ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມ ການສົ່ງເສີມ ແລະ ຖອດຖອນບົດຮຽນ ກ່ຽວກັບວຽກງານຄຸ້ມຄອງ ຄວາມປອດໄພອາຫານ ແລະ ການສ້າງເຄືອຂ່າຍ (Food safety learning event and networking)
ປະກາດໂດຍ: ພູປະສິດ ອຸດົມສິນ, ວັນທີ: 07/12/2018

 

ໃນຕອນເຊົ້າຂອງວັນທີ 4 ທັນວາ 2018 ກົມອາຫານ ແລະ ຢາ ຮ່ວມກັບໂຄງການສະຖາບັນແມ່ນໍ້າຂອງ (MI) ໄດ້ຈັດກອງປະຊຸມກ່ຽວກັບ ການສົ່ງເສີມ ແລະ ຖອດຖອນບົດຮຽນກ່ຽວກັບວຽກງານຄຸ້ມຄອງຄວາມປອດໄພອາຫານ ແລະ ການສ້າງເຄືອຂ່າຍ (Food safety learning event and networking) ຊຶ່ງຈັດຂຶ້ນຢູ່ທີ່ ໂຮງແຮມລາວພລາຊ່າ, ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ທ່ານ ນ. Maria Theresa ຫົວໜ້າກົມ ການພັດທະນາກະສິກຳ ແລະ ການຄ້າ (ສະຖາບັນແມ່ນໍ້າຂອງ) ພ້ອມກັນນັ້ນ ກໍຍັງມີຜູ້ເຂົ້າຮ່ວມ ແລະ ຕາງໜ້າ ຈາກ ກະຊວງອຸດສະຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້, ກົມເສດກະກິດ ກະຊວງການຕ່າງປະເທດ, ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ຄະນະກະເສດ ສາດ ມະຫາວິທະຍາໄລແຫ່ງຊາດ, ສະພາການຄ້າ ແລະ ພາກສ່ວນທຸລະກິດດ້ານອາຫານ ລວມຜູ້ເຂົ້າຮ່ວມທັງໝົດ 29 ທ່ານ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານວຽກງານຄຸ້ມຄອງຄວາມປອດໄພອາຫານ ແລະ ການຮ່ວມມື ກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບປະກັນການສະໜອງອາຫານປອດໄພ ໃຫ້ແກ່ປະຊາຊົນ ກໍຄືການປົກປ້ອງສຸຂະພາບຂອງປະຊາຊົນ ທີ່ເປັນໜ້າທີ່ຂອງກະຊວງສາທາລະນະສຸກ.

ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ໄດ້ສະໜັບສະໜູນຊຸກຍູ້ ວຽກງານຄວາມປອດໄພອາຫານໃລຍະສອງ ຈາກໂຄງການສະຖາບັນແມ່ນ້ຳຂອງ (MI) ໂດຍສະເພາະການຈັດການຝຶກອົບຮົມໃນຫົວຂໍ້ຕ່າງໆ ທີ່ກ່ຽວຂ້ອງກັບວຽກງານສະໜັບສະໜູນຄວາມປອດໄພອາຫານ ເຊັ່ນ ການສ້າງຄູຝຶກດ້ານຄວາມປອດໄພອາຫານ, ການຜະລິດອາຫານທີ່ດີ, ການວິເຄາະຄວາມສ່ຽງ, ການສຸຂະນາໄມອາຫານ  ແລະ ການສື່ສານດ້ານຄວາມປອດໄພອາຫານ ຊຶ່ງໃນໄລຍະຜ່ານມາຂອງເດືອນ ກັນຍາ 2018 ໄດ້ຈັດ ກອງປະຊຸມປຶກສາຫາລື ກ່ຽວກັບຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງການໃນໃລຍະຜ່ານມາ ເພື່ອສ້າງແຜນປັບປຸງ ແລະ ແກ້ໄຂບັນຫາຄົງຄ້າງ ເພື່ອໄຫ້ສອດຄ່ອງກັບສະພາບຂອງ ສປປ ລາວ.

                                                                 

ວຽກງານປົກປ້ອງຜູ້ບໍລິໂພກດ້ານອາຫານ ແມ່ນນຶ່ງໃນວຽກງານທີ່ສຳຄັນທີ່ໄດ້ກຳນົດໃນລະບຽບການສາທາລະນະສຸກສາກົນ (ຂໍ້ 11) ແລະ ນອນໃນບັນ 8 ແຜນງານກະຊວງສາທາລະນະສຸກ ແລະ ໄດ້ກຳນົດໃນກົດໝາຍອາຫານສະບັບປັບປຸງ ກ່ຽວກັບການຄຸ້ມຄອງ ແລະ ສົ່ງເສີມ ທຸລະກິດອາຫານໄຫ້ປະຕິບັດຕາມມາດຕະຖານແລະລະບຽບການທີ່ໄດ້ກຳນົດໄວ້ ໃນກົດໝາຍອາຫານ, ຂໍ້ຕົກລົງດ້ານອາຫານ  ເພື່ອເຮັດໄຫ້ການຜະລິດ, ນຳເຂົ້າສົ່ງອອກ ອາຫານ  ແລະ ບໍລີການອາຫານ ໃຫ້ມີຄວາມຮັບປະກັນຄຸນນະພາບ ແລະ ປອດໄພມາຈຳໜ່າຍໃນ ສປປ ລາວ ພ້ອມທັງຮັບປະກັນການຜະລິດພາຍໃນໃຫ້ໄດ້ຕາມມາດຕະຖານພາກພື໊ນ ແລະ ສາກົນ ຕາມການກຳນົດຂອງມາດຕະຖານກົດລິະຫັດອາຫານສາກົນ ແລະ ອາຊຽນ.

ບັນຫາຄວາມປອດໄພອາຫານແມ່ນອົງປະກອບທີ່ສຳຄັນໃນການຄໍ້າປະກັນສຸຂະພາບຂອງປະຊາ ຊົນ. ການຮັບປະກັນອາຫານປອດໄພ ແລະ ການປ້ອງກັນພະຍາດທີ່ເກີດຈາກອາຫານແມ່ນບັນຫາບຸລິມະ ສິດຂອງສາທາລະນະສຸກ. ຊຶ່ງໃນປະຈຸບັນແມ່ນມີຄວາມທ້າທາຍ ຈາການເພີ້ມຂຶ້ນຂອງປະຊາກອນ, ການທ່ອງທ່ຽວ, ດ້ວຍຂະບວນການໂລກາວິວັດຂອງການຜະລິດອາຫານ ແລະ ການເພີ້ມຂຶ້ນຂອງການຄ້າອາຫານ ແລະ ຜະລິດຕະພັນກະສິກຳ ໃນລະດັບພາກພື້ນແລະສາກົນ. ໃນນາມທີ່ກົມອາຫານແລະຢາ ໄດ້ເປັນຜູ້ປະສານງານແຫ່ງຊາດດ້ານກົດລະຫັດອາຫານສານກົນ (National Codex Contact Point), ເຄືອຂ່າຍຄວາມປອດໄພອາຫານສາກົນ (INFOSAN), ARAFFS. ແມ່ນໄດ້ມີຄວາມພະຍາຍາມໃນການຊຸກຍູ້ ແລະ ສົ່ງເສີມຄວາມປອດໄພອາຫານໄຫ້ໄປຕາມການກຳນົດຂອງອົງການຈັດຕັ້ງສາກົນ, ມາດຕະຖານອາຫານສາກົນ.

ການເຈັບເປັນຈາກພະຍາດທີ່ເກີດຈາກອາຫານປົນເປື້ອນ ແລະນໍ້າ ຍັງເປັນບັນຫາ ທີ່ສຳຄັນທາງດ້ານສາທາລະນະສຸກໃນໂລກກໍຄືໃນພາກພື້ນ ແລະ ໃນ ສປປ ລາວ. ໃນແຕ່ລະປີ 2,2 ລ້ານຄົນແມ່ນເສຍຊີວິດຈາກພະຍາດທີ່ເກີດຈາກອາຫານ ໂດຍສະເພາະການຖອກທ້ອງ ແລະ ອາຫານ ເປັນພິດ (ອະນາໄມໂລກ ຍຸດທະສາດຄວາມປອດໄພອາຫານສໍາລັບພາກພື້ນອາຊີປາຊີຟິກ 2010-2015). ໃນ ສປປ ລາວ ກໍລະນີຖອກທ້ອງໃນແຕ່ລະປີ ຍັງມີຈຳນວນສູງ 45.000 ​ກໍລະນີ ໃນແຕ່ລະປີ ແລະ 1500 ກໍລະນີ ອາຫານເປັນພິດທີ່ໄດ້ລາຍງານແລະມີການເສຍຊີວິດ 16 ກໍລະນີ (ບົດລາຍງານລະບາດວິທະຍາ 2015) ການລະບາດພະຍາດຕັບອັກເສບ, ການເບື່ອເຫັດ ແລະ ການເບື່ອອາຫານ ກໍຍັງເປັນບັນຫາຄຸກຄາມສຸຂະພາບ ຂອງປະຊາຊົນລາວ. ຊຶ່ງກອງປະຊຸມໃນຄັ້ງນີ້ມືພວກເຮົາຈະໄດ້ຮັບຟັງບົດລາຍງານຕົວຈິງ ຈາກສູນວິເຄາະ ແລະ ລະບາດວິທະຍາຕື່ມອີກ. ນອກຈາກນັ້ນ, ການຕິດຕາມກວດກາຄຸນນະພາບອາຫານຂອງຂະແໜງການສາທະນະສຸກສູນກາງແລະແຂວງໃນທ້ອງຕະຫຼາດ, ຮ້ານຄ້າ  ແລະ ສະຖານທີ່ບໍລິການອາຫານ ຍັງພົບເຫັນອາຫານທີ່ບໍບັນລຸມາດຕະຖານຫຼາຍກໍລະນີ ເຊັ່ນ ອາຫານປົນເປື້ອນສານເຄມີທີ່ຫ້າມໃຊ້ໃນອາຫານ, ອາຫານໝົດອາຍຸຍັງຈຳໜ່າຍໃນທ້ອງຕະຫຼາດ, ການລັກລອບການນຳເຂົ້າອາຫານທີ່ໄກ້ຈະໝົດອາຍຸ , ເສຍຄຸນ , ອາຫານນໍ້າດື່ມທີ່ບໍ່ບັນລຸມາດຕະທາງດ້ານຈຸລິນຊີ ແລະ ເຄມີ, ຊຶ່ງມີກໍລະນີການເບື່ອອາຫານທີ່ເກີດຂຶ້ນ ມັນອາດເປັນສິ່ງຮ້າຍແຮງ ໃນກໍລະນີຮ້າຍແຮງ ອາດເຖິງຕາຍໄດ້.

ເພື່ອເຮັດໄຫ້ສິ່ງທ້າທາຍ ແລະ ບັນຫາທາງດ້ານຄວາມປອດໄພອາຫານ ທີ່ມີຜົນກະທົບທາງດ້ານສຸຂະພາບ ແລະ ປະຕິບັດໜ້າທີ່ໃນການປົກປ້ອງສຸຂະພາບຂອງຜູ້ບໍລິໂພກກາຍເປັນຮູບປະທຳ ມັນມີຄວາມຈຳເປັນທີ່ຈະຕ້ອງໄດ້ທົບທວນຄືນນະໂຍບາຍ ແລະ ຍຸດທະສາດ ເພື່ອໄຫ້ມີທິດທາງຢ່າງຈະແຈ້ງ ມີວິທະຍາສາດ ແລະ ມາດຕະ ການໂດຍອີງໃສ່ຄວາມສ່ຽງ ໂດຍມີການຮ່ວມມືກັບທຸກພາກສ່ວນ ທີ່ມີສ່ວນ ຮ່ວມສຳຄັນໃນທົ່ວຕ່ອງໂສ້ການຜະລິດ ຈົນຮອດຜູ້ບໍລິໂພກ ຊຶ່ງຮຽກຮ້ອງໄຫ້ມີການຮ່ວມມື ຂອງ ຂະແໜງການທີ່ກ່ຽວຂ້ອງຢ່າງກົມກຽວ ແລະ ໄກ້ຊິດ.

ຄາດຄະເນຜົນໄດ້ຮັບຂອງກອງປະຊຸມ ໃນຄັ້ງນີ້ຈະໄດ້ຮັບໝາກຜົນທີ່ດີໃນການໃຫ້ຄຳແນະນຳ ທີ່ເປັນຜົນປະໂຫຍດໃນການປັບປຸງ ບັນດາກິດຈະກຳໃນການປະຕິບັດໂຄງການ ເພື່ອກ້າວໄປສູ່ການປັບປຸງ ລະບົບຄຸ້ມຄອງຄວາມປອດໄພອາຫານໄປອີກລະດັບນຶ່ງ ທີ່ສາມາດ ຮັບປະກັນອາຫານປອດໄພ ສ້າງຄວາມເຊື່ອໝັ້ນໃນ ການສົ່ງອອກຜະລິດຕະພັນຂອງ ສປປ ລາວ , ຊຶ່ງໃນ ທີ່ຜ່ານມາ ໃນວັນທີ 30 ສິງຫານີ້ ສະຖາບັນແມ່ນນໍ້າຂອງ ໄດ້ຮ່ວມກັບ ກົມອາຫານແລະຢາຈັດກອງປະຊຸມທຸລະກິດອາຫານ ເພື່ອສົ່ງອອກໄປ ປະເທດການາດາ ນອກຈາກ ນັ້ນກໍຍັງໄດ້ ສະໜັບສະໜູນການຝຶກອົບຮົມກ່ຽວກັບວຽກງານອາຫານປອດໄພໄຫ້ແກ່ ທຸລະກິດຂອງ ສປປ ລາວ ທີ່ບາງກອກ ແລະ ສະຖາບັນແມ່ນໍ້າຂອງຍັງໄດ້ຈັດຝຶກອົບຮົມໃຫ້ພະນັກງານລັດ ແລະ ທຸລະກິດ ດ້ານຄວາມປອດໄພອາຫານ ທີ່ຂອນແກ່ນປະເທດໄທ ມາແລ້ວຫຼາຍຄັ້ງ.  ກອງປະຊຸມຄັ້ງນີ້ຫວັງວ່າທຸກໆທ່ານຈະປະກອບຄຳຄິດຄຳເຫັນ ທີ່ເປັນປະໂຫຍດໂດຍການປຶກສາຫາລື, ຖາມບັນຫາທີ່ຍັງ ບໍທັນຈະແຈ້ງ ແລະ ແນະນຳ ດ້ານການຈັດຕັ້ງປະຕິບັດໃຫ້ດີກ່ວາເກົ່າ ເພື່ອເຮັດໃຫ້ວຽກງານຄຸ້ມຄອງກວດກາ ອາຫານປອດໄພໃຫ້ມີຄວາມເຂັ້ມແຂງ ແລະ ພ້ອມກັນນຳໄປຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາ.

 

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA