ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມຄັ້ງທີ່ 1 ກ່ຽວກັບຮ່ວມມືດ້ານການຄຸ້ມຄອງອາຫານປອດໄພ ລະຫວ່າງ ສປປ ລາວ ແລະ ລາຊະອານະຈັກໄທ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 12/08/2015

        ກອງປະຊຸມຄັ້ງທີ່ 1 ກ່ຽວກັບຮ່ວມມືດ້ານການຄຸ້ມຄອງອາຫານປອດໄພລະຫວ່າງ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ຂອງ ສປປ ແລະ ຄະນະກໍາມະການອາຫານ ແລະ ຢາ ແຫ່ງ ລາຊະອານະຈັກໄທ ໄດ້ຈັດຂຶ້ນໃນວັນທີ 4 ສິງຫາ 2015 ທີ່ ໂຮງແຮມ ເອັມເຄ ນະຄອນຫລວງວຽງຈັນ ຕາມການເຊີນຢ່າງເປັນທາງການຂອງ ສປປ ລາວ.

        ຈຸດປະສົງຂອງກອງປະຊຸມ ຄັ້ງນີ້ແມ່ນເພື່ອປຶກສາຫາລືກ່ຽວກັບການຮ່ວມມືວຽກງານຄຸມຄອງຄວາມປອດໄພຂອງອາຫານ ເພື່ອຮັບປະກັນອາຫານປອດໄພ ແລະ ອໍານວຍຄວາມສະດວກໃຫ້ແກ່ການຄ້າລະຫວ່າງ ສອງປະເທດ.

        ໃນກອງປະຊຸມຄັ້ງນີ້ ໄດ້ມີທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ ແລະ ເປັນຫົວໜ້າຄະນະຜູ້ແທນຝ່າຍລາວ, ດຣ. ລໍາພອນ ສີຫາຄັງ ຮອງຫົວໜ້າກົມອາຫານ ແລະ ຢາ ພ້ອມດ້ວຍຜູ້ຕ່າງໜ້າຈາກຫ້ອງການກະຊວງ, ກອງກວດກາອາຫານ ແລະ ຢາ, ຫົວໜ້າພະແນກ, ຮອງພະແນກທີ່ກ່ຽວ ແລະ ວິຊາການທີ່ກ່ຽວຂ້ອງຂອງ ກົມອາຫານ ແລະ ຢາ. ສ່ວນຝ່າຍ ໄທ ປະກອບມີທ່ານ ດຣ. ບຸນໄຊ ສົມບຸນສຸກ ເລຂາທິຄະນະກໍາມະການອາຫານ ແລະ ຢາ ແຫ່ງ ລາຊະອານະຈັກໄທ ເປັນຫົວໜ້າຄະນະ ແລະ ຍັງມີທ່ານ ໄພສານ ດັນຄໍາ ຮອງເລຂາທິການຄະນະກໍາມາການອາຫານ ແລະ ຢາ ແລະ ທ່ານ ປຣະພົນ ອັງຕຣະກຸນ ຮອງເລຂາຄະນະກໍາມະການອາຫານ ແລະ ຢາ ລາດຊະອານະຈັກໄທ  ແລະ ຄະນະທິມງານທີ່ກ່ຽວຂ້ອງ ກໍ່ໄດ້ເຂົ້າຮ່ວມ.

        ໃນວາລະກອງປະຊຸມ ທັງສອງຝ່າຍໄດ້ສະເຫນີບົດເພື່ອແລກປ່ຽນບົດຮຽນກ່ຽວກັບລະບົບການຄຸ້ມຄອງອາຫານທີ່ປອດໄພ, ການນໍາເຂົ້າສົ່ງອອກຜະລິດຕະພັນ, ການຮ່ວມມືປະສານງານໃນໄລຍະຜ່ານມາ ໂດຍສະເພາະການໃຫ້ການຊ່ວຍເຫລືອທາງດ້ານວິຊາການ ເພື່ອສ້າງຄວາມເຂັ້ມແຂງກ່ຽວກັບວຽກງານດັ່ງກກ່າວໃຫ້ແກ່ຝ່າຍລາວ. ການຮ່ວມມື ລະຫວ່າງ ຊາຍແດນໂດຍສະເພາະການກວດການໍາເຂົ້າ-ສົ່ງອອກ, ການຮ່ວມມືປະສານງານກັບບັນດາກະຊວງທີກ່ຽວຂ້ອງ ເຊັ່ນ: ກະສິກໍາ, ການຄ້າ... ການຈັດຕັ້ງການກວດກາປະຕູດຽວຄັ້ງດຽວ ຢູ່ດ່ານ ແດນສະຫວັນ ລາວ-ບາວ, ການທົດລອງການຈັດຕັ້ງປະຕິບັດການກວດກາ ລະຫວ່າງ ລາວ-ໄທ.

        ບັນຫາຫລັກໃນການປະຊຸມປຶກສາຫາລືໃນຄັ້ງນີ້ ແມ່ນ ຮ່ວມມືຈັດຕັ້ງປະຕິບັດການກວດກາເທື່ອດຽວ(SSI) ຢູ່ເຂດ ຄວບຄຸມທົ່ວໄປ (CCA) ເຊິ່ງໄດ້ຈັດຕັ້ງການກວດກາຢູ່ດ່ານ ລະຫວ່າງ ສອງປະເທດ ລາວ-ໄທ ເລີ່ມໃນປີ 2015 ເປັນຕົ້ນມາ; ບັນຫາກ່ຽວກັບການສ້າງຄວາມອາດສາມາດກ່ຽວກັບວຽກງານກວດກາ. ກອງປະຊຸມຍັງໄດ້ຮັບແຈ້ງວ່າຈະໄດ້ມີກອງປະຊຸມວຽກງານດ່ານ ລະຫວ່າງສະຫວັນນະເຂດ ແລະ ຈັກຫວັດມຸກດາຫານ ແລະ ກອງປະຊຸມອື່ນໆ ກ່ຽວກັບວຽກງານຮ່ວມມືກວດກາ ເພື່ອກະກຽມຄວາມພ້ອມໃນການຈັ້ດຕັ້ງປະຕິບັດວຽກງານກວດກາ ເທື່ອດຽວຄັ້ງດຽວ ເຊິ່ງຄາດວ່າຈະໄດ້ເລີ່ມຈັດຕັ້ງປະຕິບັດຢ່າງເຕັມຮູບແບບໃນເດືນອ ຕຸລາ 2015 ນີ້.

        ກ່ຽວກັບການສ້າງຄວາມເຂັ້ມແຂງ ຝ່າຍໄທ ຍິນດີໃຫ້ການຊ່ວຍເຫລືອທາງດ້ານເຕັກນິກ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຄຸ້ມຄອງອາຫານປອດໄພ ຂອງ ສປປ ລາວ ເຊັ່ນ: ວຽກງານ ການຜະລິດທີດີ, ການທົດສອບວິໄຈຂອງແກ່ຫ້ອງແລບ, ລະບຽບການ ແລະ ອື່ນໆ ລວມທັງຂົງເຂດວຽກງານຄຸ້ມຄອງດ້ານຢາ, ອຸປະກອນການແພດ  ແລະ ວຽກງານການແລກປ່ຽນຂໍໍ້ມູນຂ່າວສານດ້ານອາຫານປອດໄພ ໂດຍຜ່ານ ລະບົບ INFOSAN.

        ກອງປະຊຸມຍັງເຫັນດີໃຫ້ມີການກະກຽມການສ້າງ MOU ເພື່ອຮ່ວມກັນລົງນາມການຮ່ວມມືໃນຂັ້ນຕໍ່ໄປ. ກອງປະຊຸມເຫັນດີໃຫ້ມີການຈັດກອງປະຊຸມກ່ຽວກັບການຮ່ວມມືດັ່ງກ່າວ ຄັ້ງທີ່ 2 ເຊິ່ງຈະຈັດຂຶ້ນຢູ່ ປະເທດໄທ ເພື່ອປຶກສາຫາລືກ່ຽວກັບແຜນງານລະອຽດກ່ຽວກັບການຮ່ວມມື ເພື່ອໃຫ້ບັນລຸກ່ຽວກັບຈຸດປະສົງຂອງການຮ່ວມມື. ກອງປະຊຸມຄັ້ງນີ້ໄດ້ສໍາເລັດຢ່າງຈົບງາມ, ບັນຫາຕ່າງໆ ທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງຄວາມປອດໄພອາຫານ ແລະ ຢາ ໄດ້ຮັບການສົນທະນາ ປຶກສາຫາລື ແລະ ກໍານົດທິດທາງບາດກ້າວຕໍ່ໜ້າໃນການຮ່ວມມືຂອງສອງຝ່າຍ.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA