ່າງ​ແຈ້ງ​ຕໍ່​ບັນ­ຫາ​ດັ່ງ­ກ່າວ ເພື່ອ​ໃຫ້​ທູ­ຕາ­ນຸ­ທູດ ແລະ ອົງ​ການ­ຈັດ­ຕັ້ງ​ສາ­ກົນ ກໍ່​ຄື ຜູ້​ເຂົ້າ​ຮ່ວມ​ໄດ້​ມີ​ຄວາມ​ເຂົ້າ­ໃຈ​ຢ່າງ​ເລິກ­ເຊິ່ງ​ຕໍ່​ໄພ­ພິ­ບັດ​ທີ່​ເກີດ​ຂຶ້ນ​ຢ່າງ​ຮ້າຍ​ແຮງ​ຄັ້ງ​ນີ້ ສ່ວນ​ສາ­ເຫດ​ທີ່​ເຮັດ​ໃຫ້​ສັນ​ເຂື່ອນ​ແຕກ​ແມ່ນ​ຢູ່​ໃນ​ໄລ­ຍະ​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ​ເພື່ອ​ຊອກ​ຫາ​ສາ­ເຫດ ຕໍ່​ກັບ​ໂຄງ­ການ​ກໍ່­ສ້າງ​ເຂື່ອນ​ແຫ່ງ​ຕ່າງໆ​ທີ່​ກຳ­ລັງ​ຢູ່​ໃນ​ໄລ­ຍະ​ກໍ່­ສ້າງ​ມາ​ຮອດ​ປັດ­ຈຸ­ບັນ​ແມ່ນ​ໄດ້​ຖືກ​ໂຈະ​ຈົນ​ກວ່າ​ຊ່ຽວ­ຊານ​ທີ່​ມີ​ປະ­ສົບ​ການ​ດ້ານ​ນີ້​ຈາກ​ຕ່າງ­ປະ­ເທດ​ມາ​ກວດ​ຜ່ານ ຈຶ່ງ​ຈະ​ອະ­ນຸ­ຍາດ​ໃຫ້​ສືບ­ຕໍ່​ດຳ­ເນີນ​ການ​ກໍ່­ສ້າງ​ຕໍ່​ໄປ ທັງ​ນີ້ ກໍ່​ເພື່ອ​ບໍ່​ໃຫ້​ເຫດ­ການ​ແບບ​ນີ້​ເກີດ​ຂຶ້ນ​ອີກ​ໃນ​ອະ­ນາ­ຄົດ.

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA