ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ສາທາ ມີຫຼາຍຕົວຊີ້ວັດທີ່ບໍ່ບັນລຸໄດ້ຕາມເປົ້າໝາຍ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 28/02/2019

 

ສາທາ ມີຫຼາຍຕົວຊີ້ວັດທີ່ບໍ່ບັນລຸໄດ້ຕາມເປົ້າໝາຍ

ບົດຂ່າວຈາກໜັງສືພິມວຽງຈັນໃໝ່ສະບັບວັນທີ 27 ກຸມພາ 2019

 ກອງ​ປະ​ຊູມ​ສະ­ຫຼຸບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ສາ­ທາ­ລະ­ນະ​ສຸກ​ປີ 2018 ແລະ ທິດ​ທາງ​ແຜນ­ການ​ປີ 2019 ຈັດ​ຂຶ້ນ​ວັນ​ທີ 26-28 ກຸມ­ພາ 2019 ທີ່​ຫໍ​ປະ­ຊຸມ​ແຫ່ງ​ຊາດ ເປັນ​ປະ­ທານ​ຂອງ​ທ່ານ ບຸນ​ກອງ ສີ​ຫາ​ວົງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ມີ​ບັນ­ດາ​ຮອງ​ລັດ­ຖະ­ມົນ­ຕີ ເຈົ້າ­ແຂວງ ຮອງ​ເຈົ້າ­ແຂວງ ຫົວ­ໜ້າ​ກົມ ອະ­ທິ­ການ​ບໍ­ດີ ຄະ­ນະ­ບໍ­ດີ ອຳ­ນວຍ​ການ​ໂຮງ­ໝໍ ຫົວ­ໜ້າ​ພະ​ແນກ​ສາ​ທາ​ແຂວງ ນະ­ຄອນ­ຫຼວງ ແລະ ພະ­ນັກ­ງານ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

    ທ່ານ ບຸນ​ກອງ ສີ​ຫາ​ວົງ ກ່າວ​ວ່າ: ເພື່ອ​ຜັນ​ຂະ­ຫຍາຍ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ ທີ່​ຖື​ເອົາ​ວຽກ​ງານ​ກັນ​ພະ­ຍາດ ແລະ ສົ່ງ­ເສີມ​ສຸ­ຂະ­ພາບ​ເປັນ​ວຽກ​ງານ​ສຳ­ຄັນ ແລະ ຖື​ເອົາ​ການ​ບໍ­ລິ­ການ​ປິ່ນ­ປົວ​ທີ່​ມີ​ຄຸນ​ນະ​ພາບ​ທົ່ວ​ເຖິງ ແລະ ເປັນ​ທຳ​ເປັນ​ວຽກ​ງານ​ຕົ້ນ­ຕໍ ກໍ​ຄື ສູ້​ຊົນ​ປະ­ຕິ­ບັດ 10 ຕົວ​ຊີ້​ວັດ​ໃຫ້​ສາ­ມາດ​ບັນ­ລຸ​ໄດ້​ຕາມ​ຄາດ­ໝາຍ​ທີ່​ວາງ​ໄວ້ ແລະ ຮັບ­ປະ­ກັນ​ໃຫ້​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ໄດ້​ເຂົ້າ​ເຖິງ​ການ​ບໍ­ລິ­ການ​ທີ່​ມີ​ຄຸນ​ນະ​ພາບ​ໄດ້​ຢ່າງ​ທົ່ວ​ເຖິງ ແລະ ຍຸ­ຕິ​ທຳ ຂະ­ແໜງ​ສາ​ທາ​ໄດ້​ຜັນ​ຂະ­ຫຍາຍ ແລະ ຈັດ​ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ສາ­ທາ­ລະ­ນະ​ສຸກ​ປີ 2018 ຕາມ 8 ແຜນ​ງານ 42 ແຜນ​ງານ​ຍ່ອຍ ແລະ 97 ໂຄງ­ການ ຕາມ​ຂອບ​ຍຸດ​ທະ​ສາດ​ປະ­ຕິ​ຮູບ​ສາ​ທາ​ໄລ­ຍະ II ທີ່​ສຸມ​ໃສ່​ປະ­ຕິ​ຮູບ​ວຽກ​ງານ​ສາ​ທາ​ໃນ 5 ດ້ານ​ຄື: ດ້ານ​ຊັບ­ພະ­ຍາ­ກອນ​ມຸດ ດ້ານ​ບໍ­ລິ­ການ​ຄຸ້ມ​ຄອງ ດ້ານ​ການ​ເງິນ​ສາ​ທາ ດ້ານ​ການ​ບໍ­ລິ­ການ​ສາ​ທາ ແລະ ດ້ານ​ຂໍ້​ມູນ​ຂ່າວ­ສານ​ສາ​ທາ ພ້ອມ​ທັງ​ປະ­ຕິ­ບັດ​ຫຼາຍ​ມາດ​ຕະ­ການ ນະ­ໂຍ­ບາຍ​ເຮັດ​ໃຫ້​ການ­ຈັດ­ຕັ້ງ​ປະ­ຕິ­ບັດ 10 ຕົວ​ຊີ້​ວັດ​ທີ່​ສະ­ພາ​ແຫ່ງ​ຊາດ ໄດ້​ຮັບ­ຮອງ​ໃຫ້​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ຈັດ​ຕັ້ງ​ປະ­ຕິ­ບັດ ມີ​ຫຼາຍ​ຕົວ​ຊີ້​ວັດ​ມີ​ຄວາມ​ຄືບ​ໜ້າ​ເປັນ​ທີ່​ໜ້າ​ພໍ­ໃຈ​ເຊັ່ນ: ອັດ­ຕາ​ເດັກ­ນ້ອຍ​ລຸ່ມ 5 ປີ ທີ່​ມີ​ລວງ​ສູງ​ບໍ່​ໄດ້​ມາດ­ຕະ­ຖານ ອັດ­ຕາ​ການ​ຕາຍ​ຂອງ​ເດັກ­ນ້ອຍ​ລຸ່ມ 5 ປີ ອັດ­ຕາ​ສ່ວນ​ການ​ຕາຍ​ຂອງ​ແມ່ ອັດ­ຕາ​ປົກ​ຄຸມ​ປະ­ກັນ​ສຸ­ຂະ­ພາບ ພ້ອມ​ດຽວ​ກັນ​ກໍ​ມີ​ຫຼາຍ​ຕົວ​ຊີ້​ວັດ​ມີ​ແນວ​ໂນ້ມ​ທີ່​ຈະ​ບໍ່​ສາ­ມາດ​ບັນ­ລຸ​ໄດ້.

    ເຊິ່ງ​ຕົວ​ເລກ​ລາຍ​ງານ​ປົກ­ກະ­ຕິ​ຈາກ 18 ແຂວງ​ຈຳ­ນວນ​ການ​ຕາຍ​ຂອງ​ແມ່​ປີ 2017 ໄດ້​ຫຼຸດ​ລົງ 151 ຄົນ ແລະ ປີ 2018 ມີ​ພຽງ 129 ຄົນ ການ​ຊົມ­ໃຊ້​ວິດ­ຖ່າຍ​ປີ 2012 ເພີ່ມ​ຂຶ້ນ​ຈາກ 56,9% ປີ 2017 ມາ​ເປັນ 73,8% ຄາດ­ໝາຍ 2018 ແມ່ນ 73% ຖື​ວ່າ​ບັນ­ລຸ​ໄດ້ ການ​ປົກ​ຄຸມ​ການ​ປະ­ກັນ​ສຸ­ຂະ­ພາບ​ປີ 2017 ເພີ່ມ​ຂຶ້ນ 71% ປີ 2018 ມາ​ເປັນ 75% ບັນ­ລຸ​ໄດ້ ສ່ວນ​ຕົວ​ຊີ້​ວັດ​ທີ່​ຍັງ​ບໍ່​ທັນ​ສາ­ມາດ​ບັນ­ລຸ ປີ 2018 ອັດ­ຕາ​ເດັກ­ນ້ອຍ​ລຸ່ມ 5 ປີ ທີ່​ມີ​ນ້ຳ­ໜັກ​ຕ່ຳ​ກວ່າ​ມາດ­ຕະ­ຖານ​ຫຼຸດ​ລົງ​ຈາກ 27% ປີ 2012 ຍັງ​ເຫຼືອ 21,1% ປີ 2017 ຄາດ­ໝາຍ​ປີ 2018 ແມ່ນ 21% ເກືອບ​ບັນ­ລຸ ຕ້ອງ​ສືບ­ຕໍ່​ສູ້​ຊົນ ການ​ເກີດ​ລູກ​ມີ​ແພດ​ຊ່ວຍ​ຫຼຸດ​ລົງ​ຈາກ 41,5% ປີ 2012 ມາ​ເປັນ 64,4% ປີ 2017 ຄາດ­ໝາຍ​ປີ 2018 ແມ່ນ 74% ການ​ສັກ​ຢາ​ກັນ​ພະ­ຍາດ​ຂໍ້​ມູນ​ລາຍ​ງານ​ຈາກ DHIS2 ປີ 2017 DPT3 83% ຄາດ­ໝາຍ 2018 ແມ່ນ 90% ແຕ່​ການ​ລາຍ​ງານ​ໄດ້​ພຽງ​ແຕ່ 84% ການ​ຊົມ­ໃຊ້​ນ້ຳ​ສະ­ອາດ​ເພີ່ມ​ຂຶ້ມ​ຈາກ 69,9% ປີ 2012 ມາ​ເປັນ 83,9% ປີ 2017 ຄາດ­ໝາຍ​ປີ 2018 ແມ່ນ 88% ຈຶ່ງ​ຖື​ວ່າ​ຍັງ​ບໍ່​ທັນ​ບັນ­ລຸ​ເທື່ອ.

 

 

 

 

 

 

 

 

 

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA