ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມປະສານງານດ້ານແຜນການ, ການຮ່ວມມື ແລະ ຂໍ້ມູນຂາວສານສາທາທົ່ວປະເທດຄັ້ງທີ I
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 01/11/2018

ກອງ​ປະ​ຊຸມ​ປະ​ສານ​ງານ​ດ້ານ​ແຜນ​ການ, ການ​ຮ່ວມ​ມື ແລະ ຂໍ້​ມູນ​ຂາວ​ສານ​ສາ​ທາ​ທົ່ວ​ປະ​ເທດ​ຄັ້ງ​ທີ I ໄດ້​ຈັດ​ຂຶ້ນ​ທີ່​ຫ້ອງ​ປະ​ຊຸມ​ຫ້ອງ​ການ​ປົກ​ຄອງ​ແຂວງ​ບໍ​ລິ​ຄຳ​ໄຊ, ໃນ​ວັນ​ທີ 29-31 ຕຸ​ລາ​ ນີ້, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ຄຳ​ພອນ ພຸດ​ທະ​ວົງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໂດຍ​ມີ​ຜູ້​ເຂົ້າ​ຮ່ວມ​ຈາກ 8 ແຜນ​ງານ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ, ຫົວ​ໜ້າ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ 18 ແຂວງ​ ທົ່ວ​ປະ​ເທດ ແລະ ມີ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

ຈຸດ​ປະ​ສົງ​ຂອງກອງ​ປະ​ຊຸມ​ຄັ້ງ​ນີ້​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃນ​ການ​ປະ​ສານ​ງານ​ກ່ຽວ​ກັບ​ວຽກ​ງານ​ແຜນ​ການ, ການ​ຮ່ວມ​ມື ແລະ ຂໍ້​ມູນ​ຂ່າວ​ສານ​ສາ​ທາ​ລະ​ນະ​ສຸກ; ຜ່ານ​ຮ່າງ​ບົດ​ສະ​ຫຼຸບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ສາ​ທາ​ລະ​ນະ​ສຸກ  9 ເດືອນ ແລະ ແຜນ 3 ເດືອນ​ທ້າຍ​ປີ; ຜ່ານ​ຮ່າງ​ແຜນ​ພັ​ດ​ທະ​ນາ​ສາ​ທາ​ລະ​ນ​ະ​ສຸກ​ປີ 2019 ແລະ ຮ່າງ​ຄາດ​ຄະ​ເນ​ງົບ​ປະ​ມານ​ການ​ລົງ​ທຶນ; ປະ​ເມີນ-ຕີ​ລາ​ຄາ​ຄາດ​ໝາຍ 10 ຕົວ​ຊີ້​ວັດ​ຂອງ​ຂະ​ແໜງ​ການ​ສາ​ທາ​ລະ​ນະ​ສຸກ​ທີ່​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ; ເອ​ກະ​ພາ​ບ​ກັບ​ບັນ​ດາ​ສາຍ​ແຜນ​ງານ​ຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນ; ເອ​ກະ​ພາບ​ກຳ​ນົດ​ໃນ​ການ​ສົ່ງ​ບົດ​ສະ​ຫຼຸບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ສາ​ທາ​ລະ​ນະ​ສຸກ​ແຕ່​ລະ​ໄຕ​ມາດ ແລະ ການ​ສ້າງ​ແຜນ​ພັດ​ທະ​ນາ​ສາ​ທາ​ລະ​ນ​ສຸກ ປີ 2020.

ຄາດ​ຄະ​ເນ​ຜົນ​ຈະ​ໄດ້​ຮັບ​ຈາກກອງ​ປະ​ຊຸມ​ດັ່ງ​ກ່າວ​ແມ່ນ​ຈະ​ໄດ້​ເຊື່ອມ​ຊຶມ​ເຂົ້​າໃຈ ແລະ ເອກ​ພາບ​ກ່ຽກັບ​ທິດ​ທາງ ແລະ ວິ​ທີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂອງວຽກ​ງານ​ແຜນກ​ານ ແລະ ຂໍ້​ມູນ​ຂ່າວ​ສານ​ສາ​ທາ​ລະ​ນະ​ສຸກ ແຕ່​ລະ​ຂັ້ນ​ໃນ​ການ​ສະ​ຫຼຸບ​ລາຍ​ງານ​ກາ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ສາ​ທາ​ລະ​ນະ​ສຸກ​ໃຫ້​ທັນ​ຕາມ​ກຳ​ນົດ​ເວ​ລາ​ໃນ​ແຕ່​ລະ​ໄລ​ຍະ​ໄຕ​ມາດ ແລະ ປະ​ຈຳ​ປີ ພ້ອມ​ທັງ​ການ​ສ້າງ​ແຜນ​ພັດ​ທະ​ນາ​ສາ​ທາ​ລະ​ນະ​ສຸກ; ບົດ​ສະ​ຫຼຸບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ສາ​ທາ​ລະ​ນຸ​ສກ 9 ເດືອນ ແລະ ແຜນ​ພັດ​ທະ​ນາ​ສາ​ທາ​ລະ​ນະ​ສຸກ​ປະ​ຈຳ​ປີ 2013, ໃນ​ນັ້ນ​ສິ່ງ​ທີ່​ສຳ​ຄັນ​ແມ່ນ​ຄວາມ​ເອ​ກະ​ພາບ​ກ່ຽວ​ກັບ​ການ​ຄາດ​ຄະ​ເນ​ປະ​ຊາ​ກອນ​ໃນ​ແຕ່​ລະ​ເມືອງ ແລະ ແຕ່​ລະ​ແຂວງ​ຊຶ່ງ​ຈະ​ເປັນ​ພື້ນ​ຖານ​ໃຫ້​ແກ່​ການ​ສືບ​ຕໍ່​ຕິດ​ຕາມ​ຕົວ​ຊີ້​ວັດ​ກ້າວ​ໄປ​ສູ່​ການ​ປົກ​ຄຸມ​ທຸກ​ທົ່ວ​ປວງ​ຊົນ 2025 (UHC) ແລະ ການ​ພັດ​ທະ​ນາ​ຍືນ​ຍົງ​ໃນ​ປີ 2030.

(ຂ່າວ​: ສູນ​ຂ່າວ​ສານ​ການ​ແພດ; ໜັງ​ສື​ພິມ​ປະ​ຊາ​ຊົນ)

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA