ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ການເຜີຍແຜ່ຜົນໄດ້ຮັບຂອງການປະເມີນສະພາບກ່ຽວກັບວຽກງານການຊົມໃຊ້ ແລະ ນຳໃຊ້ຢາຕ້ານເຊື້ອຢ່າງສົມເຫດສົມຜົນ ໃນ ສປປ ລາວ
ປະກາດໂດຍ: ພູປະສິດ ອຸດົມສິນ, ວັນທີ: 19/10/2018

 

 

 

ໃນຕອນເຊົ້າ ວັນທີ 18 ຕຸລາ 2018 ຢູ່ທີ່ ໂຮງແຮມເມີກຽວ, ເວລາ 8 ໂມງ 30 ກອງປະຊຸມກ່ຽວກັບ ການເຜີຍແຜ່ຜົນໄດ້ຮັບຂອງ ການປະເມີນສະພາບກ່ຽວກັບວຽກງານການຊົມໃຊ້ ແລະ ນຳໃຊ້ຢາຕ້ານເຊື້ອຢ່າງສົມເຫດສົມຜົນ ໃນ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ ແລະ ມີຜູ້ເຂົ້າຮ່ວມຈາກ ອົງການອະນາໄມໂລກ ປະຈຳ ສປປ ລາວ, ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ກົມຄວບຄຸມພະຍາດຕິດຕໍ່, ກົມແຜນການ, ຫ້ອງການປະກັນສຸຂະພາບ, ກອງກວດກາອາຫານ ແລະ ຢາ, ບັນດາສູນ (ສູນສະໜອງຢາ ແລະ ອຸປະກອນການແພດ, ສູນຄວບຄຸມພະຍາດວັນນະໂລກ),ຄະນະເພສັດສາດ, 5 ໂຮງໝໍສູນກາງ ແລະ 2 ໂຮງໝໍເມືອງ (ສີສັດຕະນາກ ແລະ ນາຊາຍທອງ)ພາກຂະແໜງການທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານນີ້ເປັນຕົ້ນ: ກົມລ້ຽງສັດ ແລະ ການປະມົງ, ໂຮງໝໍ 103, ໂຮງໝໍ 5 ເມສາ ແລະ ຄູ່ຮ່ວມງານທີ່ມາຈາກ ກອງທຶນໂລກ, ອົງການ CHAI, LOMWRU. ນອກຈາກນີ້ກໍ່ຍັງມີບັນດາ ຜູ້ປະກອບການຄື: ໂຮງງານຜະລິດຢາ, ບໍລິສັດຂາອອກ-ຂາເຂົ້າດ້ານຢາ ແລະ ຜະລິດຕະພັນການແພດ ແລະ ຮ້ານຂາຍຍ່ອຍຢາ ລວມທັງໝົດ 41 ທ່ານ ເປັນ ຍິງ 17 ທ່ານ.

ຈຸດປະສົງ ແມ່ນເພື່ອເຜີຍແຜ່ຜົນຂອງການລົງເກັບກຳສະພາບການນຳໃຊ້ ແລະ ຊົມໃຊ້ຢາຕ້ານເຊື້ອ ຢູ່ທັງພາກລັດ ແລະ ເອກະຊົນ ຢູ່ ນະຄອນຫຼວງ ແລະ ແຂວງ ຈຳປາສັກ, ເພື່ອເຫັນໄດ້ສະພາບກ່ຽວກັບການນຳເຂົ້າ, ຜະລິດ, ຈໍາໜ່າຍຢາ ແລະ ການນຳໃຊ້ຢາຕ້ານເຊື້ອ ຄຽງຄູ່ກັນ ນັ້ນກໍ່ຮູ້ໄດ້ສິ່ງທີ່ສາມາດຈັດຕັ້ງປະຕິບັດ, ຂໍ້ຄົງຄ້າງ ແລະ ສິ່ງທີ່ຈະຕ້ອງໄດ້ປັບປຸງໃນຕໍ່ໜ້າ.

ກອງປະຊຸມໄດ້ດຳເນີນເປັນເວລາເຄິ່ງຄາບ ໂດຍຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຄວາມສຳຄັນຂອງວຽກງານ ແລະ ຕິດຕາມການ ນຳໃຊ້ຢາຕ້ານເຊື້ອ ເພື່ອເປັນຂໍ້ມູນພື້ນຖານ ໃນການຕິດຕາມສະພາບການນຳໃຊ້ຢາຕ້ານເຊື້ອ ຢູ່ ສປປ ລາວ.

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA