ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມສະຫຼຸບຜົນງານການຈັດຕັ້ງປະຕິບັດແຜນງານປົກປ້ອງຜູ້ບໍລິໂພກ ອາຫານ, ຢາ ແລະ ຜະລິດຕະພັນການແພດ ປີ 2018 ແລະ ທິດທາງແຜນການ ປີ 2019
ປະກາດໂດຍ: ພູປະສິດ ອຸດົມສິນ, ວັນທີ: 05/04/2019

ບົດຂ່າວໂດຍ: ພູປະສິດ ອຸດົມສິນ

          ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງາອາຫານ ແລະ ຢາ ປີ 2018 ແລະ ແຜນຈັດຕັ້ງປະຕິບັດປີ 2019ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າ ວັນທີ 2 ເມສາ 2019, ທີ່ ຫ້ອງປະຊຸມຣີສອດນາປ່າກວາງ ທ່າລາດ, ແຂວງ ວຽງຈັນພາຍໃຕ້ການເປັນປະທານຮ່ວມ​ໂດຍ ທ່ານ ຮສ ດຣ. ບຸນກອງ ສີຫາວົງ ຮອງເລຂາຄະນະພັກກະຊວງສາທາລະນະສຸກ, ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ດຣ. ສົມທະວີ ຈາງວິສົມມິດ ຄະນະປະຈໍາພັກກະຊວງ, ປະທານກວດກາພັກກະຊວງສາທາລະນະສຸກ, ຫົວຫນ້າກົມອາຫານ ແລະ ຢາ. ມີ​ຜູ້​ແທນເຂົ້າຮ່ວມ ທັງ​ຫມົດ ຈຳນວນ 102  ທ່ານ (ຍິງ42ທ່ານ) ເຊິ່ງມາ​ຈາກພຫ້ອງການກະຊວງສາທາລະນະສຸກ, ກົມ, ກອງ, ສະຖາບັນ, ສູນ ອ້ອມຂ້າງກະຊວງສາທາລະນະສຸກ, ໂຮງງານຜະລິດຢາເລກ 2, ໂຮງງານຜະລິດຢາເລກ 3, ພະແນກສາທາລະນະສຸກແຂວງ, ອາຫານ ແລະ ຢາແຂວງຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນໃນທົ່ວປະເທດ.

ທ່ານ ດຣ. ສົມທະວີ ຈາງວິສົມມິດຄະນະປະຈໍາພັກກະຊວງ, ປະທານກວດກາພັກກະຊວງສາທາລະນະສຸກ, ຫົວຫນ້າກົມອາຫານ ແລະ ຢາ. ທ່ານໄດ້ເນັ້ນເຖິງຄວາມສໍາຄັນຂອງກອງປະຊຸມ, ກ່າວເຖິງຜົນງານພົ້ນເດັ່ນ ແລະ ສິ່ງທ້າທາຍບາງຢ່າງ ໃນຂົງເຂດວຽກງານອາຫານ ແລະ ຢາ.

ໃນໂອກາດກ່າວເປີດກອງປະຊຸມ ທ່ານ ຮສ ດຣ. ບຸນກອງ ສີຫາວົງ   ຮອງເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສາທາລະນະສຸກ. ທ່ານໄດ້ກ່າວສະແດງຄວາມຊົມເຊີຍຕໍ່ກອງປະຊຸມ ແລະ ຍົກໃຫ້ເຫັນຄວາມໝາຍ, ຄວາມສໍາຄັນຂອງກອງປະຊຸມປະຈໍາປີຄັ້ງນີ້ ແມ່ນການສະແດງໃຫ້ເຫັນເຖິງຜົນສໍາເລັດໃນປີທີ່ຜ່ານມາຂອງແຜນງານ 4 (ແຜນງານປົກປ້ອງຜູ້ບໍລິໂພກອາຫານ, ຢາ ແລະ ຜະລິດຕະພັນການແພດ) ຂອງແຜນພັດທະນາສາທາລະນະສຸກຊຸດທີ VIII ຊຶ່ງແມ່ນການຜັນຂະຫຍາຍ ແຜນຍຸດທະສາດປະຕິຮູບສາທາລະນະສຸກ ໃນ 5 ເນື້ອໃນປະຕິຮູບ ແລະ ຕົວຊີ້ວັດທີ່ໄດ້ຮັບຮອງຈາກສະພາ ຊຶ່ງວຽກງານອາຫານ ແລະ ຢາ ໄດ້ເອົາໃຈໃສ່ປະກອບສ່ວນ ເພື່ອຮັບປະກັນການອາຫານ ແລະ ຢາ ທີ່ປອດໄພ, ຮັບປະກັນມີຢາຈໍາເປັນພື້ນຖານສະໜອງໃຫ້ແກ່ຕາໜ່າງສາທາລະນະສຸກ. ນອກນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນປີຜ່ານມາໂດຍສະເພາະ ການສ້າງປຶ້ມປະທານຸກົມພືດທີ່ເປັນຢາສໍາເລັດ, ແຜນການສ້າງສວນພືດ ແລະ ຕົ້ນໄມ້ທີ່ເປັນຢູ່ນະຄອນຫຼວງວຽງຈັນ.ໄດ້ເອົາໃຈໃສ່ຊຸກຍູ້ໃຫ້ບັນດາແຂວງພັດທະນາວຽກງານຢາພື້ນເມືອງ ຕາມທິດຊີ້ນໍາຂອງພັກ ແລະ ລັດຖະບານ.

ຜ່ານການສົນທະນາ,​ ປຶກສາຫາລື ຂອງບັນດາຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ແມ່ນໄດ້ຕົກລົງເປັນເອກະພາບກັນດັ່ງລຸ່ມນີ້:

  1. ເພື່ອສົ່ງເສີມການຜະລິດກພາຍໃນອາຫານ, ຢາ  ແລະ ຜະລິດຕະພັນການແພດ ຈະໃຫ້ມີການສົ່ງເສີມທີ່ຈະແຈ້ງຂຶ້ນ ໂດຍໃຫ້ມີການຍ້ອງຍໍບຸກຄົນ, ຜະລິດຕະພັນທີ່ໂດດເດັ່ນ (Quality Award) ໂດຍໃຫ້ຫຼຽນໄຊ, ໃບຍ້ອງຍໍ ແຕ່ຕ້ອງມີລະບຽບຫຼັກການທີ່ຈະແຈ້ງ.​
  2. ສົ່ງເສີມການຜະລິດຢາໃຫ້ເຂັ້ມແຂງໃນ 5 ປີ ຂ້າງໜ້າ ອາດມີການໂຮມການຜະລິດຂອງໂຮງງານຢ່າງເໝາະສົມ, ອາດຮົມຜະລິດຕະພັນ (Market Share), ວິທີ່ທີ່ສອງ ແມ່ນສ້າງຕັ້ງໂຮງງານໃໝ່ທີ່ທັນສະໄໝ ໂດຍສົມທົບທຶນກັບເອກະຊົນ ແຕ່ລັດເປັນເຈົ້າການ.
  3. ປັບປຸງລະບົບການຈັດຊື້, ສະໜອງຢາໃຫ້ມີຄວາມວອ່ງໄວ້ຂຶ້ນ ແລະ ສົ່ງເສີມການການນໍາໃຊ້ຜະລິດພາຍໃນໃຫ້ຫຼາຍຂຶ້ນ.
  4. ໃຫ້ທົບທວນຄືນຫຼັກສູດການສິດສອນຄະນະເພຊັດສາດ ລະດັບປະລິນຍາຕຼີ, ປະລິນຍາໂທ ແລະ ມີຄວາມຍືນຍົງ. ປັບປຸງພື້ນຖານໂຄງລ່າງຫ້ອງວິໄຈຂອງຄະນະເພຊັດສາດ, ຫໍສະມຸດ ແລະ ອຸປະກອນຮັບໃຊ້ທີ່ຈໍາເປັນ; ສ້າງຕັ້ງຮ້ານຂາຍຢາຕົວແບບຢູ່ ມວສ.
  5. ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການແພດ ແລະ ການຢາພື້ນເມືອງ ປັບປຸງພື້ນຖານໂຄງລ່າງ ແລະ ສ່ວນຢາແຫ່ງຊາດໃຫ້ເກີດຂຶ້ນ ແລະ ປັບປຸງສ່ວນຢາແຂວງໃຫ້ດີຂຶ້ນ, ສົ່ງເສີມໃຫ້ມີສ່ວນຢາຂອງຄອບຄວນ, ນໍາໃຊ້ທ່າແຮງຊັບພະຍາກອນທໍາມະຊາດໃຫ້ເປັນຜະລິດຕະພັນ ເປັນທີ່ຍອມຮັບຂອງແພດໝໍ.
  6. ຍົກລະດັບຄວາມສາດມາດຂອງສູນວິໄຈອາຫານ ແລະ ຢາໃຫ້ບັນລຸມາດຕະຖານການວິໄຈທີ່ດີ ພ້ອມກັບການສ້າງຫ້ອງວິໄຈພາກໃຫ້ຊ່ວຍແບ່ງເບົາການວິໄຈ ໂດຍສະເພາະບາງ ປາຣາເມເຕີ ໂດຍສະເພາະແຂວງ ຫຼວງພະບາງ, ສະຫວັນນເຂດ ແລະ ຈໍາປາສັກ.
  7. ຄະນະກໍາມະການອາຫານ ແລະ ຢາ ຕ້ອງໄດ້ສ້າງແຜນການເຄື່ອນໄຫວຕາມພາລະບົບບາດ.
  8. ທົບທວນຄືນການອອກອະນຸຍາດທຸລະກິດອາຫານ ແລະ ຢາ ລວມທັງເຄື່ອງສໍາອາງ ຕ້ອງໄດ້ປັບປຸງຂອດການອະນຸຍາດ ທຸລະກິດ, ທະບຽນ ເພື່ອໃຫ້ມີຄວາມວ່ອງໄວຂຶ້ນ.
  9. ຄົ້ນຄ້ວາການສ້າງຕັ້ງສະພາເພສັດສະກອບ ແລະ ສະມາຄົມການຢາ.
 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA