ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ນາຍົກ ເນັ້ນໃຫ້ສາທາສືບຕໍ່ແກ້ໄຂ 10 ຕົວຊີ້ວັດທີ່ຍັງຄ້າງຄາ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 03/03/2019

ນາຍົກ ເນັ້ນ​ໃຫ້​ສາ​ທາ​ສືບຕໍ່​ແກ້​ໄຂ 10 ຕົວ​ຊີ້​ວັດ​ທີ່​ຍັງ​ຄ້າງ​

ບົດຂ່າວໜັງສືພິມວຽງຈັນໃໝ່ສະບັບວັນທີ 1 ມີນາ 2019

ກອງ​ປະຊຸມ​ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ສາທາລະນະ​ສຸກ ທົ່ວ​ປະເທດ ປະຈຳ​ປີ 2018 ແລະ ທິດ​ທາງ​ແຜນການ​ປີ 2019 ດຳເນີນ​ມາ​ເປັນ​ເວລາ 3 ວັນ ສຳເລັດ​ວັນ​ທີ 28 ກຸມພາ 2019 ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ເປັນ​ປະທານ​ຂອງ​ທ່ານ ບຸນ​ກອງ ສີ​ຫາ​ວົງ ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ມີ​ບັນດາ​ຮອງ​ລັດຖະມົນຕີ ຮອງ​ເຈົ້າແຂວງ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ ຫົວໜ້າ​ກົມ ຮອງ​ກົມ   ຫົວໜ້າ​ພະ​ແນກ ແຂກ​ຖືກ​ເຊີນ​ທີ່​ກ່ຽວຂ້ອງ​ຈາກ​ສູນ​ກາງ ແລະ ທ້ອງຖິ່ນ.

    ທ່ານ ບຸນ​ກອງ ສີ​ຫາ​ວົງ ກ່າວ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້ ເພື່ອ​ເປັນ​ການ​ສະຫຼຸບ​ຕີ​ລາ​ຜົນສຳເລັດ ສິ່ງ​ຄົງ​ຄ້າງ ທ້າ​ທາຍ​ໃນ​ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະນາ​ສາທາລະນະ​ສຸກ ປີ 2018 ແລະ ສະເໜີ​ທິດ​ທາງ​ແຜນ​ພັດທະນາ ປີ 2019 ທີ່​ມີ​ຈຸດປະສົງ​ເລັ່ງ​ໃສ່​ການ​ບັນລຸ 10 ຕົວ​ຊີ້​ວັດ ທີ່​ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ໃຫ້​ກະຊວງ​ສາທາລະນະ​ສຸກ ຈັດ​ຕັ້ງ​ປະຕິບັດ ການ​ປັບປຸງ​ຄຸນ​ນະ​ພາບ​ການ​ບໍລິການ ການ​ສ້າງ​ຄວາມ​ເຂັ້ມແຂງ​ດ້ານ​ການ​ເງິນ ແລະ ກອງ​ທຶນ​ປະກັນ​ສຸຂະພາບ​ແຫ່ງ​ຊາດ​ຕາມ​ຂອບ​ຍຸດ​ທະ​ສາດ​ປະຕິ​ຮູບ​ສາທາລະນະ​ສຸກ ໄລຍະ (2016?2020) ເພື່ອ​ແລກປ່ຽນ​ບົດຮຽນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ສັກ​ຢາ​ກັນ​ພະຍາດ ການຈັດຕັ້ງ​ປະຕິບັດ​ກອງ​ທຶນ​ປະກັນ​ສຸຂະພາບ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ປັບປຸງ​ຄຸນ​ນະ​ພາບ ການ​ບໍລິການ​ປິ່ນປົວ​ຂອງ​ໂຮງໝໍ ແລະ ສຸກສາລາ ການຈັດຕັ້ງ​ປະຕິບັດ​ນະໂຍບາຍ 5 ດີ 1 ພໍໃຈ ແລະ ການ​ປະຕິບັດ​ດຳລັດ​ວ່າ​ດ້ວຍ​ການ​ນະໂຍບາຍ​ຈູງ​ໃຈ​ແກ່​ພະນັກງານ​ແພດ​ໝໍ ເພື່ອ​ປຶກສາ​ຫາລື ແລະ ແລກປ່ຽນ​ແນວ​ຄວາມ​ຄິດ​ເບື້ອງ​ຕົ້ນ​ໃນ​ການ​ຫັນ​ໂຮງໝໍ​ໃຫ້​ກຸ້ມ​ຕົນ​ເອງ​ເທື່ອ​ລະ​ກ້າວ ສະເໜີ​ຮ່າງ​ແຜນ​ພັດທະນາ​ສາ​ທາ ປີ 2020 ແລະ 5 ປີ​ຄັ້ງ​ທີ 10 (2021?2025).

    ໂອກາດ​ນີ້ ທ່ານ ທອງ​ລຸນ ສີ​ສຸ​ລິດ ໄດ້​ໂອ້​ລົມ​ເພື່ອ​ເປັນ​ເຂັມ​ຊີ້​ທິດ​ເຍືອງ​ທາງ​ຕໍ່​ທີ່​ປະຊຸມ ໂດຍ​ທ່ານ​ໄດ້​ເນັ້ນ​ໃຫ້​ກະຊວງ​ສາທາລະນະ​ສຸກ ກ່ອນ​ອື່ນ​ຕ້ອງ​ໄດ້​ປັບປຸງ​ພື້ນຖານ​ໂຄງ​ລ່າງ ອຸປະກອນ​ການ​ແພດ ແລະ ການ​ບໍລິການ​ຂອງ​ໂຮງໝໍ​ສູນ​ກາງ ໂຮງໝໍ​ແຂວງ ເມືອງ ແລະ ສາທາລະນະ​ສຸກ​ຈຳນວນ​ໜຶ່ງ​ໃຫ້​ມີ​ຄຸນ​ນະ​ພາບ ແລະ ທັນ​ສະໄໝ​ຂຶ້ນ​ກວ່າ​ເກົ່າ ເອົາໃຈໃສ່​ປ້ອງ​ກັນ ແລະ ຄວບ​ຄຸມພະ​ຍາດ​ທີ່​ຮ້າຍ​ແຮງ​ເຊັ່ນ: ໄຂ້ຍຸງ​ລາຍ ຖອກທ້ອງ ແລະ ອັກເສບ​ລະບົບ​ຫາຍໃຈ​ຮຸນ​ແຮງ ແລະ ພະຍາດ​ຕິດຕໍ່​ອື່ນໆ ຂະຫຍາຍ​ຕາ​ໜ່າງ​ການ​ບໍລິການ​ສາທາລະນະ​ສຸກ​ຮອດ​ທ້ອງຖິ່ນ​ຮາກ​ຖານ​ຊົນນະບົດ ແລະ ຫ່າງ​ໄກ​ສອກຫຼີກ ປະຕິບັດ​ນະໂຍບາຍ 5 ດີ 1 ພໍໃຈ (5 ດີ ສະດວກ​ດີ ຮັບ​ຕ້ອນ​ດີ ສະອາດ​ດີ ບົ່ງມະຕິ​ດີ ປິ່ນປົວ​ດີ ແລະ 1 ພໍໃຈ ຜູ້​ມາ​ຮັບ​ບໍລິການ​ພໍໃຈ) ຢ່າງ​ມີ​ປະ​ສິດທິ​ຜົນ​ເຮັດ​ໃຫ້​ສາມາດ​ແກ້​ໄຂ​ບັນຫາ​ຫາງ​ສຽງ​ສັງຄົມ​ໃຫ້​ຫຼຸດ​ລົງ ເອົາໃຈໃສ່​ຈັດ​ຕັ້ງ​ປະຕິບັດ​ຍຸດ​ທະ​ສາດ ແມ່ ແລະ ເດັກ​ແບບ​ເສື່ອມ​ສານ ແລະ ປະຕິບັດ​ນະໂຍບາຍ​ເກີດ​ລູກ ປິ່ນປົວ​ເດັກນ້ອຍ​ລຸ່ມ 5 ປີ​ບໍ່​ເສຍ​ຄ່າ​ເຮັດ​ໃຫ້​ອັດຕາ​ການ​ຕາຍ​ຂອງ​ແມ່ ເດັກນ້ອຍ​ລຸ່ມ 1 ປີ​ຫຼຸດ​ລົງ ອັດຕາ​ການ​ນຳ​ໃຊ້​ນ້ຳ​ສະອາດ​ເພີ່ມ​ຂຶ້ນ 83,9% ແລະ ວິດຖ່າຍ​ເພີ່ມ​ຂຶ້ນ 73% ອັດຕາ​ເດັກ​ຂາດ​ສານ​ອາຫານ​ຊຳ​ເຮື້ອ​ຫຼຸດ​ລົງ​ຍັງ​ເຫຼືອ 33% ສະຫຼຸບ​ແລ້ວ 10 ຄາດໝາຍ​ທີ່​ສະພາ​ແຫ່ງ​ຊາດ​ຮັບຮອງ ກໍ​ໄດ້​ຮັບ​ການ​ເອົາໃຈໃສ່​ຈັດ​ຕັ້ງ​ປະຕິບັດ​ເປັນ​ຢ່າງ​ດີ ແລະ ຫຼາຍ​ຄາດໝາຍ​ກໍ​ໄດ້​ບັນລຸ ນີ້​ເປັນ​ພຽງ​ສ່ວນ​ໜຶ່ງ​ຂອງ​ຜົນງານ​ທີ່​ຍາດ​ມາ​ໄດ້ ເຊິ່ງ​ພັກ ແລະ ລັດຖະບານ ໄດ້​ຕີ​ລາຄາ​ສູງ​ຕໍ່​ຜົນສຳເລັດ​ດັ່ງກ່າວ ແຕ່​ຍັງ​ມີ​ຫຼາຍ​ບັນຫາ​ທ້າ​ທາຍ​ທີ່​ຕ້ອງ​ໄດ້​ພ້ອມ​ກັນ​ແກ້​ໄຂ ເປັນຕົ້ນ ອັດຕາ​ການ​ຕາຍ​ຂອງ​ແມ່ ແລະ ເດັກນ້ອຍ​ຖື​ວ່າ​ຫຼຸດ​ລົງ​ຫຼາຍ​ຖ້າ​ສົມ​ທຽບໃສ່ 10 ປີຜ່ານມາ.

     ຜົນສຳເລັດ​ກອງ​ປະຊຸມ​ເທື່ອ​ນີ້ ຜູ້​ເຂົ້າ​ຮ່ວມ​ໄດ້​ມາ​ປຶກສາ​ຫາລື​ກັນ​ເພື່ອ​ຊອກ​ໃຫ້​ເຫັນ​ສິ່ງ​ຄົງ​ຄ້າງ​ຜ່ານ​ມາ ເພື່ອ​ພ້ອມ​ກັນ​ແກ້​ໄຂ 10 ຕົວ​ຊີ້​ວັດ​ທີ່​ຍັງ​ເຫັນ​ວ່າ​ເຮັດ​ບໍ່​ທັນ​ໄດ້ ຕ້ອງ​ໄດ້​ເອົາໃຈໃສ່​ຕື່ມ​ສຸຂະພາບ​ເຂັ້ມແຂງ​ແມ່ນ​ຄວາມ​ຕ້ອງການ​ທີ່​ທຸກ​ຄົນ​ປາຖະໜາ​ຢາກ​ໄດ້​ຢາກ​ມີ​ເໜືອ​ສິ່ງ​ອື່ນ ສຳລັບ​ການ​ຂະຫຍາຍ​ຕາ​ໜ່າງ​ຂອງ​ຂະແໜງ​ສາ​ທາ​ໃຫ້​ເອົາ​ມາດ​ຕະການ​ປ້ອງ​ກັນ​ໄປ​ກ່ອນ ແລະ ເອົາ​ການ​ປິ່ນປົວ​ຮັກສາ​ໄປ​ນຳ ຖື​ເປັນ​ການ​ຍົກ​ລະດັບ​ຄວາມ​ຮູ້?ຄວາມ​ສາມາດ​ໃຫ້​ພະນັກງານ​ແພດ​ໝໍ ເພື່ອ​ເປັນ​ການ​ສ້າງ​ຄົນ ສ້າງ​ນາຍ​ແພດ ສ້າງ​ພະຍາບານ​ໃຫ້​ດີ​ຂຶ້ນ​ນີ້​ແມ່ນ​ຄວາມ​ຈຳເປັນ ຢາກ​ປ້ອງ​ກັນ​ໄດ້​ອີກ​ອັນ​ໜຶ່ງ​ຕ້ອງ​ອົບຮົມ​ຄວາມ​ຮູ້​ໃຫ້​ປະຊາຊົນ​ໃຫ້​ເຂົ້າໃຈ​ເລື່ອງ​ສຸຂະພາບ​ໃຫ້​ເລິກເຊິ່ງ​ກວ້າງຂວາງ ນອກ​ນັ້ນ ພວກ​ເຮົາ​ຕ້ອງ​ຍາດ​ແຍ່ງ​ເອົາ​ຄວາມ​ຮູ້?ບົດຮຽນ ເອົາ​ການ​ຊ່ວຍເຫຼືອ​ຈາກ​ຕ່າງປະເທດ​ໃຫ້​ຫຼາຍ​ທີ່​ສຸດ ແລະ ອີກ​ບັນຫາ​ໜຶ່ງ​ຢາກ​ໃຫ້​ມີ​ການ​ກວດກາ​ຄືນ 5 ດີ​ວ່າ​ສາມາດ​ເຮັດ​ໄດ້​ຈັກ​ຂໍ້​ແລ້ວ ເຮົາ​ຈະ​ປັບປຸງ​ສຸກສາລາ ໂຮງໝໍ​ເມືອງ ແຂວງ​ເພື່ອ​ເຮັດ​ໜ້າທີ່​ບໍລິການ​ປິ່ນປົວ ສ້າງ​ຈັນ​ຍາ​ບັນ ຈັນຍາທຳ​ໃຫ້​ພະນັກງານ​ແພດ​ໝໍ​ໃຫ້​ດີ​ຂຶ້ນ ແລະ ເປັນ​ທີ່​ຍອມຮັບ​ຂອງ​ປະຊາຊົນ.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA