ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມທົບທວນການຈັດຕັ້ງປະຕິບັດດັງລັດ 155/ນຍ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 13/02/2019

ກອງ​ປະຊຸມ​ທົບ​ທວນຄືນ​ການຈັດຕັ້ງປະຕິບັດ ດຳລັດ 155/ນຍ 

ບົດຂ່າວ: ພກ. ວົງວຽງສາ ສິດທິເດດ ຮອງຫົວໜ້າພະແນກຄຸ້ມຄອງຢາພື້ນເມືອງ ກອຢ

ກອງ​ປະຊຸມ​ທົບ​ທວນຄືນ​ການຈັດຕັ້ງປະຕິບັດ ດຳລັດ 155/ນຍ ລົງວັນທີ 30 ກັນຍາ 2003 ແລະ ຄຳ​ສັ່ງ​ແນະນຳ 252/ກຊສ ລົງວັນທີ 6 ມີນາ 2007 ວ່າ​ດວ້ຍຊັບພະຍາ ກອນ​ທຳ​ມະ​ຊາດ​ທີ່​ເປັນ​ຢາ ​​​ໄດ້​ຈັດ​ຂື້ນທີ່ ຫ້ອງ​ປະຊຸມ ນ້ຳສະອາດ, ​ແຂວງ​ວຽງຈັນ ໃນ​ວັນ​ທີ 8/2/2019 ນີ້, ໂດຍການ​ເປັນ​ປະທານຂອງທ່ານ  ດຣ. ບຸນ​ຊູ ​ແກ້ວ​ຫາ​ວົງ ຮອງຫົວໜ້າ​ກົມ​ອາຫານ ​ແລະ ຢາ ​​ແລະ ປະທານ​ຮວ່ມ ໂດຍ ​ທ່ານ ດຣ. ຄຳພຽນ ວັນ​ມະນີ​ ຄະນະ​ພະ​ແນ​ກ ສາທາລະນະ​ສຸກ​ ແຂວງ ​ວຽງຈັນ. ກອງປະຊຸມຍັງມີ​ເຂົ້າຮວ່ມຈາກພາກສ່ວນຕ່າງໆ ​ເຊັ່ນ: ຫ້ອງການ​ສາທາ​ລະນະ​ສຸກ, ອາຫານ ​ແລະ ຢາ ​, ກະສິກຳ​ ປ່າ​ໄມ້​ ຈາກ 5 ​ເມືອງ ຄື: ​ເມືອງ ​ແມດ, ​ເມືອງ ວັງ​ວຽງ, ​ເມືອງ ຊະນະ​ຄາມ, ​ເມືອງ​ ເຟືອງ ​ແລະ ​ເມືອງ ກາສີ ​ແລະ ຜູ້​ເຂົ້າຮວ່ມຂັ້ນ​ແຂວງ ທີ່​ ມາ​ຈາກ​ຫລາຍ​ຂະ  ແໜງການ​ເຊັ່ນ: ຫ້ອງ​ວ່າການ​ວັດທະນະທໍາ ສັງຄົມ (ສະພາປະຊາຊົນ ​ແຂວງ), ຫ້ອງ​ວ່າການ​ແຂວງ , ອຸດ​ສະຫະ​ກຳ ​ແລະ ການ​ຄ້າ, ກະສິກຳ-ປ່າ​ໄມ້, ຫ້ອງການ ​ປກສ, ​ພະ​ແນ​ກ ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ພ້ອມ​ດວ້ຍທີ​ມງານ​ຈາກ ກົມ​ອາຫານ ​ແລະ ຢາ ​ແລະ ຈາກ​ ຂະ​ແໜງອາຫານ ​ແລະ ຢາ  ລວມທັງໝົດ ຈຳນວນ 45 ທ່ານ ກໍ່​ໄດ້​ເຂົ້າຮວ່ມ​ໃນ​ກອງ​ປະຊຸມ​ ​ໃນ​ຄັ້ງນີ້.

ຈຸດປະສົງຂອງກອງ​ປະຊຸມ​ໃນ​ຄັ້ງນີ້​ແມ່ນ​ເພື່ອ​ທົບທວນຄືນການຈັດຕັ້ງປະຕິບັດ ດຳລັດ 155/ນຍ, ຄໍາສັ່ງແນະນໍາ 252/ກຊສ  ແລະ ນິຕິກໍາກ່ຽວຂອງກັບຢາພື້ນເມືອງ ແລະ ຊັບພະຍາກອນ ທໍາມະຊາດທີ່ເປັນຢາ ເພື່ອສືບຕໍ່ການເພີ່ມທະວີການສົ່ງເສີມ, ອະນຸລັກ, ການນໍາໃຊ້ໃຫ້ມີຄວາມປອດໄພ, ໃຫ້ເກີດປະສິດທິຜົນທາງດ້ານເສດຖະກິດ ​ແລະ ການຄຸ້ມຄອງ ປົກປັກຮັກສາ ຊັບພະຍາກອນທໍາມະຊາດທີ່ເປັນຢາ ໃຫ້ມີຄວາມຍືນຍົງ. ກອງປະຊຸມໄດ້ມີ​ການ​ລາຍ​ງານ​ສະພາບລວມຂອງການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງ ໂດຍສະເພາະລະບຽບການທີ່ກ່ຽວຂ້ອງ, ສະພາບການຂຸດຄົ້ນ, ເກັບຊື້, ປຸງແຕ່ງ, ຖອດຮີດ, ແລະ ປູກທົດແທນຊັບພະຍາກອນທໍາມະຊາດທີ່ເປັນຢາ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ແລະ ສະພາບ​ຂອງ​ແຂວງ​ວຽງຈັນ ​ໃນ​ການຈັດຕັ້ງປະຕິບັດ​ກ່ຽວກັບ​ວຽກງານ​ຄຸ້ມ​ຄອງ​ຊັບພະຍາກອນ​ທຳ​ມະ​ຊາດ​ທີ່​ເປັນ​ຢາ.

ໃນ​ໄລຍະຜ່ານ​ມາ ຕໍ່ກັບ​ວຽກງານການ​ຄຸ້ມ​ຄອງ​ ຊັບພະຍາກອນ​ທຳ​ມະ​ຊາດ​ທີ່​ເປັນ​ຢາ ​ແມ່ນ​ໄດ້ ມີ​ສວ່ນຮວ່ມ ຈາກຫຼາຍຂະ​ແຫນງ​ການທີ່ກ່ຽວຂ້ອງ ​ໃນ​ການ​ຄຸ້ມ​ຄອງ ປົກ​ປັກ​ຮັກສາ, ອະນຸຍາດການ​ຂຸດ​ຄົ້ນ ​ແລະ ສົ່ງ​ເສີມບັນດາຫົວໜ່ວຍທຸລະ​ກິດ​​ເພື່ອ​ການ​ຜະລິດ ​ເປັນ​ສິນຄ້າ ກໍ່ຄື​ການ​ຫັນ​ສິນຄ້າ​ເປັນ​ຜະລິດ​ຕະພັນ ທີ່​ໄດ້​ຮັບ​ມູນ​ຄ່າ​ເພີ້ມ. ​ແຕ່​ເຖິງຢ່າງໃດກໍ່ຕາມ ຂອດ​ການ​ປະສານ​ງານ ລວມທັງ​ການ​ປະຕິບັດ​ລະບຽບກົດໝາຍ ຂອງ​ແຕ່ລະ​ຂະ​ແໜງການ ຍັງປະສານ​ສົມທົບ​ກັນ​ບໍ່ທັນ​ຮັດກຸມເທົ່າທີ່ຄວນ ຍັງມີສະພາບການຂຸດຄົ້ນພືດ ແລະ ຕົ້ນໄມ້ທີ່ເປັນຢາສົ່ງອອກຈໍານວນຫຼາຍໂດຍຖືເປັນເຄື່ອງປ່າຂອງດົ່ງ ຊຶ່ງບໍ່ສອດຄ່ອງກັບດໍາລັດ ແລະ ຄໍາສັ່ງຕ່າງໆ ທີ່ລັດວາງອອກ ເຊິ່ງມີຄວາມສ່ຽງຂອງການດັບສູນຜະລິດຕະພັນພືດ ແລະ ຕົ້ນໄມ້ທີ່ເປັນຢາ. ກອງປະຊຸມໄດ້ຮ່ວມກັນຄົ້ນຄ້ວາ ແລະ ປຶກສາຫາລືທິດທາງຕໍ່ໜ້າກ່ຽວກັບວຽກງານປະສານງານການຄຸ້ມຄອງຊັບພະຍາກອນທໍາມະຊາດທີ່ເປັນຢາ ເຊັ່ນ: ການ​ປັບປຸງ​ດຳລັດ 155/ນຍ, ການສະເໜີເອົາລາຍການພືດທີ່ເປັນຢາ 119 ລາຍການ ແລະ ເຫັດຈໍານວນ 7 ສະນິດ ເພື່ອໃຫ້ຂຶ້ນເປັນບັນຊີສະເພາະພືດ ແລະ ຕົ້ນໄມ້ທີ່ເປັນຢາ ທີ່ຈະຕ້ອງຄຸ້ມຄອງຢູ່ໃນຂອບເຂດການຄຸ້ມຄອງຂອງກະຊວງສາທາລະນະສຸກ. ກອງປະຊຸມຄັ້ງນີ້ໄດ້ມີຄວາມເປັນເອກະພາບຈາກຂະແໜງການກ່ຽວຂ້ອງອ້ອມຂ້າງແຂວງ ແລະ ເມືອງທີ່ຕ້ອງເພີ້ມທະວີການເອົາໃຈໃສ່ ໃນການຄຸ້ມຄອງຊັບພະຍາກອນທໍາມະຊາດ ທີ່ເປັນຢາໃຫ້ສອດຄ່ອງຕາມແນວທາງນະໂຍບາຍຂອງຂັ້ນເທິງໄດ້ວາງອອກ.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA