ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ອົບຮົມ GMP ຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 15/01/2019

ບົດຂ່າວໂດຍ: ວົງວຽງສາ ສິດທິເດດ ຮອງຫົວໜ້າພະແນກຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ

   ​ກອງ​ປະຊຸມ​ຝຶກ​ອົບຮົມຄູ່​ມືອາຊຽນ ກ່ຽວກັບຫຼັກການ​ຜະລິດ​ຢາ​ທີ່​ດີ ດ້ານ​ຢາພື້ນ​ເມືອງ ​ແລະ ຜະລິດ​ຕະພັນ​ເສີມ​ສຸກຂະພາບ (GMP Guideline on Traditional Medicine and Health Supplement) ​​​ໄດ້​ຈັດ​ຂື້ນທີ່ ຫ້ອງ​ປະຊຸມ ຣີສອດ ນາ​ປ່າ​ກວງ, ​ແຂວງ​ວຽງຈັນ ໃນ​ວັນ​ທີ 8-10/1/2019 ນີ້. ​ເປັນກຽດເຂົ້າຮ່ວມ ແລະ ເປັນ​ປະທານ​  ​ໂດຍ ທ່ານ ດຣ. ສີ​ວົງ ​ແສງ​ອາ​ລຸນ​ເດດ ຮອງຫົວໜ້າ​ກົມ​ອາຫານ ​ແລະ ຢາ ແລະ ​ມີບັນ​ດາ ​ຄູ​ຝືກ ​ກົມອາຫານ ແລະ ຢາຈາກ​ກອງ​ກວດກາ​ອາຫານ ​ແລະ ຢາ, ສູນ​ວິ​ໃຈ​ອາຫານ ​ແລະ ຢາ, ສະ​ຖາ​ບັນ​ການ​ແພດ​ການ​ຢາພື້ນ​ເມືອງ, ຂະ​ແໜງອາຫານ ​ແລະ ຢາ ນະຄອນຫຼວງ, ຄະນະ​ພະ​ແນ​ກທີ່​ກ່ຽວຂ້ອງ ພາຍ​ໃນ​ກົມ​ອາຫານ ​ແລະ ຢາ, ກະຊວງ​ສາທາລະນະ​ສຸກ. ນອກຈາກ​ນັ້ນ ພາກ​ສວ່ນຜູ້ປະກອບ​ການ​ທີ່​ດຳ​ເນີນ​ທຸລະ​ກິດ​ດ້ານ​ຢາພື້ນ​ເມືອງ​ ເປັນຕົ້ນ: ​ໂຮງງານ​ຜະລິດ​ຢາ ​ແລະ ຫ້ອງ​ປຸງ​ແຕ່ງ​ຜະລິດ​ຕະພັນ​ຢາພື້ນ​ເມືອງ ຈຳນວນ  17  ​ແຫ່ງ.

     ກອງ​ປະຊຸມ​ຝຶກ​ອົບຮົມ​ໃນ​ຄັ້ງນີ້ ​ແມ່ນ​ຄັ້ງທຳ​ອິດທີ່ໄດ້ຈັດຂຶ້ນ ຊຶ່ງຈຸດປະສົງ​​ແມ່ນ​ເພື່ອ​​ເປັນ​ການເຜີຍແຜ່ຄວາມຮູ້​ພື້ນຖານ ​ແກ່​​ຜູ້​ປະກອບ​ການ​ໄດ້​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ ຫຼັກການ​ ການ​ປະຕິບັດ​ ​ການ​ຜະລິດ​ທີ​ດີ ດ້ານ​ຢາພື້ນ​ເມືອງ ​ແລະ ຜະລິດ​ຕະພັນ​ເສີມ​ສຸກ​ຂະ​ພາບ ​ເພື່ອ​ໃຫ້​ຜູ້​ປະ​ກອບ​ການ​ນຳ​ເອົາ​ບົດຮຽນ ມາ​ນຳ​ໃຊ້ ​ເພື່ອ​ປັບປຸງ ​ແລະ ພັດທະນາ​ລະບົບ​ການ​ຜະລິດ​ຢາພື້ນ​ເມືອງຂອງຕົນ ​ຕາມລະບຽບຫຼັກການ​ຂອງ​ອາຊຽນ ເປົ້າໝາຍ​ເພື່ອ ​ໃຫ້​ໄດ້ຮັບ​ຜະລິດ​ຕະພັນ​ຢາພື້ນ​ເມືອງ ທີ່​ໄດ້​ຄຸນ​ນະພາ​ບ ແລະ ມີຄວາມປອດໄພ ຕໍ່ຜູ້ບໍລິໂພກ.

  ຄາດ​ຄະ​ເນ​ຜົນ​ໄດ້​ຮັບ​ຂອງ​ກອງ​ປະຊຸມຝຶກ​ອົບຮົມ​ຄັ້ງນີ້ ​ແມ່ນ​​ໃຫ້​ຜູ້​ປະກອບ​​ການ ຮັບຮູ້ເຖິງຄວາມຄືບໜ້າໃນການເຊື່ອມໂຍງອາຊຽນດ້ານຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ. ຫຼັກການພື້ນຖານ ແລະ ບັນດາຂໍ້ກໍານົດຕ່າງໆທີ່ຮຽກຮ້ອງ ການຜະລິດທີ່ດີ.

ການອົບຮົມສະເພາະເພື່ອລົງເລິກສໍາລັບແຕ່ລະຫົວຂໍ້ ພາຍໃນ GMP ຈະໄດ້ສືບຕໍ່ກະກຽມໂດຍຄະນະກໍາມະການ GMP ຂອງກະຊວງສາທາລະນະສຸກ ເພື່ອອົບຮົມໃຫ້ແກ່ຜູ້ປະກອບການ ໄດ້ເຂົ້າໃຈຢ່າງເລິ່ງເຊິ່ງເຖິງຖອງ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ ຕາມເງື່ອນໄຂຂອງແຕ່ລະໂຮງງານ

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA