ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ພິທີປະກາດໂຄງການສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງຢາ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 04/10/2018

ບົດຂ່າວໂດຍ ສຸກສົມຄວນ ຈັນທະມາດ

ໂດຍການຕອບສະໜອງຕາມການເຊີນຂອງ ອົງການຄຸ້ມຄອງຢາດ້ານຢາ ແລະ ອຸປະກອນກາແພດຂອງປະເທດໂອດສະຕາລີ. ທ່ານຫົວໜ້າກົມອາຫານ ແລະ ຢາ ພ້ອມດ້ວຍຄະນະທິມງານຂອງກົມອາຫານ ແລະ ຢາ ໄດ້ເຂົ້າຮ່ວມພິທີປະກາດໂຄງການສ້າງຄວາມເຂັ້ມແຂງດ້ານການຄຸ້ມຄອງດ້ານຢາ ເຊິ່ງຈັດຂຶ້ນໃນຕອນຄໍາຂອງວັນທີ 3 ຕຸລາ 2018 ທີ່ ສະຖານທູດອົດສະຕາລີ ປະຈໍາ ປະເທດ ສິງກະໂປ. ໃນພິທີປະກາດໂຄງການດັ່ງກ່າວ ໄດ້ມີຜູ້ເຂົ້າຮ່ວມຈາກ ອົງການຄຸ້ມຄອງດ້ານຢາຂອງ 6 ປະເທດ ທີ່ໄດ້ຮັບການຊ່ວຍເຫຼຼືອເຊິ່ງປະກອບມີ: ອິນໂດເນເຊຍ, ກໍາປູເຈຍ, ສປປ ລາວ, ປາປົວນິກິນີ, ມຽນມາ ແລະ ສສ ຫວຽດນາມ.

ໃນວາລະກອງປະຊຸມເປີດໂຕໂຄງການນີ້ ໄດ້ໃຫ້ກຽດເຂົ້າຮ່ວມ່ ແລະ ເປັນປະທານໂດຍທ່ານຮອງເອກອັກຄະລະຖະທູດ ອົດສະຕາລີ ປະຈໍາປະເທດສິງກະໂປ.​ ໃນພິທີປະກາດທ່ານ ທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ ໄດ້ຂຶ້ນກ່າວຄໍາເຫັນຕາງໜ້າໃຫ້ແກ່ ກະຊວງສາທາລະນະສຸກ ສປປ ລາວ ເຊິ່ງທ່ານໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງ ລັດຖະບານອົດສະຕາລີ ໂດຍສະເພາະອົງການຄຸ້ມຄອງດ້ານຢາ ອົດສະຕາລີ (Therapeutic Goods Administration (TGA) ໄດ້ຮ່ວມເຮັດວຽກກັບໜ່ວຍງານທີ່ກ່ຽວຂ້ອງຂອງກົມໃນການກະກຽມການຂຽນແຜນບຸລິມະສິດ ແລະ ກິດຈະກໍາເພື່ອປະກອບເຂົ້າໃນແຜນງານຂອງໂຄງການສ້າງຄວາມເຂັ້ມແຂງດ້ານການຄຸ້ມາຄອງດ້ານຢາ ໂດຍສະເພາະຢາ ມາລາເລຍ ແລະ ຢາປິ່ນປົວພະຍາດວັນນະໂລກ ເຊິ່ງເປັນແຜນງານທີ່ມີຄວາມສໍາຄັນ ປະກອບສ່ວບເຂົ້າໃນແຜນງານປົກປ້ອງຜູ້ບໍລິໂພກອາຫານ ຢາ ແລະ ຜະລິດຕະພັນການແພດ ຂອງກະຊວງສາທາລະນະສຸກ ໂດຍສະເພາະວຽກງານການຕ້ານຕໍ່ເຊື້ອດື້ຕໍ່ຢາ, ປະກອບສ່ວນເຂົ້າໃນເປົ້າໝາຍສຸຂະພາບທຸກທົ່ວໜ້າ (UHC) ໃນປີ 2025 ແລະ ເປົ້າໝາຍລຶບລ້າງມາລາເລຍໃນປີ 2030. ໃນພິທີປະກາດນີ້ ບັນດາປະເທດທີ່ໄດ້ຮັບການຊ່ວຍເຫຼືອ ຍັງໄດ້ຮ່ວມເຊັນລົງນາມໃນເອກະສານກ່ຽວກັບແຜນງານຮ່ວມມືກັບ TGA ກ່ຽວກັບໂຄງການດັ່ງກ່າວ.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA