ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ປະຊຸມປຶກສາຫາລືກ່ຽວກັບການອອກອະນຸຍາດ ຂຸດຄົ້ນ, ເກັບຊື້, ປຸງແຕ່ງ, ຖອດຮີດ, ຜະລິດ, ສົ່ງອອກ ແລະ ການປູກທົດແທນຊັບພະຍາກອນທຳມະຊາດທີ່ເປັນຢາ.
ປະກາດໂດຍ: ພູປະສິດ ອຸດົມສິນ, ວັນທີ: 05/04/2019

ກອງປະຊຸມປຶກສາຫາລືກ່ຽວກັບການອອກອະນຸຍາດ ຂຸດຄົ້ນ, ເກັບຊື້, ປຸງແຕ່ງ, ຖອດຮີດ, ຜະລິດ, ສົ່ງອອກ ແລະ ການປູກທົດແທນ ຊັບພະຍາກອນທໍາມະຊາດທີ່ເປັນຢາ ໄດ້​ເປີດ​ຂຶ້ນ ​ໃນ​ວັນ​ທີ 19 ມີນາ 2019 ​ທີ່​ຫ້ອງ​ປະຊຸມ​​ໂຮງ ແຮມຄູນຊັບ ທ່າລາດ ​ແຂວງ​ວຽງ​ຈັນ. ​ ພາຍ​ໃຕ້​ການເປັນ​ປະທານຂອງ​ທ່ານຮສ ດຣ. ບຸນ​ກອງ ສີ​ຫາ​ວົງ ລັດຖະມົນຕີ ກະຊວງ​ສາທາລະນະ​ສຸກ ແລະ ທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ, ມີຜູ້​ແທນ​ເຂົ້າ​ຮ່ວມຈາກ ​ກົມສັງຄົມ​ກໍາມະທິການວັດທະນະທໍາສັງຄົມ ສະພາ​ແຫ່ງ​ຊາດ​, ​ກົມຄົ້ນຄ້ວາ-ສັງລວມ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ,ກົມຄວບຄຸມມົນລະພິດ ກະຊວງຊັບພະຍາກອນ​ທໍາ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ​ກົມ​ປ່າ​ໄມ້ ກະຊວງ​ກະສິກໍາ ​ແລະ ປ່​າ​ໄມ້, ກົມການ​ນໍາ​ເຂົ້າ-ສົ່ງ​ອອກ ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ, ສະຖາ​ບັນ​ການ​ແພດ ​ແລະ ການ​ຢາ​ພື້ນ​ເມືອງ​, ຄະ​ນະ​ເພ​ສັຊສາດ ມວສ, ກອງກວດກາອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ,ພະ​ແນ​ກສາທາລະນະ​ສຸກ​ນະຄອນຫຼວງ ​ແລະ ພ້ອມ​ດ້ວຍ​ພະນັກງານ​ກົມ​ອາຫານ ​ແລະ ຢາ ​ ລວມທັງ​ໝົດ 30 ທ່ານ ຍິງ 11 ທ່ານ (ລາຍຊື່ຄັດຕິດມາພ້ອມນີ້).

ທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ ກ່າວຈຸດປະສົງ ແລະ ຕ້ອນຮັບບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຈາກນັ້ນ, ທ່ານ ຮສ ດຣ. ບຸນ​ກອງ ສີ​ຫາ​ວົງ ລັດຖະມົນຕີ ກະຊວງ​ສາທາລະນະ​ສຸກ ​ໄດ້​ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງວຽກງານຄຸ້ມຄອງຊັບພະຍາກອນທໍາມະຊາດທີ່ເປັນຢາໃນໄລຍະຜ່ານມາ ໂດຍສະເພາະການອອກອະນຸຍາດຂຸດຄົ້ນ, ເກັບຊື້, ປຸງແຕ່ງ, ຖອດຮີດ, ຜະລິດ, ສົ່ງອອກ ແລະ ການປູກທົດແທນ ຊັບພະຍາກອນທໍາມະຊາດທີ່ເປັນຢາຍັງບໍ່ມີປະສິດທິຜົນເທົ່າທີຄວນ, ການປະສານງານກັນບໍ່ໄດ້ດີ ເກີດມີຊ່ອງຫວ່າງໃນການຈັດຕັ້ງປະຕິບັດນິຕິກໍາ ແລະ ມີຜົນລົບຫຼາຍກວ່າຜົນບວກ ໂດຍສະເພາະທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ.

ຜົນສຳເລັດ​ກອງ​ປະຊຸມ​ເທື່ອ​ນີ້ ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ສົນທະນາ,​ ປຶກສາຫາລື ແລະ ໄດ້ຕົກລົງເປັນເອກະພາບກັນດັ່ງລຸ່ມນີ້:

1.      ເຫັນດີ ຄວນໂຈະ ຫຼື ຢຸດຕິຊົ່ວຄາວທຸກການເຄື່ອນໄຫວຂອງບັນດາຫົວໜ່ວຍທຸລະກິດທີ່ປະຕິບັດບໍ່ຖືກຕ້ອງ,  ຊຶ່ງວຽກງານນີ້ ແມ່ນພົວພັນກັບຫຼາຍຂະແໜງການທີ່ຈະຕ້ອງປຶກສາຫາລື ຊອກຫາວິທີການ ແລະ ມາດຕະການທີ່ຮັດກຸມຮ່ວມກັນ ເພື່ອສະກັດກັ້ນການຂຸດຄົ້ນທີ່ບໍ່ຖືກເຕັກນິກວິຊາການ ແລະ ບໍ່ສອດຄ່ອງກັບລະບຽບຫຼັກການ;

2.     ກອງປະຊຸມສະເໜີໃຫ້ເອົາ ມາດຕາ 26 (ໃໝ່) ການສ້າງ ແລະ ການອະນຸມັດແຜນການຂຸດຄົ້ນເຄື່ອງປ່າຂອງດົງທໍາມະຊາດ ໃນຮ່າງກົດໝາຍວ່າດວ້ຍປ່າໄມ້ ສະບັບປັບປຸງເຂົ້າຜ່ານກອງປະຊຸມກວດກາເນື້ອໃນຮອບດ້ານ ທີ່ຈະຈັດຂື້ນໃນວັນທີ 1-3 ເມສາ 2019, ເພື່ອພິຈາລະນາມອບໃຫ້ກະຊວງສາທາລະນະສຸກ ເປັນຜູ້ອະນຸມັດເຄື່ອງປ່າຂອງດົງທີ່ເປັນຢາທັງໝົດ;

3.     ແຕ່ງຕັ້ງຄະນະກຳມະການສະເພາະກິດເພື່ອກວດກາການສ້າງນິຕິກຳ ແລະ ການຈັດຕັ້ງປະຕິບັດບັນດານິຕິກໍໍາຕ່າງໆທີ່ກ່ຽວຂ້ອງ ພ້ອມທັງການອອກອະນຸຍາດຂຸດຄົ້ນ, ເກັບຊື້, ປຸງແຕ່ງ, ຖອດຮີດ, ຜະລິດ, ສົ່ງອອກຊັບພະຍາກອນ

ທຳມະຊາດທີ່ເປັນຢາ;

4.     ຂະແໜງການອຸດສາຫະກຳ ແລະ ການຄ້າ ກວດກາຄືນໂຮງງານຖອດຮີດທີ່ບໍ່ໄດ້ມາດຕະຖານ, ຜູ້ທີ່ໄດ້ຮັບອະນຸ

ຍາດ ແລະ ບໍ່ໄດ້ຮັບອະນຸຍາດມີຈັກແຫ່ງ;

5.     ໃຫ້ມີການສົ່ງ​ເສີມການປູກ, ການອະນຸລັກ, ການຄົ້ນຄ້ວາ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດທີ່ເປັນຢາ ເພື່ອ​ຜະລິດ​ເປັນຢາສໍາເລັດຮູບ ນໍາໃຊ້ຢູ່ພາຍໃນ ແລະ ສົ່ງອອກໄປຕ່າງປະເທດ;

6.     ກອງປະຊຸມສະເໜີໃຫ້ຈັດກອງປະຊຸມປຶກສາຫາລືສຳມະນາດ້ານວິຊາການ ກັບຂະແໜງການທີ່ກ່ຽວຂ້ອງ;

7.     ກອງປະຊຸມໄດ້ຕົກລົງເຫັນດີເປັນເອກະພາບນໍາເອົາຜົນຂອງກອງປະຊຸມຄັ້ງນີ້ຮຽນນໍາສະເໜີຂັ້ນເທິງພິຈາລະນາໂດຍສະເພາະທ່ານນາຍົກລັດຖະມົນຕີ.

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA